ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໙ ກັນຍາ ໒໐໒໔

ການໂຄສະນາຫາສຽງ ຂອງທ່ານນາງ ແຮຣິສ ທໍາລາຍສະຖິຕິເງິນບໍລິຈາກ, ທ່ານ ເຈດີ ແວນສ໌ ກ່າວວ່າຈະບໍ່ມີການຫ້າມການແທ້ງລູກ ພາຍໃຕ້ການນຳພາຂອງທ່ານ ທຣໍາ


ຜູ້ລົງແຂ່ງຂັນເອົາຕໍາແໜ່ງຮອງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ ເຈດີ ແວນສ໌ ກ່າວໃນວັນອາທິດວານນີ້ວ່າ ທ່ານຈະບໍ່ບັງຄັບໃຊ້ກົດໝາຍ ການຫ້າມແທ້ງລູກໃນລະດັບລັດຖະບານກາງໃນສະຫະລັດ ຖ້າທ່ານ ແລະທ່ານ ດໍໂນລ ທຣຳ ຊະນະການເລືອກຕັ້ງປະທານາທິບໍດີ. ໃນຂະນະດຽວກັນ, ຜູ້ສະໝັກຊິງຕໍາແໜ່ງ ປະທານາທິບໍດີຈາກພັກເດໂມແຄຣັດ, ທ່ານນາງ ຄາມາລາ ແຮຣິສ ແລະ ທ່ານ ທິມ ວອລຊ໌ (Tim Walz) ຍັງສືບຕໍ່ຊຸກຍູ້ຂໍ້ຄວາມຂອງພວກຕົນ ກ່ຽວກັບສິດທິການຈະເລີນພັນ ແລະປະກາດຕົວເລກການບໍລິຈາກ ເພື່ອ​ການໂຄສະນາຫາສຽງທີ່ທຳລາຍສະຖິຕິ. ນັກ​ຂ່າວ​ວີ​ໂອ​ເອ ເວໂຣນີກາ ບັລເດຣາສ ອິເກຼຊຽສ (Veronica Balderas Iglesias) ມີ​ລາຍ​ລະອຽດ.

ໃນວັນອາທິດວານນີ້, ຜູ້ສະມັກຊິງຕໍາແໜ່ງຮອງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ ເຈດີ ແວນຊ໌ ໄດ້ຖືກຖາມຢູ່ໃນລາຍການ Meet the Press ຂອງໂທ​ລະ​ພາບ ເອັນບີຊີ (NBC) ວ່າ ທ່ານ ຈະໃຫ້ຄຳໝັ້ນສັນຍາວ່າຈະບໍ່ບັງຄັບໃຊ້ກົດໝາຍຫ້າມການເຮັດແທ້ງລູກ ໃນລະດັບປະເທດ ຫຼືບໍ່ ຖ້າຖືກເລືອກໃນເດືອນພະຈິກ.

ທ່ານ ເຈດີ ແວນຊ໌ (JD Vance), ຜູ້ສະໝັກຊິງຕໍາແໜ່ງຮອງປະທານາທິບໍດີຈາກພັກ ຣີພັບບລີກັນ:

"ຂ້າພະເຈົ້າສາມາດໃຫ້ຄຳຫມັ້ນສັນຍາ (ຕໍ່) ສິ່ງນັ້ນ ໄດ້ຢ່າງແນ່ນອນ."

ຄໍາຕອບຂອງທ່ານ ມີຂຶ້ນສອງມື້ ຫຼັງຈາກທີ່ທ່ານ ທຣໍາ ໄດ້ຂຽນຂໍ້ຄວາມລົງໃນເວທີສື່ສັງຄົມ Truth ຂອງທ່ານວ່າ "ລັດຖະບານຂອງທ່ານ ຈະເປັນລັດຖະບານທີ່ດີເລີດສຳລັບບັນດາ ແມ່ຍິງ ແລະສິດທິການຈະເລີນພັນຂອງພວກເຂົາ."

​ແຕ່​ເນື່ອງຈາກມີການຊຸກຍູ້ຢ່າງຫ້າວຫັນ ໃຫ້ມີການຫ້າມການເຮັດແທ້ງລູກຂອງ​ສະມາຊິກພັກຣີພັບ​ບລິ​ກັນໃນ​ສະ​ພາ​ຕ່ຳ​ຈຳນວນ​ນຶ່ງ ​, ທ່ານ ແວນຊ໌ (Vance) ຈຶ່ງໄດ້ຖືກຖາມຢໍ້າຄືນ ໂດຍອົງການຂ່າວ NBC ວ່າ ທ່ານ ທຣໍາ ຈະໃຊ້ສິດໃນການຢັບຢັ້ງ ກົດໝາຍປະເພດ ດັ່ງກ່າວ ຫຼືບໍ່ ຖ້າຫາກວ່າທ່ານ ກັບຄືນໄປທໍານຽບຂາວ.

ທ່ານ ເຈດີ ແວນຊ໌ (JD Vance), ຜູ້ສະໝັກຊິງຕໍາແໜ່ງຮອງປະທານາທິບໍດີຈາກພັກ ຣີພັບບລີກັນ:

"ຂ້າພະເຈົ້າຄິດວ່າທ່ານຈະເຮັດ, ທ່ານເວົ້າຢ່າງຈະແຈ້ງວ່າທ່ານຈະເຮັດ."

ການໂຄສະນາຫາສຽງຊິງຕໍາແໜ່ງປະທານາທິບໍດີຂອງພັກເດໂມແຄຣັດ ຂອງທ່ານນາງ ແຮຣິສ ແລະ ທ່ານ ວອລຊ໌ ເຕືອນວ່າສິດທິການຈະເລີນພັນ ຈະຖືກທຳລາຍພາຍໃຕ້ ການປົກຄອງຂອງ ທ່ານ ທຣໍາ. ໂດຍຜູ້ຖືກສະເໜີຊື່ໃຫ້ລົງແຂ່ງຂັນເອົາຕໍາແໜ່ງຮອງ​ປະທານາທິບໍດີ ທ່ານ ທິມ ວອລຊ໌ ​ໄດ້​ກ່າວ​ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ ​ໃນ​ລະຫວ່າງ​ກອງ​ປະຊຸມ​ໃຫຍ່ແຫ່ງຊາດຂອງ​ພັກ​ເດ​ໂມ​ແຄຣັດ​ ໃນມໍ່ໆມານີ້ ວ່າ:

ທ່ານ ທິມ ວອລຊ໌, ຜູ້ຖືກສະເໜີຊື່ໃຫ້ລົງແຂ່ງຂັນເອົາຕໍາແໜ໋ງຮອງປະທານາທິບໍດີຈາກ ພັກເດໂມແຄຣັດ:

"ພວກເຂົາຈະຫ້າມການເຮັດແທ້ງລູກ ໃນທົ່ວປະເທດນີ້ ບໍ່ວ່າຈະມີ ຫຼືບໍ່ມີສະພາ​ຕ່ຳ ກໍຕາມ (ສຽງໂຮ່)."

ບັນດານັກວິເຄາະ ໄດ້ຊົມເຊີຍວ່າ ໂດຍລວມແລ້ວ, ກອງປະຊຸມໃຫຍ່ແຫ່ງຊາດຂອງພັກ ເດໂມແຄຣັດ ຫຼື DNC ແມ່ນປະສົບຜົນສໍາເລັດ. ພັກ​ເດ​ໂມ​ແຄ​ຣັດ​ຫວັງ​ວ່າ​ມັນຈະໝາຍ ເຖິງຜົນສຳເລັດທີ່ດີຂຶ້ນໃນການຢັ່ງຫາງສຽງ. ເພື່ອເປັນການເພີ້ມບັນຍາກາດຂອງການ ສະເຫຼີມສະຫຼອງ, ການໂຄສະນາຫາສຽງຂອງທ່ານນາງ ແຮຣິສ ແລະທ່ານ ວອລຊ໌ ຍັງໄດ້ປະກາດໃນວັນອາທິດວານນີ້ວ່າ ຕົນສາມາດລະດົມທຶນໄດ້ 540 ລ້ານໂດລາ ນັບຕັ້ງແຕ່ການເປີດຕົວ.

ສະມາຊິກສະພາສູງ ທ່ານ ເບີນີ ແຊນເດີສ໌ (Bernie Sanders), ທີ່ບໍ່ຂຶ້ນກັບພັກໃດ, ໄດ້ສະແດງຄວາມຄິດເຫັນໃນແງ່ດີຢ່າງລະມັດລະວັງວ່າ ເສັ້ນທາງສູ່ທຳນຽບຂາວຂອງ ຮອງປະທານາທິບໍດີ ຄາມາລາ ແຮຣີສ ແມ່ນແຈ່ມໃສ່.

ສະມາຊິກສະພາສູງ ທ່ານ ເບີນີ ແຊນເດີສ໌ (Bernie Sanders):

“ຂ້າພະເຈົ້າຄິດວ່າ ມັນຈະເປັນການໂຄສະນາຫາສຽງທີ່ແຂງແກ່ນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຮອງ​ປະ​ທານ​າທິບໍດີ, ໃນຕອນນີ້​, ມີ​ໂອ​ກາດ​ສູງຫຼາຍທີ່​ຈະ​ຊະ​ນະ. ທ່ານນາງ, ແນ່ນອນວ່າ, ຈະຊະນະຄະແນນນິຍົມດ້ວຍຄະແນນສຽງຫຼາຍລ້ານຄະແນນ, ແລະຂ້າພະເຈົ້າຄິດວ່າ ທ່ານນາງມີໂອກາດດີທີ່ຈະຊະນະໃນຫຼາຍໆລັດທີ່ມີການແຂ່ງຂັ້ນສູງ.”

ສະມາຊິກສະພາສູງຈາກພັກຣີພັບບລີກັນ ທ່ານ ທອມ ຄັອດ​ຕັນ (Tom Cotton) ບໍ່ເຫັນດີນຳຄຳຄິດເຫັນດັ່ງກ່າວ, ໂດຍກ່າວວ່າ:

“ທ່ານ ດໍໂນລ ທຣຳ ເຄີຍເປັນປະທານາທິບໍດີມາກ່ອນ. ປະຊາຊົນ ອາເມຣິກັນ ຮູ້ວ່າທ່ານໄດ້ເຮັດຫຍັງແນ່. ພວກເຂົາຮູ້ວ່າທ່ານເຂົ້າໃຈເຖິງຄວາມເຈັບປວດທີ່ພວກເຂົາເຈົ້າ ໄດ້ຮັບໃນຊ່ວງສີ່ປີທີ່ຜ່ານມາ ພາຍໃຕ້ການນຳພາຂອງ ທ່ານນາງ ຄາມາລາ ແຮຣິສ ແລະ ທ່ານ ໂຈ ໄບເດັນ ແລະຄິດວ່ານັ້ນແມ່ນເຫດຜົນທີ່ພວກເຂົາເຈົ້າ ພ້ອມທີ່ຈະເອົາທ່ານ ດໍໂນລ ທຣໍາ ກັບຄືນມາທຳນຽບຂາວ."

ທັງສອງການໂຄສະນາຫາສຽງ ມີການວາງແຜນຈະຈັດງານຫຼາຍງານ ໃນອາທິດນີ້. ໂດຍຮອງປະທານາທິບໍດີ ແຮຣິສ ແລະຄູ່ຮ່ວມລົງແຂ່ງຂັນຂອງທ່ານນາງ ຈະເລີ່ມການ ໄປຢ້ຽມຢາມໂດຍທາງລົດເມ ໃນ ລັດ ຈໍເຈຍ ໃນວັນພຸດນີ້.

ສ່ວນ ທ່ານ ທຣຳ, ຄາດ​ວ່າ​ຈະ​ຈັດ​ການ​ໂຮມ​ຊຸມນຸມ​ໃນ​ວັນ​ພະຫັດ​ນີ້ ​ໃນ​ລັດ ວິສຄອນຊິນ (Wisconsin) ​ແລະຈັດການ​ໂຮມ​ຊຸມນຸມ​ໃນ​ວັນ​ສຸກ ຢູ່​ທີ່​ລັດເພັນຊີລເວເນຍ.

ອ່ານລາຍງານເປັນພາສາອັງກິດລຸ່ມນີ້:

Republican vice presidential candidate JD Vance said Sunday that he won’t impose a federal abortion ban in the United States if he and Donald Trump win the White House. Meanwhile, the Democratic presidential ticket of Kamala Harris and Tim Walz keeps pushing its messaging for reproductive rights and announced a record-breaking number in campaign donations. VOA’s Veronica Balderas Iglesias has the details.

Republican vice presidential nominee JD Vance was asked Sunday on NBC’s Meet the Press whether he would commit to not imposing a national abortion ban if elected in November.

JD Vance, Republican Vice Presidential Nominee:

“I can absolutely commit (to) that.”

His answer came two days after Trump wrote on his Truth Social media platform quote: “My administration will be great for women and their reproductive rights.”

But with some Republicans in Congress actively pushing for abortions to be banned nationwide,

Vance was pressed further on NBC on whether Trump would veto that type of legislation if he were to return to the White House.

JD Vance, Republican Vice Presidential Nominee

“I think he would, he said that explicitly that he would.”

The Harris-Walz Democratic presidential campaign warns that reproductive rights would be obliterated under a Trump administration. Vice presidential nominee Tim Walz spoke about the matter during the recent Democratic National Convention.

Tim Walz, Democratic Vice Presidential Nominee:

“They will ban abortion across this country with or without Congress (boos).”

The DNC overall was hailed a success by analysts. Democrats hope it will translate into a bump in the polls. Adding to the celebratory mood, the Harris-Walz campaign announced Sunday that it has raised $540 million since it launched.

Senator Bernie Sanders, an independent, has expressed cautious optimism that Vice President Kamala Harris’ road to the White House is clear.

Sen. Bernie Sanders, Independent:

“I think it's going to be a rough campaign. I think the vice president now has a very good chance to win. She's certainly going to win the popular vote by millions of votes, and I think she has a great chance to win many of the battleground states.”

Republican Senator Tom Cotton disagrees.

Sen. Tom Cotton, Republican:

“Donald Trump has been president before. The American people know what he did. They know that he understands the kind of pain they’ve suffered the last four years under Kamala Harris and Joe Biden and think that’s why they’re ready to return Donald Trump to the White House.”

Both campaigns have several events planned for this week. Vice President Harris and her running mate will kick off a bus tour in Georgia on Wednesday.

Trump is expected to hold a Town Hall Thursday in Wisconsin and a rally Friday in Pennsylvania.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG