ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍ່ໄດ້ຍິນ ສຽງສັນຍານ ຈາກເຄື່ອງ​ ບັນ​ທຶກ​ຂໍ້​ມູນ ເຮືອບິນ ມາເລເຊຍ ອີກແລ້ວ (ວີດີໂອ)


MALAYSIA PLANE CNPK
please wait
Embed

No media source currently available

0:00 0:02:18 0:00
ບັນດາ​ລູ​ກ​ເຮືອທີ່ພວມ​ຊອກ​ຄົ້ນ​ຫາ ​ຢູ່ໃນເຂດພາກ​ໃຕ້​
ຂອງມະຫາ​ສະມຸດ​ອິນ​ເດຍ ພາກັນພະຍາຍາມຢ່າງຮີບ
ຮ້ອນຊອກ​ຫາແຫຼ່ງທີ່ມາຂອງ​ສັນຍານອີ​ເລັກ​ໂຕຣນິກ
ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າມາ​ຈາກເຄື່ອງບັນທຶກຂໍ້ມູນ​ຂອງ​ເຮືອ
ບິນໂດຍສານມາ​ເລ​ເຊຍທີ່ ​ຫາຍ​ສາບ​ສູນ​ໄປ​ນັ້ນ.

ບໍ່ໄດ້​ຍິນ​ສຽງ​ສັນຍານໃດໆຕື່ມອີກນັບ​ຕັ້ງ​ແຕ່​ວັນ​ອາທິດ​
ແລ້ວນີ້ເປັນຕົ້ນມາ ​ເວລາ ​ເຄື່ອງອຸບປະກອນຂອງກອງ
ທັບ​ເຮືອສະຫະລັດ ​ໄດ້​ຈັບ​ເອົາ​ສຽງ​ທີ່​ແຕກ​ຕ່າງກັນ ສອງ
ຄັ້ງ ຄື​ກັນ​ກັບ​ສຽງ​ສັນຍານຈາ​ກເຄື່ອງບັນທຶກຂໍ້​ມູນ​ສາຍ
​ການບິນແລະ​ເຄື່ອງ ​ບັນທຶກສຽງຂອງ​ຫ້ອງ​ຂັບ​ເຮືອບິນ.

ລຳດັບເຫດການ ກ່ຽວກັບຖ້ຽວບິນ MH370

ລຳດັບເຫດການ ກ່ຽວກັບຖ້ຽວບິນ MH370

8 ມີນາ: ຂາດການຕິດຕໍ່ ຫລັງຈາກບິນອອກຈາກ
ກົວລາລຳເປີ ໄດ້ບໍ່ຮອດຊົ່ວໂມງ ເພື່ອມຸ່ງໜ້າໄປ
ຍັງ ປັກກິ່ງ.
10 ມີນາ: ວົງລັດສະໝີສຳຫລັບການຊອກຫາ ໄດ້
ຂະຫຍາຍກ້ວາງອອກ. ຈີນຮຽກຮ້ອງໃຫ້ມາເລເຊຍ
ເລັ່ງລັດການສືບສວນ ໃຫ້ໄວຂຶ້ນ.
12 ມີນາ: ຈີນເປີດເຜີຍພາບຈາກດາວທຽມ ທີ່ສະ
ແດງໃຫ້ເຫັນສິ່ງຂອງຢູ່ໜ້ານ້ຳ ທີ່ອາດຈະມາຈາກ
ເຮືອບິນ ແຕ່ມີການລົງຄວາມເຫັນວ່າ ບໍ່ແມ່ນ.
14 ມີນາ: ລາຍງານສື່ມວນຊົນເວົ້າວ່າ ດາວທຽມ
ຍັງສືບຕໍ່ໄດ້ຮັບສັນຍານ ຈາກລະບົບ ສື່ສານຂອງ
ຖ້ຽວບິນ MH370 ຢູ່ ຫລາຍຊົ່ວໂມງຫລັງຈາກເຮືອ
ບິນຫາຍສາບສູນໄປ.
15 ມີນາ: ນາຍົກລັດຖະມົນຕີມາເລເຊຍ ທ່ານ
Najib Razak ກ່າວວ່າ ໃຜຜູ້ນຶ່ງຢູ່ ເທິງຖຽວບິນ
MH370 ໄດ້ມອດລະບົບສື່ສານຂອງເຮືອບິນໄວ້.
17 ມີນາ: ບັດນີ້ ມີ 26 ປະເທດ ເຂົ້າຮ່ວມໃນ
ການຊອກຫາ.
20 ມີນາ: ເຮືອບິນຂອງອອສເຕຣເລຍໄປສືບ
ສວນເບິ່ງເສດສິ່ງຂອງ ທີ່ອາດມາຈາກເຮືອບິນ
ມາເລເຊຍຢູ່ບໍລິເວນຫ່າງໄກແຫ່ງນຶ່ງ ໃນພາກ
ໃຕ້ມະຫາສະມຸດອິນເດຍ.
24 ມີນາ: ນາຍົກລັດຖະມົນຕີມາເລເຊຍ ທ່ານ
Najib Razak ເວົ້າວ່າ ຜົນການວິເຄາະໃໝ່
ສະແດງວ່າ ຖ້ຽວບິນ MH370 ໄດ້ຕົກລົງ ຢູ່ມະ
ຫາສະມຸດອິນເດຍ.
26 ມີນາ: ເຈົ້າໜ້າທີ່ມາເລເຊຍ ລະບຸວ່າ ມີ
122 ຊິ້ນສ່ວນຈາກພາບດາວທຽມ ທີ່ອາດມາ
ຈາກຖ້ຽວບິນ MH370.
28 ມີນາ: ການຊອກຫາ ຍ້າຍອອກຈາກຈຸດ
ທຳອິດ ໃນມະຫາສະມຸດອິນເດຍ ຂຶ້ນໄປທາງ
ທິດຕາເວັນອອກສຽງເໜືອ 1,000 ກ່ວາຫລັກ
ຫລັງຈາກມີຮ່ອງຮອຍໃໝ່ ທີ່ໜ້າເຊື່ອຖືໄດ້.
1 ເມສາ: ມາເລເຊຍເປີດເຜີຍບົດສົນທະນາ
ຄັ້ງສຸດທ້າຍ ໂດຍເຕັມ ກັບຖ້ຽວບິນ MH370
2 ເມສາ: ມາເລເຊຍກ່າວວ່າ ທາງການບໍ່ພົບ
ເຫັນວ່າ ຜູ້ໂດຍສານທັງໝົດໃນຖ້ຽວບິນ
MH370 ມີພຶດຕິກຳ ຜິດກົດໝາຍໃດໆ.
4-5 ເມສາ: ກຳປັ່ນຈີນ ລາຍງານວ່າ ໄດ້ຍິນ
ສຽງສັນຍານ.
6 ເມສາ: ກຳປັ່ນອອສເຕຣເລຍ ລາຍງານວ່າ
ໄດ້ຍິນສຽງສັນຍານ ມາຈາກບໍລິເວນນຶ່ງອີກ
ຂອງເຂດຊອກຫາ.


ທ່ານ Angus Houston ຫົວໜ້າ​ຄະນະປະຕິບັດງານຊອກ
​ຄົ້ນຫາຂອງ ອອສ​ເຕຣ​ເລຍກ່າວ​ຢູ່ກອງ​ປະຊຸມ​ນັກ​ຂ່າວ​ ​ໃນ​
ວັນ​ອັງຄານ​ມື້​ນີ້​ວ່າ ຖ້າຫາກບໍ່​ໄດ້​ຍິນ​ສຽງສັນຍານເພີ້ມຕື່ມ
ແລ້ວ ບັນດາ​ເຈົ້າ​ໜ້າ​ທີ່ຈະບໍ່​ສາມາດ​ສົ່ງ​ເຄຶ່ອງຈັກຫຸ່ນຍົນລົງ
ໄປ​ຊອກ​ຫາຊາກ​ຂອງ​ເຮືອບິນ ​ຢູ່​ພື້ນ​ມະຫາ​ສະມຸດ. ທ່ານ
Houston ກ່າວ​ວ່າ ການ​ຊອກ​ຄົ້ນ​ຫາ​ສັນຍານຢູ່​ໃຕ້ນຳ້ ຈະ
​ໃຊ້​ເວລາ​ຕື່ມ​ອີກ “ຫລາຍໆ​ມື້.”

ເວລາສຳລັບພວກ​ເຈົ້າ​ໜ້າ​ທີ່ກຳລັງຈະໝົດລົງ ໃນເມື່ອວ່າ
ໝໍ້ໄຟຫລື​ແບັດ​ເຕີ​ຣີຂອງ​ເຄື່ອງສົ່ງ​ສັນຍານ ​ແຈ້ງບ່ອນຢູ່
ແມ່ນສ້າງ​ຂື້ນໃຫ້​ຢູ່​ໄດ້ ປະມານ 30 ມື້. ​ ເຮືອບິນ​ໄດ້​ຫາຍ
​ສາບ​ສູນໄປ​ ຄົບເດືອນ​ນຶ່ງ​ພໍດີ ໃນ​ວັນ​ອັງຄານ​ມື້​ນີ້.

​ມີເຮືອບິນ​ຫຼາຍເຖິງ 14 ລຳ ​ແລະກຳ​ປັ່ນ 14 ລຳ ຮ່ວມກັນ
ທຳການຊອກຫາ ຍ້ອນສະພາບ​ດິນ​ຟ້າ​ອາກາດເອື້ອ​ອຳ
ນວຍໃຫ້ ​ໃນ​ວັນ​ອັງຄານ​ມື້​ນີ້. ພວກ​ເຂົາ​ເຈົ້າ​ສືບຕໍ່​ຊອກ​ຫາ​
ຢູ່​ໃນ ​ບໍລິເວນ 80,000 ຕາລາງ​ກິ​ໂລແມັດ ທາງ​ພາກ​ເວັນ
​ຕົກ​ສຽງ​ເໜືອ ຂອງ​ເມືອງ Perth ປະ​ເທດ​ອອສ​ເຕຣ​ເລຍ.

ມະຫາ​ສະມຸດອິນເດຍ ຢູ່​ໃນເຂດດັ່ງກ່າວ ສະ​ເລ່ຍແລ້ວ ມີ
ຄວາມ​ເລິກປະມານ 4.5 ກິ​ໂລແມັດ ຊຶ່ງ​ເຮັດ​ໃຫ້​ມີ​ຄວາມ​
ຍາກ​ລຳບາກ​ທີ່​ສຸດ ​ສຳລັບພວກ​ເຈົ້າ​ໜ້າ​ທີ່ ທີ່​ຈະ​ຊອກ​ຄົ້ນ
ຫາ​ຊາກ​ເຮືອບິນ ຫຼື​ຊອກ​ຫາ​ເຄື່ອງບັນທຶກຂໍ້ມູນໄດ້ ຂະນະ
ທີ່ການສົ່ງ​ສັນຍານອີເລັກໂຕຣນິກບອກບ່ອນຢູ່ ຂອງເຄື່ອງ
ດັ່ງກ່າວໃກ້ຈະໝົດຖ່ານລົງແລ້ວນັ້ນ.
XS
SM
MD
LG