ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຫວ່າງງານ ໃນສະຫະລັດ ຄາດວ່າ ຍັງຈະບໍ່ດີຂຶ້ນ (ວີດີໂອ)


ຄາດຄະເນວ່າ ການຫວ່າງງານໃນສະຫະລັດອາເມຣິກາ ຍັງຈະບໍ່ມີການປ່ຽນແປງ
ຄາດຄະເນວ່າ ການຫວ່າງງານໃນສະຫະລັດອາເມຣິກາ ຍັງຈະບໍ່ມີການປ່ຽນແປງ

ອັດຕາ​ຄົນຫວ່າງ​ງານ​ຢູ່​ໃນ​ສະຫະລັດ ຄາດ​ວ່າ ​ຍັງ​ຈະ​ຢູ່​ໃນ​ລະດັບ 8.2 ​ເປີ​ເຊັ​ນ ​ເວລາ​ກະ
​ຊວງ​ແຮງ​ງານສະຫະລັດ ນຳ​ເຜີຍ​ແຜ່ລາຍ​ງານກ່ຽວ​ກັບ​ເລື່ອງວຽກ​ການ​ສຳ​ຫຼັບເດືອນມິ​ຖຸ​
ນາຜ່ານ​ມາ ​ໃນ​ວັນ​ສຸກມື້​ນີ້.

​ແຕ່​ພວກນັກ​ເສດຖະສາດເຊື່ອ​ວ່າ ລາຍ​ງານ​ຂອງ​ລັດຖະບານອາດ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ
​ໃນ​ເດືອນ​ແລ້ວນີ້ໄດ້​ມີ​ການ​ວ່າ​ຈ້າງ​ຄົນ​ງານ​ໃໝ່​ລ​ະ​ຫວ່າງ 90.000 ​ຫາ 100.000 ຄົນ
ຊຶ່ງ​ດີກວ່າ 69.000 ຄົນ ທີ່​ເພີ້​ມ​ຂຶ້ນ ໃນ​ເດືອນ​ພຶດສະພາ.

ລາຍ​ງານ​ຫວ່າງມໍ່ໆ​ມາ​ນີ້ ​ໄດ້​ສະແດງໃຫ້​ເຫັນ​ຮູ​ບພາບ​ທີ່​ປະ​ປົນກັນ​ຂອງ ສະຫະລັດ​ ຊຶ່ງ​
ເປັນ​ປະ​ເທດ​ທີ່​ມີເສດຖະກິດໃຫຍ່​ສຸດ​ໃນ​ໂລກ. ສະ​ຖາ​ບັນ​ບໍລິຫານ​ການສົ່ງ​ສິນຄ້າ ຊຶ່ງ​ເປັນ​
ກຸ່ມຜູ້​ບໍລິຫານ​ການຊື້​ຂາຍ ​ໄດ້​ອອກ​ລາຍ​ງານ​ສອງ​ຄັ້ງ​ໃນ​ອາທິດ​ນີ້ ​ທີ່ສະ​ແດງ​ໃຫ້​ເຫັນວ່າ ​
ການກິດຈະການ​ດ້ານ​ການ​ຜະລິດ​ຂອງ​ໂຮງງານ​ອຸດສາຫະກໍ​າ ໄດ້ຫລຸດຜ່ອນ​ລົງ​ໃນ​ເດືອນ
ມິຖຸ​ນາ ຊຶ່ງ​ເປັນ​ການ​ຫລຸດ​ລົງເທື່ອ​ທຳ​ອິດ​ໃນ​ຮອບເກຶຶອບສາມ​ປີ ​ໃນ​ຂະນະ​ທີ່​ກິດຈະການທີ່​
ບໍ່​ແມ່ນ​ການ​ຜະລິດ ຫລຸດ​ລົງພຽງເລັກ​ນ້ອຍ​ໃນ​ເດືອນ​ແລ້ວ​ນີ້.

ເບິ່ງວີດີໂອກ່ຽວກັບຄົນຫວ່າງງານໃນເຂດນະຄອນຫລວງວໍຊິງຕັນ:

​ແຕ່​ກະ​ຊວງ​ແຮງ​ງານ ​ລາຍ​ງງານ​ໃນ​ວັນ​ພະ​ຫັດ​ວານ​ນີ້ວ່າ ຄໍາ​ຮ້ອງ​ຂໍ​ເງິນ​ຫວ່າງ​ງານ​ເປັນ
​ຄັ້ງ​ທໍາ​ອິດ ​ໄດ້​ຫລຸດ​ລົງ​ 14,000 ໃນ​ອາທິດ​ ທີ່ສິ້ນສຸດລົງໃນວັນ​ທີ 30 ທ້າຍ​ເດືອນ​ມິຖຸ​ນາ
ໃນ​ຂະນະ​ທີ່ ບໍລິ​ສັດ​ຈ່າຍ​ເງິນ ADP ກ່າວ​ວ່າ ທຸລະ​ກິດ ໄດ້​ເພີ້​ມວຽກ​ງານ​ໃໝ່ 176,000
ໜ້າວຽກ ໃນ​ເດືອນ​ແລ້ວ​ນີ້.

​ວິ​ກິດ​ການ​ໜີ້​ສິນ​ຂອງ​ຢູ​ໂຣບທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ພ້ອມ​ດ້ວຍ​ສະພາບ​ການ​ບໍ່​ໄປ​ບໍ່ ມາ​ທາງ​
ດ້ານ​ການ​ເມືອງໃນວໍຊິງ​ຕັນ ເຮັດ​ໃຫ້​ການ​ຟື້ນ​ໂຕ​ຄືນ​ຂອງ​ສະຫະລັດຈາກ ເສດຖະກິດຕົກ
ຕໍ່າ​ຂອງ​ໂລກຍຸຕິ​ລົງ.

ເບິ່ງວີດີໂອກ່ຽວກັບບັນຫາຄົນຫວ່າງງານໃນເຂດນະຄອນລອສ ແອນຈີແລສ
ລັດແຄລິຟໍເນຍ:

XS
SM
MD
LG