ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ບາເຊິເລ ໄດ້ຮັບການຢັ້ງຢືນວ່າ ບໍ່ມີການວິສາມັນຄາດຕະກໍາ ຫຼື ການບັງຄັບໃຫ້ຫາຍສາບສູນຢູ່ໃນ ບັງກລາແດັສ


ດ້ວຍຮູບພາບຂອງຍາດພີ່ນ້ອງຂອງພວກເຂົາເຈົ້າທີ່ຫາຍສາບສູນ ລຸນຫຼັງທີ່ມີການກ່າວຫາວ່າ ຖືກຈັບ ຫຼືລັກພາໂຕໄປໂດຍບັນດາໜ່ວຍງານຄວາມໝັ້ນຄົງ, ຜູ້ຄົນພາກັນລວມໂຕກັນເປັນຫ່ວງໂສ້ມະນຸດ ໃນການຊຸມນຸມໃນນະຄອນຫຼວງດາກາ ໃນວັນສິດທິມະນຸດສາກົນ, ວັນທີ 10 ທັນວາ 2021. (Photo by Tazul Islam for VOA)
ດ້ວຍຮູບພາບຂອງຍາດພີ່ນ້ອງຂອງພວກເຂົາເຈົ້າທີ່ຫາຍສາບສູນ ລຸນຫຼັງທີ່ມີການກ່າວຫາວ່າ ຖືກຈັບ ຫຼືລັກພາໂຕໄປໂດຍບັນດາໜ່ວຍງານຄວາມໝັ້ນຄົງ, ຜູ້ຄົນພາກັນລວມໂຕກັນເປັນຫ່ວງໂສ້ມະນຸດ ໃນການຊຸມນຸມໃນນະຄອນຫຼວງດາກາ ໃນວັນສິດທິມະນຸດສາກົນ, ວັນທີ 10 ທັນວາ 2021. (Photo by Tazul Islam for VOA)

ລັດຖະມົນຕີກະຊວງການຕ່າງປະເທດຂອງບັງກລາແດັສ ທ່ານເອເຄ ອັບດູລ ໂມເມັນ (AK Abdul Momen) ໄດ້ກ່າວກັບຂ້າຫຼວງໃຫຍ່ທາງດ້ານສິດທິມະ ນຸດແຫ່ງອົງການສະຫະປະຊາຊາດ ທ່ານນາງ ມິເຊລ ບາເຊິເລ (Michelle Bachelet) ທີ່ມາຢ້ຽມຢາມວ່າ ບໍ່ມີກໍລະນີກ່ຽວກັບການຫາຍສາບສູນ ຫຼື ການວິສາມັນຄາດຕະກໍາໃດໆຢູ່ພາຍໃນປະເທດ.

ທ່ານນາງ ບາເຊິເລ, ໄດ້ເດີນທາງໄປເຖິງປະເທດບັງກລາແດັສໃນວັນອາທິດ ແລ້ວນີ້ ເພື່ອປຶກສາຫາລືກ່ຽວກັບບັນຫາຕ່າງໆທາງດ້ານສິດທິມະນຸດ ກັບລັດ ຖະບານ, ໜ່ວຍງານສັງຄົມພົນລະເຮືອນ ແລະພາກສ່ວນອື່ນໆຂອງປະເທດ ດັ່ງກ່າວ.

ອົງການສະຫະປະຊາຊາດໄດ້ກ່າວຢູ່ໃນທວິດເຕີ້ວ່າ ທ່ານນາງ ບາເຊິເລັດ ຈະກ່າວຖະແຫຼງການໃນວັນພຸດນີ້ ເຊິ່ງເປັນມື້ສຸດທ້າຍຂອງການຢ້ຽມຢາມປະ ເທດດັ່ງກ່າວຂອງທ່ານນາງ.

ລຸນຫຼັງທີ່ບັນດາລັດຖະມົນຕີຂັ້ນສູງຂອງປະເທດໄດ້ພົບປະກັບທ່ານນາງ ບາເຊິເລ ໃນວັນອາທິດແລ້ວນີ້, ທ່ານ ໂມເມັນ ກ່າວໃນການຖະແຫຼງຂ່າວ ສັ້ນວ່າ ທ່ານນາງບາເຊິເລ ໄດ້ຮັບແຈ້ງການວ່າ ໃນຊ່ວງໄລຍະການປົກຄອງ ຂອງນາຍົກລັດຖະມົນຕີ ທ່ານເສກ ຮາຊິນາ (Sheikh Hasina), ບໍ່ມີຜູ້ໃດ ຕົກເປັນຜູ້ເຄາະຮ້າຍຂອງການບັງຄັບໃຫ້ຫາຍສາບສູນ ຫຼື ບັງຄັບໃຫ້ຖືກສັງຫານ ຢູ່ພາຍໃນປະເທດແຫ່ງນີ້.

ບັນດານັກເຄື່ອນໄຫວດ້ານສິດທິ ແລະຄອບຄົວຂອງຜູ້ເຄາະຮ້າຍທັງຫຼາຍ ກ່າວວ່າ ການກ່າວອ້າງຂອງລັດຖະບານທີ່ວ່າບໍ່ມີຜູ້ເຄາະຮ້າຍຖືກບັງຄັບໃຫ້ເສຍ ຊີວິດ ຫຼື ຫາຍສາບສູນນັ້ນ ບໍ່ເປັນຄວາມຈິງທີ່ສຸດ.

ທ່ານໂມຮໍາມັດ ອັສຣາຟັສຊາມານ (Mohammad Ashrafuzzaman), ເຈົ້າໜ້າທີ່ປະສານງານກ່ຽວກັບສູນຊັບພະຍາກອນທາງກົດໝາຍແຫ່ງເອເຊຍ ປະຈໍາຮົງກົງ ບອກກັບ VOA ວ່າ “ມີຫຼັກຖານທາງກົດໝາຍທີ່ຍອມຮັບໄດ້ ກ່ຽວກັບກໍລະນີດັ່ງກ່າວຫຼາຍຮ້ອຍກໍລະນີຢູ່ໃນປະເທດບັງກລາແດັສ.”

ທ່ານ ອັສຣາຟັສຊາມານ ກ່າວຕື່ມວ່າ “ສິ່ງທີ່ບັນດາລັດຖະມົນຕີບອກກັບຫົວໜ້າ ທາງດ້ານສິດທິມະນຸດແຫ່ງອົງການສະຫະປະຊາຊາດ ກ່ຽວກັບບັນຫາຂອງ ການລະເມີດສິດທິມະນຸດຢ່າງຮຸນແຮງຢູ່ພາຍໃນປະເທດນັ້ນ ແມ່ນການເວົ້າ ຕົວະທີ່ສຸດ.”

“ບໍ່ມີການວິສາມັນສັງຫານ, ຫຼືບັງຄັບໃຫ້ຕ້ອງຫາຍສາບສູນ.”

ໃນຊ່ວງທົດສະຫວັດທີ່ຜ່ານມາ, ມີລາຍງານຈາກອົງກອນຕ່າງໆທາງດ້ານ ສິດທິມະນຸດທົ່ວໂລກກ່າວຫາວ່າ ຕໍາຫຼວດ, ກອງທັບ, ໜ່ວຍງານທາງທະຫານ ຂັ້ນສູງ, ກອງພັນທະຫານປະຕິບັດການພິເສດ ແລະໜ່ວຍງານທາງດ້ານຄວາມ ໝັ້ນຄົງອື່ນໆຢູ່ໃນປະເທດບັງກລາແດັສ ແມ່ນມີສ່ວນຢູ່ໃນການສັງຫານວິສາມັນ ຄາດຕະກໍາ ແລະການບັງຄັບໃຫ້ຫາຍສາບສູນ.

ອີງຕາມລາຍງານຂອງຄະນະກໍາມາທິການສິດທິມະນຸດແຫ່ງເອເຊຍ ເຊິ່ງມີ ສໍານັກງານຕັ້ງຢູ່ຮົງກົງເປີດເຜີຍວ່າ ໃນລະຫວ່າງປີ 2009 ຫາເດືອນມິຖຸນາປີ 2022 ມີປະຊົນຖືກວິສາມັນຄາດຕະກໍາຢ່າງໜ້ອຍ 2,658 ຄົນ, ແລະມີຢ່າງ ໜ້ອຍ 619 ຄົນທີ່ກາຍມາເປັນຜູ້ເຄາະຮ້າຍຈາກການຖືກບັງຄັບໃຫ້ຫາຍ ສາບສູນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG