ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈຳນວນຄົນທີ່ ຕຳຫຼວດ ສະຫະລັດ ໄດ້ຍິງປະຊາຊົນຕາຍ ບໍ່ໄດ້ມີຮ່ອງຮອຍວ່າ ໄດ້ຫຼຸດລົງ


ຮູບຂອງຕຳຫຼວດເມືອງ San Antonio ທ່ານ Miguel Moreno ຖືກວາງຢູ່ບ່ອນໄວ້ອາໄລຊົ່ວຄາວ. 30 ມິຖຸນາ, 2017,
ຮູບຂອງຕຳຫຼວດເມືອງ San Antonio ທ່ານ Miguel Moreno ຖືກວາງຢູ່ບ່ອນໄວ້ອາໄລຊົ່ວຄາວ. 30 ມິຖຸນາ, 2017,

ໂຄງການນຶ່ງທີ່ພວມດຳເນີນໄປຢູ່ ທີ່ໜັງສືພິມ Washington Post ກໍາລັງຕິດຕາມເບິ່ງ
ພົບເຫັນວ່າ ຈຳນວນຄົນທີ່ຖືກຕຳຫຼວດຍິງຕາຍ ຢູ່ໃນ ສະຫະລັດ ໃນເຄິ່ງປີທຳອິດຂອງປີ
2017 ແມ່ນເກືອບວ່າເທົ່າກັບຕົວເລກຂອງສອງປີກ່ອນໜ້ານັ້ນ.

ໜັງສືພິມດັ່ງກ່າວເວົ້າວ່າ 492 ຄົນ ໄດ້ຖືກຍິງຕາຍ ໃນຫົກເດືອນທຳອິດຂອງປີນີ້. ພວກ
ທີ່ຖືກຂ້າສ່ວນຫຼາຍແມ່ນຜູ້ຊາຍຜິວຂາວ ທີ່ຕິດອາວຸດປືນ ຫຼື ອາວຸດແນວອື່ນ. ຊາວຫ້າ
ເປີເຊັນຂອງພວກທີ່ຖືກຂ້າ ແມ່ນພວກເປັນໂຣກຈິດ. ນອກຈາກນີ້ແລ້ວ ພວກທີ່ຖືກຂ້າ
ປະມານຊາວຫ້າເປີເຊັນ ແມ່ນຊາວຜິວດຳ ເຖິງແມ່ນວ່າ ຊາວຜິວດຳຈະມີພຽງແຕ່ຫົກເປີ
ເຊັນຂອງປະຊາກອນ ສະຫະລັດ ກໍຕາມ.

ໜັງສືພິມ Washington Post ໄດ້ເລີ່ມຕົ້ນຕິດຕາມເບິ່ງການຍິງຄົນຕາຍໂດຍຕຳຫຼວດ
ມາແຕ່ປີ 2014 ລຸນຫຼັງການຕາຍຂອງ Michael Brown ທີ່ເມືອງ Ferguson ລັດ
Missouri.

ເຖິງແມ່ນວ່າ ຈະໄດ້ມີການປະທ້ວງຫຼາຍຄັ້ງແລະການຮຽກຮ້ອງ ໃຫ້ປະຕິຮູບໃນນະໂຍ
ບາຍຂອງກົມຕຳຫຼວດກໍຕາມນັບແຕ່ນັ້ນມາ ແຕ່ຈຳນວນຜູ້ຕາຍທັງໝົດ ກໍຍັງບໍ່ໄດ້ມີການ
ຫຼຸດໜ້ອຍຖອຍລົງ.

ນອກຈາກນັ້ນແລ້ວ ໜັງສືພິມນິີ້ກໍລາຍງານວ່າ ຈຳນວນຕຳຫຼວດທີ່ຖືກຂ້າຕາຍໃນໜ້າທີ່
ກໍມີມາທໍ່ເກົ່າໃນໄລຍະສອງປີຫຼັງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG