ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່​ມີ​ຂໍ້​ຕົກ​ລົງ ຈາກ​ການ​ເຈ​ລະ​ຈາ ກ່ຽວ​ກັບ ເຂື່ອນແມ່​ນ້ຳ ໄນ​ລ໌ ທີ່​ ສະ​ຫະ​ລັດ ເປັນ​ຜູ້​ໄກ່​ເກ່ຍ


ເຂື່ອນ Grand Renaissance ຂອງ ເອ​ທິ​ໂອ​ເປຍ ກຳ​ລັງ​ຖືກ​ກໍ່​ສ້າງ​ຢູ່​ເທິງ​ແມ່​ນ້ຳ ໄນ​ລ໌, ປະ​ເທດ ເອ​ທິ​ໂອ​ເປຍ. 26 ກັນ​ຍາ, 2019.
ເຂື່ອນ Grand Renaissance ຂອງ ເອ​ທິ​ໂອ​ເປຍ ກຳ​ລັງ​ຖືກ​ກໍ່​ສ້າງ​ຢູ່​ເທິງ​ແມ່​ນ້ຳ ໄນ​ລ໌, ປະ​ເທດ ເອ​ທິ​ໂອ​ເປຍ. 26 ກັນ​ຍາ, 2019.

ລັດ​ຖະ​ບານ ເອ​ທິ​ໂອ​ເປຍ ໄດ້​ປະ​ຕິ​ເສດ​ຂໍ້​ຕົກ​ລົງ​ທີ່​ ສະ​ຫະ​ລັດ ເປັນ​ຜູ້​ໄກ່​ເກ່ຍ ກ່ຽວ​ກັບ ເຂື່ອນ Grand Ethiopia ຫຼື GERD, ແລະ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ເລີ່ມ​ການ​ຕື່ມ​ນ້ຳ​ຄັ້ງ​ທຳ​ອິດ​ຂອງ​ເຂື່ອນ​ຂະ​ໜາດ​ໃຫຍ່​ນັ້ນ, ນຶ່ງວັນຫຼັງ​ຈາກ​ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ທຳ​ການ​ສະຫຼຸບ​ສອງວັນ ຂອງ​ສິ່ງ​ທີ່​ຄວນ​ຈະ​ເປັນ​ການ​ເຈ​ລະ​ຈາ​ຮອບ​ສຸດ​ທ້າຍ. ລັດ​ຖະ​ບານ ອາ​ດິ​ສ ອາ​ບາ​ບາ ບໍ່​ຍອມ​ເຂົ້າ​ຮ່ວມ​ໃນ​ການ​ເຈ​ລະ​ຈາ​ຄັ້ງຫຼ້າ​ສຸດ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັ​ນ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ເສົາ​ວານນີ້, ປະ​ເທດ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ເອົາ “ການ​ອະ​ທິ​ບາຍ​ຂອງ ສະ​ຫະ​ລັດ ທີ່ວ່າ​ການ​ເຈ​ລະ​ຈາ ທີ່​ອີງ​ໃສ່​ແນວ​ທາງ ແລະ ກົດ​ລະ​ບຽບ ກ່ຽວ​ກັບ ການ​ຕື່ມ​ນ້ຳ​ຄັ້ງ​ທຳ​ອິດ ແລະ ການ​ປະ​ຕິ​ບັດ​ການ​ປະ​ຈຳ​ປີ​ຂອງ​ເຂື່ອນ GERD ແມ່ນ​ໄດ້​ສຳ​ເລັດ​ແລ້ວ.”

ເອ​ທິ​ໂອ​ເປຍ ໄດ້​ກ່າວ​ວ່າ ຄຳ​ເວົ້າ​ຂອງ​ຮ່າງ​ຂໍ້​ຕົກ​ລົງ​ທີ່​ມີ​ລາຍ​ງານ​ວ່າ​ຖືກ​ເຊັນ​ໂດຍ ອີ​ຈິບ ນັ້ນ​ “ບໍ່​ແມ່ນ​ຜົນ​ທີ່​ອອກ​ມາ​ຂອງ​ການ​ເຈ​ລະ​ຈາ” ກັບ ອີ​ຈິບ ກັບ ຊູ​ດານ, ແຕ່​ໄດ້​ກ່າວ​ຢ້ຳ​ ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າທີ່​ຈະ​ສືບ​ຕໍ່​ພົວ​ພັນ​ກັບ​ເຂົາ​ເຈົ້າ ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ.

ລັດ​ຖະ​ບານ ອາ​ດິ​ສ ອາ​ບາ​ບາ ກັບ ໄຄ​ໂຣ ຂອງ ອີ​ຈິບ ແມ່ນ​ໄດ້​ຂັດ​ແຍ້ງ​ກັນໃນ “ສົງ​ຄາມ​ນ້ຳ” ກ່ຽວ​ກັບ ບັນ​ຫາ​ການ​ຕື່ມນ້ຳ ແລະ ປະ​ຕິ​ບັດ​ການ​ຂອງ​ເຂື່ອນ​ຍັກ ເອ​ທິ​ໂອ​ເປຍ ທີ່ ອີ​ຈິບ ເປັນ​ຫ່ວງວ່າ ມັນ​ອາດ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ໄດ້​ຮັບ​ນ້ຳ​ຈາກ​ແມ່​ນ້ຳ ໄນ​ລ໌ ​ຂອງ​ເຂົາ​ເຈົ້າ.

ແທນ​ທີ່​ຈະ​ປະ​ຊຸມ​ກັບ​ສາມ​ປະ​ເທດ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ຂັດ​ແຍ້ງ​ນັ້ນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່ານ ສ​ຕີ​ຟ ມະ​ນູ​ຊິນ ໄດ້​ເປັນ​ເຈົ້າ​ພາບ​ຈັດ​ການ​ເຈ​ລະ​ຈາ, ໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ສອງ​ຝ່າຍ​ໃນ​ວັນ​ພະ​ຫັດ​ ແລະ ວັນ​ສຸກ​ທີ່​ຜ່ານ​ມາ ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ລັດ​ຖະ​ມົນ​ຕີ​ແຫຼງ​ຊັບ​ພະ​ຍາ​ກອນ​ນ້ຳ ຈາກ ອີ​ຈິບ ແລະ ຊູ​ດານ.

ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ເງິນ​ໃນ​ຕອນ​ແລງວັນ​ສຸກ​ທີ່​ຜ່ານ​ມາ​ນັ້ນ, ສະ​ຫະ​ລັດ “ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ກະ​ກຽມ​ຂອງ​ການ​ຕົກ​ລົງ ກ່ຽວ​ກັບ ການ​ຕື່ມ​ນ້ຳ ແລະ ປະ​ຕິ​ບັດ​ເຂື່ອນ Grand Ethiopia Renaisssance ຫຼື GERD ອີງ​ຕາມ​ຂໍ້​ກຳ​ນົດ​ໂດຍ​ກຸ່ມ​ນັກ​ກົດ​ໝາຍ ແລະ ເຕັກ​ນິກ ອີ​ຈິບ, ເອ​ທິ​ໂອ​ເປຍ ແລະ ຊູ​ດານ ແລ​ະ​ພ້ອມ​ກັບ​ການສະ​ໜັບ​ສະ​ໜູນດ້ານ​ເຕັກ​ນິກ ຂອງ​ທະ​ນາ​ຄານ​ໂລກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG