ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ປິດ​ລັດ​ຖະ​ບານ ສະ​ຫະ​ລັດ ບາງ​ສ່ວນ ບໍ່​ເຫັນ​ທ່າ​ທີ ​ວ່າສິ້ນ​ສຸດລົງ


No End in Sight for Partial US Government Shutdown
please wait

No media source currently available

0:00 0:03:12 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ຂ່າວນີ້.

ລັດ​ຖະ​ບານ ສະ​ຫະ​ລັດ ພວມ​ຖືກ​ປິດເປັນບາງ​ສ່ວນໄປ​ຈົນ​ຮອດ​ຢ່າງ​ໜ້ອຍວັນ​ພະ​ຫັດ​
ນີ້, ແລະ ເປັນໄປໄດ້ວ່າ ຈະດົນກວ່ານີ້ຫຼາຍມື້ ຫຼື ແມ່ນກະທັ້ງຫຼາຍອາທິດຫຼັງຈາກນັ້ນ,
ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ຢືນຢັດກັບການຮຽກຮ້ອງຂໍທຶນ ສຳລັບ
ການສ້າງກຳແພງຢູ່ຕາມເຂດຊາຍແດນ ສະຫະລັດ-ເມັກຊິໂກ ແລະ ພັກເດໂມແຄຣັດ
ກໍຍັງຄົງຄັດຄ້ານຍ່າງເດັດຂາດຢູ່ຄືເກົ່າ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີເມື່ອ​ຕອນ​ແລງວັນ​ອ​າ​ທິດ​ວານນີ້​ວ່າ “ວິ​ທີ​ທີ່​ສຳ​
ຄັນທີ່ສຸດ ທີ່ຈະຢຸດເຊົາພວກແກັ່ງຄົນບໍ່ດີ, ຢາເສບຕິດ, ການຄ້າມະນຸດ ແລະ ອາຊະ
ຍາກອນຂະໜາດໃຫຍ່ ແມ່ນຢູ່ເຂດຊາຍແດນທາງພາກໃຕ້ຂອງພວກເຮົາ. ພວກເຮົາ
ຕ້ອງການຮັກສາຄວາມປອດໄພຢູ່ເຂດຊາຍແດນ ແລະ ດັ່ງທີ່ທຸກຄົນຮູ້ດີ, ເຈົ້າບໍ່ສາ
ມາດທີ່ຮັກສາຄວາມປອດໄພຢູ່ເຂດຊາຍແດນໄດ້ ຖ້າບໍ່ມີກຳແພງ.”

ຜູ້​ນຳ​ລະດັບ​ສອງ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ສູງ ຈາກ​ລັດ ອີ​ລີ​ນອຍ ທ່ານ ດິກ
ເດີບິນ ໄດ້ຂຽນຂໍ້ຄວາມໃນທວິດເຕີໃນວັນເສົາທີ່ຜ່ານມາ ເຊິ່ງແມ່ນວັນທຳອິດຂອງ
ການປິດລັດຖະບານວ່າ “ໃນຕອນທ່ຽງຄືນ, ປະທານາທິບໍດີ ທຣຳ ໄດ້ຕັດສິນໃຈທີ່ຈະ
ປິດລັດຖະບານ ຍ້ອນການຮຽກຮ້ອງສຳລັບກຳແພງຊາຍແດນຍຸກ ເມດີອີໂວ ຂອງທ່ານ.
ນີ້ແມ່ນເລື່ອງບ້າ ແລະ ໂຫດຮ້າຍທາລຸນ.”

ການ​ປິດ​ລັດ​ຖະ​ບານ​ຄັ້ງ​ນີ້​ເປັນ​ຂີດ​ໝາຍ​ຄັ້ງ​ທີ 4 ໃນ 5 ປີ​ທີ່​ຜ່າ​ນ​ມາ ທີ່​ລັດ​ຖະ​ສະ​ພາ
ແລະ ທຳນຽບຂາວ ບໍ່ສາມາດຕົກລົງກັນໄດ້ ກ່ຽວກັບ ຈຳນວນເງິນທີ່ລັດຖະບານກາງ
ຕ້ອງໃຊ້ຈ່າຍ ແລະ ຍ້ອນແນວນັ້ນການຄັດຄ້ານຕ່າງໆ, ການບໍ່ສາມາດທີ່ຈະອະນຸມັດ
ທຶນກ່ອນຂີດເສັ້ນຕາຍ ຈຶ່ງເປັນສາເຫດຂອງການຢຸດການບໍລິການ ແລະ ປະຕິບັດ
ງານທີ່ບໍ່ຈຳເປັນ.

ໃນວັນ​ພຸດ​ທີ່​ຜ່ານ​ມາ, ເບິ່ງ​ຄືວ່າ​ການ​ປິດ​ລັດ​ຖະ​ບານ​ ຈະ​ບໍ່​ເກີດ​ຂຶ້ນ ໃນ​ຂະ​ນະ​ທີ່​ສະ​
ພາສູງ ເຊິ່ງນຳໜ້າໂດຍພັກຣີພັບບລີກັນນັ້ນ ໄດ້ຮັບຜ່ານຮ່າງກົດໝາຍງົບປະມານ
ຊົ່ວຄາວຢ່າງເປັນເອກະສັນ. ດັ້ງເດີມແລ້ວ ທຳນຽບຂາວ ໄດ້ໃຫ້ສັນຍານການສະໜັບ
ສະໜູນສຳລັບຮ່າງກົດໝາຍດັ່ງກ່າວ, ເຊິ່ງໄດ້ຂະຫຍາຍເງິນທຶນ ສຳລັບການຮັກສາ
ເຂດຊາຍແດນໂດຍລວມ ແຕ່ບໍ່ໄດ້ຈັດແຍກເງິນທຶນ ສຳລັບສ້າງກຳແພງໄວ້ຕ່າງຫາກ.
ແຕ່ທ່ານ ທຣຳ ໄດ້ປະຕິເສດມັນຢ່າງເດັດຂາດ, ແລະ ຮຽກຮ້ອງໃຫ້ຈັດເງິນທຶນ 5 ຕື້
ໂດລາໄວ້ ສຳລັບການກໍ່ສ້າງກຳແພງ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທາງວິ​ດີ​ໂອ​ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ​ວ່າ “ປະ​
ເທດທີ່ຍິ່ງໃຫຍ່ຂອງພວກເຮົາ ຕ້ອງມີຄວາມປອດໄພຕາມເຂດຊາຍແດນ.. ດ້ວຍກຳ
ແພງ ຫຼື ຮົ້ວເຫຼັກ ຫຼື ແມ່ນຫຍັງກໍຕາມທີ່ເຈົ້າຢາກເອີ້ນມັນ.”

ສະ​ພາ​ຕ່ຳ​ທີ່​ນຳ​ໜ້າ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ​ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ງົບ​ປະ​ມານ ​
ພ້ອມກັບເງິນທຶນ ສຳລັບສ້າງກຳແພງດັ່ງກ່າວ, ແຕ່ມາດຕະການທີ່ວ່ານັ້ນແມ່ນບໍ່ໄດ້
ຮັບຄະແນນສຽງຫຼາຍພໍ ເພື່ອຜ່ານສະພາສູງ, ບ່ອນທີ່ພັກເດໂມແຄຮັດ ໄດ້ຕຽມຕົວ
ຄັດຄ້ານຢ່າງແຂງຂັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG