ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ບໍ່ອະນຸຍາດໃຫ້ ​ກໍ່​ສ້າງ​ໂຮງງານ ​ແລະ​ການ​ພັດທະນາ ທີ່​​ສົ່ງ​ຜົນ​ກະທົບ ​ຕໍ່​ສິ່ງ​ແວດ​ລ້ອມ ແລະ​ບ່ອນທ່ອງ​ທ່ຽວ​


ສົ່ງເສີມການທ່ອງທ່ຽວລາວແບບອະນຸລັກທຳມະຊາດ
ສົ່ງເສີມການທ່ອງທ່ຽວລາວແບບອະນຸລັກທຳມະຊາດ

​ລັດຖະມົນຕີ​ລາວ​ຢືນຢັນ​ວ່າ ຈະ​ບໍ່​ອະນຸຍາດ​ໃຫ້​ມີ​ການ​ກໍ່​ສ້າງ​ໂຮງງານ​ແລະ​ໂຄງການ
​ພັດທະນາ​ໃດ ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວ​
ຕ່າງໆ​ທີ່​ສຳຄັນ ​ໃນ​ທົ່ວ​ປະ​ເທດ​ລາວ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານບໍ່​ແສງ​ຄຳ ວົງ​ດາຣາ ລັດຖະມົນ​ຕີ​ກະຊວງ​ຖະ​ແຫຼ​ງຂ່າວ-​ວັດທະນະທຳ​ແລະ​ທ່ອງ​
ທ່ຽວ​ຖະ​ແຫຼ​ງຢືນຢັນ​ວ່າ ມາດ​ຕະການ​ສຳຄັນ​ປະການ​ນຶ່ງ​ທີ່​ຈະ​ມີ​ການຈັດ​ຕັ້ງ​ປະຕິບັດ
ຢ່າງ​ເຂັ້ມງວດ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ໃນ​ລາວ​ໃນ​ໄລຍະ​ຕໍ່​ໄປ​ນີ້ ຄື​ຈະ​ບໍ່​ອະນຸຍາດ​
ໃຫ້​ມີ​ການ​ກໍ່ສ້າງ​ໂຮງງານ​ແລະ​ໂຄງການ​ພັດທະນາ​ໃດ ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​
ລ້ອມ​ທຳ​ມະ​ຊາດ ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ ​ທີ່​ສຳຄັນໃນ​ທົ່ວ​ປະ​ເທດ ​ແລະ​ທຸກ
ພາກສ່ວນ​ທີ່​ກ່ຽວຂ້ອງ ທັງ​ໃນ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ຕາມ​ ຢ່າງ​ເຄັ່ງ​
ຄັດອີກ​ດ້ວຍ ດັ່ງ​ທີ່ ທ່ານ​ບໍ່​ແສງ​ຄຳໄດ້​ໃຫ້ການ​ຢືນຢັນ​ວ່າ: “ການ​ພັດທະນາ​ແຫຼ່ງທ່ອງ​
ທ່ຽວ ຕ້ອງ​ຫຼີກ​ເວັ້ນການ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ​ຢູ່​ເມືອງ ຫຼື​ສະຖານ​ທີ່ ​ທີ່​ມີ​ແຫຼ່ງທ່ອງ​
ທ່ຽວ ບໍ່​ຄວນ​ພັດທະນາ ການ​ຜະລິດ​ໃດ​ໆ ທີ່​ມັນ​ຈະ​ສົ່ງຜົນກະທົບ​ຕໍ່​ແຫຼ່ງທ່ອງ​ທ່ຽວ
ບໍ່​ວ່າ​ຈະ​ແມ່ນ​ການ​ຜະລິດ​ດ້ານ​ອຸດສາຫະກຳບໍ່​ວ່າ​ຈະ​ແມ່ນ​ການ​ຜະລິດ​ທາງ​ດ້ານ​
ຫັດຖະກຳ ທາງ​ດ້ານ​ຕ່າງໆ​ທີ່​ຈະ​ມີ​ຜົນ​ກະທົບຕໍ່​ແຫຼ່ງ​ທ່ອງ​ທ່ຽວ ສົມ​ມຸດວ່າ ຖ້າ​ມີ​ແຫຼ່ງ
ທ່ອງ​ທ່ຽວ​ທີ່​ດີ​ແລະ​ຢູ່​ໃກ້​ຄຽງ​ນັ້ນ ກໍ​ບໍ່​ຄວນ​ຈະ​ມີ​ໂຮງງານ​ທີ່​ໄປ​ຜະລິດ​ວັດ​ສະດຸ ກໍ່ສ້າງ​
ໃດ​ນຶ່ງ ທີ່​ມັນ​ສ້າງ​ຜົນ​ກະທົບ ​ແລະ​ມົນ​ລະ​ພິດ​ຕໍ່​ບັນຍາກາດຕໍ່​ອາກາດ​ຢູ່​ໃນ​ເຂດ​ທ່ອງ
​ທ່ຽວ​ອັນ​ນັ້ນ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ບໍ່​ແສງ​ຄຳ ກໍ​ຍອມຮັບ​ວ່າ ​ໃນ​ປັດຈຸບັນ​ນີ້ ​ໄດ້​ມີ​ການ​ບຸກລຸກ​
ສະຖານທີ່​ທ່ອງ​ທ່ຽວ​ທີ່​ເປັນ​ມູນ​ມໍລະດົກ​ຂອງ​ຊາດ​ເກີດ​ຂຶ້ນ​ຢ່າງ​ກວ້າງຂວາງ ​ແລະ​ຜູ້​ທີ່
​ບຸກລຸກ ສ່ວນ​ຫຼາຍ​ກໍ​ແມ່ນ​ບັນດາ​ພະນັກງານ​ຂອງ​ລັດຖະບານ ທັງ​ໃນ​ຂັ້ນ​ສູນ​ກາງ​ແລະ
​ລະດັບທ້ອງ​ຖິ່ນ ໂດ​ຍທີ່​ພາກສ່ວນ​ທີ່​ຮັບຜິດຊອບ​ໃນ​ການ​ບັງຄັບ​ໃຊ້​ກົດໝາຍ ວ່າ​ດ້ວຍ
​ມໍລະດົກ​ແຫ່ງ​ຊາດກໍ​ບໍ່​ສາມາດ​ບັງຄັບ​ໃຊ້​ກົດໝາຍ​ໄດ້ ​ໃນ​ການ​ປະຕິບັດ​ຕົວ​ຈິງ.

ທ່ານ​ບໍ່​ແສງ​ຄຳ ຢືນຢັນ​ວ່າ ການຈັດ​ຕັ້ງ​ປະຕິບັດ​ດັ່ງກ່າວນີ້ ຖື​ເປັນ​ພາກສ່ວນ​ນຶ່ງ​ໃນ
​ເປົ້າໝາຍ​ສຳຄັນ​ຂອງ​ການ​ຈັດຕັ້ງ​ປະຕິບັດ​ແຜນການ​ພັດທະນາ ດ້ານ​ການທ່ອງທ່ຽວ ​ໃນປີທ່ອງທ່ຽວ2018 ຊຶ່ງ​ຈະ​ດຳ​ເນີນ​ມາດ​ຕະການ​ຢ່າງຮອບ​ດ້ານ​ເຂົ້າ​ໃນ​ການ​ພັດທະ
ນາ​ປັບປຸງ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບທາງ​ດ້ານ​ການທ່ອງທ່ຽວ​ຂອງ​ລາວ ​ໃຫ້​ໄດ້
​ມາ​ດຕະຖານ​ສາກົນ​ເທື່ອ​ລະ​ກ້າວ ​ໂດຍ​ເພັ່ງ​ເລັງ​ໃສ່​ການ​ຄຸ້ມ​ຄອງ​ມໍລະດົກ ​ແຫ່ງ​ຊາດ
ສະຖານ​ບັນ​ເທີ​ງ​ແລະບໍລິການ​ຕ່າງໆ ​ເພື່ອ​ໃຫ້​ດຳ​ເນີນ​ທຸລະ​ກິດ​ຕາມ​ລະບຽບ​ກົດໝາຍ
​ຢ່າງ​ເຂັ້ມ​ງວດ ທັງ​ຍັງ​ຈະ​ສ້າງ​ນິຕິ​ກຳ​ໃໝ່ໆ ສຳລັບຄຸ້ມ​ຄອງທຸລະ​ກິດການທ່ອງ​ທ່ຽວ
ໃນ​ທົ່ວ​ປະ​ເທດດ້ວຍ ​ເປັນ​ຕົ້ນ ແມ່ນຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຄາຣາວານ
ການທ່ອງ​ທ່ຽວ​ແບບ​ຜະຈົນ​ໄພ ການ​ສ້າງ​ຕັ້ງ​ແລະ​ເຄື່ອນ​ໄຫວ​ໃນ​ທຸ​ລະ​ກິດ ບໍລິການ​
ນຳ​ທ່ຽວ ດຳລັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແຫຼ່ງທ່ອງ​ທ່ຽວແລະ​ມາດ​ຕະຖານຂັ້ນ​ພື້ນຖານ​
ຂອງ​ບັນດາ​ໂຮງ​ແຮມ ​ເຮືອນ​ພັກ ພັດ​ຕາຄານ ຮ້ານ​ອາຫານສວນ​ອາຫານ ​ແລະ​ຮ້ານ
​ກິນ​ດື່ມ​ໃນ​ທົ່ວ​ປະ​ເທດ.

ທາງ​ການ​ລາວ​ໄດ້​ຈັດ​ພິທີ​ເປີດ​ປີ​ທ່ອງ​ທ່ຽວ​ລາວ 2018 ຢ່າງ​ເປັນ​ທາງ​ການ ​ໃນ​ແລງ
​ວັນ​ທີ28 ຕຸລາ 2017 ​ໂດຍ​ມີ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ເປັນ​ປະທານ
ໃນພິທີ ​ແລະ​ໄດ້​ຈັດ​ຂຶ້ນ​ໃນ​ໂອກາດ​ດຽວ​ກັນ​ກັບ​ບຸນ​ນະມັດສະການ​ພະທາດ​ຫຼວງ
ປະຈຳ​ປີ 2017 ​ແລະ​ພິທີການ​ຄັ້ງ​ນີ້ ກໍ​ຍັງ​ໄດ້​ເຊື້ອ​ເຊີນ​ສື່​ມວນ​ຊົນ​ແລະ​ແຂກ​ຕ່າງ
ປະ​ເທດ​ຈາກ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ​ພູມິ​ພາກ​ອື່ນໆ ຈາກທົ່ວ​ໂລກ​ເຂົ້າ​
ຮ່ວມ​ດ້ວຍ.

​ໂດຍ​ລັດຖະບານ​ລາວ ​ໄດ້​ວາງ​ຄາດໝາຍ​ທີ່​ຈະ​ດຶງ​ດູດ​ເອົາ​ຊາວ​ຕ່າງ​ຊາດ​ໃຫ້​ເຂົ້າ
​ມາ​ທ່ອງ​ທ່ຽວ​ໃນ​ລາວ​ໃຫ້​ໄດ້​ຫຼາຍ​ກວ່າ 5 ລ້ານຄົນ ​ເພື່ອ​ເຮັດ​ໃຫ້​ພາກ​ບໍລິການ ​ໃນ​ລາວ​
ມີ​ລາຍ​ຮັບເກີນ​ກວ່າ 900 ລ້ານ​ ​ໂດ​ລາ ໃນ​ຕະຫຼອດ​ປີ 2018 ດ້ວຍ​ການ​ຈັດ​ກິດຈະ​ກຳ
​ແລະ​ງານ​ບຸນປະ​ເພນີ​ຕ່າງໆ ​ໃນ 18 ​ແຂວງ ​ທົ່ວ​ປະ​ເທດ ​ເຊັ່ນ​ການຈັດ​ຄາຣາວານ
ລົດ​ທ່ອງ​ທ່ຽວ​ ແຕ່​ເໜືອເຖິງ​ໃຕ້.

ບຸນມະ​ໂຫລານ​ການສະ​ແດງ​ສິນລະປະ ວັດທະນະທຳ ພື້ນເມືອ​ງບັນດາ​ເຜົ່າ ​
ການ​ແຂ່ງ​ລົດວິບາກ ກິດຈະກຳ​ປີນ​ໜ້າຜາ ການຈັດງານ​ວັນ​ລາວ ໃນ​ຕ່າງປະ​ເທດ ​
ເຊັ່ນ: ​ໄທ ຫວຽດນາມ ຍີ່ປຸ່ນ ​ເຢຍຣະມັນ​ ຝຣັ່ງ ອັງກິດ ທີ່​ທາງ​ການ​ລາວ​ເຊື່ອ​ວ່າ ຈະ​ດຶງ
​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດໄດ້​ເປັນ​ຢ່າງ​ດີ.

ທາງ​ດ້ານ​ທະນາຄານພັດທະນາ​ເອ​ເຊຍ (ADB) ລາຍງານວ່າ​ນັກ​ທ່ອງ​ທ່ຽວ​ຕ່າງຊາດ
​ເດີນທາງ​ເຂົ້າ​ມາລາ​ວ ​ໃນ​ປີ 2017 ຫຼຸດ​ລົງ 9.8 ​ເປີ​ເຊັນ​ ທຽບ​ໃສ່​ປີ 2016 ​ໂດຍ​ສະ​ເພາະ
ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ອາ​ຊຽນ ດ້ວຍ​ກັນນັ້ນ ຖືກ​ເປັນ​ກຸ່ມ​ນັກ​ທ່ອງ​ທ່ຽວ​ທີ່​
ເດີນທາງ​ເຂົ້າ​ມາ​ໃນ​ລາວ ຫຼຸດ​ລົງຫຼາຍ​ທີ່​ສຸດ ສ່ວນສະມາຄົມວິ​ໄຈການທ່ອງທ່ຽວ​ອາ​ຊຽນ
(ATRA)ລາຍງານ​ວ່າ ລາຍ​ຮັບ​ໃນ​ພາກ​ການທ່ອງທ່ຽວ​ຂອງ​ລາວ​ຍັງ​ມີ​ອັດຕາ​ສະ​ເລ່ຍ
ທີ່​ຕ່ຳ​ທີ່​ສຸດ​ໃນ​ອາ​ຊຽນ ກໍ​ຄື​ໃນ​ຂະນະ​ທີ່​ລາຍຈາກ​ຮັບພາກ​ການທ່ອງທ່ຽວຂອງອາ​ຊຽນ
ຢູ່​ທີ່​ອັດຕາ​ສະ​ເລ່ຍ 12 ​ເປີ​ເຊັນ ຂອງ​ມູນ​ຄ່າ​ຜະລິດ​ຕະພັນ​ຮວມພາຍ​ໃນ (GDP)
ຫາກ​ແຕ່​ ລາຍ​ຮັບ​ຂອງ​ລາວກັບ​ມີ​ອັດຕາ​ສະ​ເລ່ຍພຽງ 7 ​ເປີ​ເຊັນ ສະ​ນັ້ນ ການ​ທີ່​ຈະ​ດຶງ​
ເອົາ​ພວກ​ນັກທ່ອງທ່ຽວຊາວ​ຕ່າງຊາດ​ໃຫ້​ໄດ້ 5 ລ້ານ​ຄົນໃນ​ປີ 2018 ຈຶ່ງ​ບໍ່​ແມ່ນ​ເລື່ອງ​ງ່າຍ.


XS
SM
MD
LG