ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ່ມີການເສຍຊີວິດ ຍ້ອນໄຟໄໝ້ ຄັ້ງຫລ້າສຸດ ທີ່ບັງກລາແດັສ (ສະໄລດ໌)


ບັນດາໜ່ວຍດັບເພີງກໍາລັງພາກັນມອດໄຟ ທີ່ໂຮງງານຕັດຫຍິບເສື້ອ ຜ້າແຫ່ງນຶ່ງ ທີ່ນະຄອນ Dhaka ຂອງບັງ​ກລາ​ແດັສ​.
ບັນດາໜ່ວຍດັບເພີງກໍາລັງພາກັນມອດໄຟ ທີ່ໂຮງງານຕັດຫຍິບເສື້ອ ຜ້າແຫ່ງນຶ່ງ ທີ່ນະຄອນ Dhaka ຂອງບັງ​ກລາ​ແດັສ​.
ທາງ​ການ​ບັງ​ກລາ​ແດັສ​ ເວົ້າ​ວ່າ ພວກດັບເພີງໄດ້ເຮັດໃຫ້​ໄຟທີ່
ໄໝ້ຢູ່​ໂຮງງານ​ຕັດຫຍິບ​ເສື້ອ​ຜ້າ​ແຫ່ງນຶ່ງ​ ທີ່​ຕັ້ງ​ຢູ່​ນອກ​ນະຄອນ
ຫຼວງ Dhaka ນັ້ນ ກັບຄືນມາສູ່ສະພາບທີ່ລະງັບໄດ້ອີກຄັ້ງນຶ່ງ,
ລຸນຫລັງນຶ່ງມື້ທີ່ແປວໄຟ ໄດ້ລຸກໄໝ້ຈົນ​ມີ​ຄົນ​ຕາຍຢູ່ອີກໂຮງ
ງານແຫ່ງນຶ່ງ.

ພວກເຈົ້າໜ້າທີ່ດັບເພີງເວົ້າວ່າ ບໍ່ມີລາຍງານກ່ຽວກັບການບາດ
ເຈັບສາຫັດ ທີ່ເກີດຈາກເຫດໄຟໄໝ້ຕຶກ 12 ຊັ້ນ​ໃນ​ວັນ​ຈັນ​ມື້​ນີ້ ທີ່ມີໂຮງງານຂອງຫລາຍບໍລິສັດຢູ່ ໃນນັ້ນ ແລະຕັ້ງຢູ່ຊານເມືອງ
ຂອງນະຄອນຫລວງຂອງປະເທດ. ເຫດໄຟໄໝ້ໄດ້ເຮັດໃຫ້ມີຜົນ
ເສຍຫາຍຕໍ່ຕຶກດັ່ງກ່າວ ຢ່າງຫລວງ ຫລາຍ.

ກໍາມະກອນ​ໂຮງງານ​ຕັດຫຍິບຫລາຍພັນຄົນ ໄດ້ພາກັນເດີນຂະ
ບວນປະທ້ວງຢູ່ໃກ້ນະຄອນຫລວງ Dhaka ໃນວັນຈັນມື້ນີ້, ຮຽກຮ້ອງໃຫ້ມີ ການປ້ອງກັນ
ໃຫ້ພວກເຂົາເຈົ້າດີກວ່າເກົ່າ ລຸນຫລັງທີ່ີມີໄຟໄໝ້ຢ່າງຮຸນ ແຮງຢູ່ອີກໂຮງງານແຫ່ງນຶ່ງ ໃນວັນເສົາຜ່ານ ທີ່ໄດ້ເຮັດ​ໃຫ້​ 110 ຄົນ​ເສ​ຍ ຊີວິດ.

ພວກ​ຄົນ​ງານຫຼາຍຄົນ​ແມ່ນ​ຕາຍຍ້ອນໂດດຈາກຕຶກ Tazreen Fashion ທີ່ມີຫລາຍຊັ້ນ ກ່ອນພວກຄົນງານກູ້ໄພຈະໄປເຖິງທີ່ເກີດເຫດ.

ສະໄລດ໌ພາບຂອງເຫດໄຟໄໝ້ທີ່ໂຮງງານຕັດຫຍິບໃນບັງກລາແດັສ:

XS
SM
MD
LG