ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກກຣິສ ຮຽກໃຫ້ມີ ການລົງປະຊາມະຕິ ໃນການຊ່ວຍ ກອບກູ້ເສດຖະກິດ


Debt Deadline Nears for Greece
please wait

No media source currently available

0:00 0:02:25 0:00

ເສັ້ນຕາຍໜີ້ສິນຂອງກຣິສ ຫຍັບໃກ້ເຂົ້າມາ.

ນາຍົກລັດຖະມົນ​ຕີ ກຣິສ ​ໄດ້​ຮຽກ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ
ກ່ຽວກັບຜົນຂອງ ​ການເຈລະຈາຊ່ວຍ​ກອບ​ກູ້​ເສດຖະກິດ ກັບ​
ບັນດາ​ຜູ້​ໃຫ້​ເງິນ​ກູ້​ຢືມ​ສາກົນ.

ນາຍົກລັດຖະມົນຕີ ກຣິສ Alexis Tsipras ​ໄດ້​ປະກາດ​ຢ່າງບໍ່
ຄາດຝັນກ່ຽວກັບການ ເຄື່ອນໄຫວດັ່ງກ່າວໃນຄຳປາໄສທາງ​
ໂທລະພາບ​ ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້ ໂດຍ ກ່າວ​ວ່າ ການລົງ
​ປະຊາ​ມະຕິນີ້ ​ຈະ​ມີ​ຂື້ນ​ໃນ​ວັນ​ທີ 5 ກໍ​ລະ​ກົດ.

ທ່ານ​ກ່າວ​ວ່າ ​ກອງປະ​ຊຸມ​ສຸກເສີນ​ຂອງ​ສະພາ ​ໃນ​ຕອນ​ສວຍ
ວັນເສົາມື້ນີ້ ແມ່ນ​ເພື່ອ​ສັດຕະຍາບັນຕໍ່ການ​ຕັດສິນ​ໃຈດັ່ງກ່າວ.

ນາຍົກລັດຖະມົນຕີ​ໄດ້​ຮຽກໃຫ້ມີການລົງປະຊາມະຕິ ບໍ່ເທົ່າໃດຊົ່ວ​ໂມງ​ຫລັງ​ຈາກການ
ເຈລະຈາຮອບ​ຫລ້າ​ສຸດ​ ​ກັບ​ບັນດາ​ຜູ້​ໃຫ້​ເງິນ​ກູ້​ຢື​ມ​ຢູ​ໂຣບ ​ແລະອົງການ​ກອງ​ທຶນ​ສາກົນ
IMF ທີ່​ບໍ່ສາມາດບັນລຸການຕົກລົງນັ້ນ.

ບັນດາ​ລັດຖະມົນຕີ​ການ​ເງິນ​ ຈາກ​ສະມາຊິກ 19 ປະເທດ ຂ​ອງ​ເຂດ​ໃຊ້ເງິນຢູ​ໂຣ ມີ​ກຳນົດ​
ພົບ​ປະກັນ​ໃນ​ຕອນ​ສວຍວັນ​ເສົາ ທີ່ນະຄອນ Brussels ​ໃນ​ຄວາມ​ພະຍາຍາມ​ເທື່ອ​ສຸດ
​ທ້າຍ ​ເພື່ອ​ບັນລຸ​ການຕົກລົງກັບກຣີສ.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານ​ນາງ Angela Merkel ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ
ວັນ​ສຸກ​ວານ​ນີ້ວ່າ ເວລາ​ແມ່ນໜ້ອຍເຕັມທີ ທີ່ຈະຕົກລົງກັນກ່ຽວກັບການຊ່ວຍກອບກູ້
ເສດຖະກິດຂອງ​ກຣິສ ​ແລະ​ກ່າວ​ອີ​ກວ່າ ຕ້ອງໄດ້ເອົາຄວາມ​ພະຍາ ຍາມ​ທຸກ​ຢ່າງ ເພື່ອ
​ຊອກ​ຫາ​ຊ່ອງທາງ​ແກ້​ໄຂໃນ​ວັນ​ເສົາ​ມື້​ນີ້.

ກຣິສຕ້ອງຈ່າຍເງິນກູ້​ຢືມ​ເກືອບ 8 ພັນ​ລ້ານ​ໂດ​ລາ ​ແກ່ອົງການກອງ​ທຶນ​ສາກົນ ຫລື IMF
ບໍ່​ກາຍ​ວັນ​ອັງ​ໜ້າ​ນີ້. ​ເພື່ອຈະຈ່າຍເງິນດັ່ງກ່າວໄດ້ ກຣີສຕ້ອງ​ໄດ້ຮັບ ເງິນຊ່ວຍເຫລືອ
ທາງເສດຖະກິດກ້ອນໃໝ່ 8 ພັນ​ລ້ານໂດ​ລາ​ ​ຈາກສະຫະພາບ ຢູໂຣບ.

Greece Debt
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG