ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄວາມຢ້າກົວວ່າ ການອອກຈາກອີຢູຈະ ບໍ່ມີຂໍ້ຕົກລົງທາງການຄ້າ ຂະນະທີ່ ທ. ຈອນສັນເດີນທາງໄປ ຍັງບຣັສເຊິນສ໌


ທ່ານ Michel Barnier (ກາງ) ຫົວໜ້າເຈລະຈາຂອງອີຢູ ຍ່າງໄປຫາຕຶກສະພາຢູໂຣບໃນນະຄອນ Brussels ຂອງແບລຈ້ຽມ ໃນວັນທີ 8 ທັນວາ 2020
ທ່ານ Michel Barnier (ກາງ) ຫົວໜ້າເຈລະຈາຂອງອີຢູ ຍ່າງໄປຫາຕຶກສະພາຢູໂຣບໃນນະຄອນ Brussels ຂອງແບລຈ້ຽມ ໃນວັນທີ 8 ທັນວາ 2020

ນາຍົກລັດຖະມົນຕີອັງກິດ, ທ່ານບໍຣີສ ຈອນສັນ ເດີນທາງໄປທີ່ນນະຄອນຫລວງ ບຣັສເຊິນສ໌ ໃນວັນພຸດມື້ນີ້ ເພື່ອຮັບປະທານອາຫານຄໍ່າ ກັບປະທານຄະນະກຳ ມາທິການຢູໂຣບ, ທ່ານ ທ່ານ ເອີຊູລາ ວອນ ເດິ ເລເຢນ (Ursula von der Leyen)

ໃນການດໍາເນີນຄວາມພະຍາຍາມຄັ້ງສຸດທ້າຍ ເພື່ອຫລີກລ້ຽງການອອກຈາກ ສະຫະພາບຢູໂຣບ ຫລື ເບຣັກຊິດ (Brexit) ໂດຍບໍ່ມີຂໍ້ຕົກລົງທາງການຄ້າ ທີ່ວຸ້ນວາຍ ໃນເວລາສາມອາທິດນີ້. ດ້ວຍຄວາມຢ້ານກົວທີ່ເພີ່ມຂຶ້ນ ວ່າຈະເປັນຂັ້ນ ສຸດທ້າຍແບບຄວາມສັບສົນວຸ້ນວາຍຂອງວິກິດການເບຣັກຊິດ (Brexit) ທີ່ມີມາ ໄດ້ຫ້າປີໃນເວລາທີ່ອັງກິດໃນທີ່ສຸດກໍອອກຈາກວົງໂຄຈອນຂອງສະຫະພາບເອີຣົບໃນວັນທີ 31 ທັນວາຈະມາເຖິງນັ້ນ, ອາຫານຄໍ່າດັ່ງກ່າວກຳລັງຖືກຖືວ່າເປັນໂອກາດສຸດທ້າຍທີ່ຈະປົດການເຈລະຈາການຄ້າທີ່ບໍ່ໄປບໍ່ມາຢູ່ນັ້ນ.

"ພວກເຮົາຕ້ອງເບິ່ງຕາມຄວາມເປັນຈິງທີ່ວ່າ ຂໍ້ຕົກລົງອາດຈະເປັນໄປບໍ່ໄດ້ ຍ້ອນວ່າ ພວກເຮົາຈະບໍ່ປະນີປະນອມໃນເລື້ອງອ້າງເອົາສິດອະທິປະໄຕຂອງອັງກິດ ຄືນມາອີກ," ນັ້ນຄືຄໍາເວົ້າຈາກແຫຼ່ງຂ່າວຂອງລັດຖະບານອັງກິດບອກໃຫ້ຮູ້. "ມັນເປັທີ່ຈະແຈ້ງວ່າ ຈະຕ້ອງມີແຮງກົດດັນທາງການເມືອງແບບໃດແບບນຶ່ງ ເພື່ອຈະເຮັດໃຫ້ການເຈລະຈາມີຄວາມຄືບໜ້າເພີ່ມໄປອີກ" ອີງຕາມແຫຼ່ງຂ່າວດັ່ງກ່າວ ໂດຍທີ່ກ່າວຕື່ມອີກວ່າ ຖ້າຫາກມີຄວາມຄືບໜ້າແລ້ວ, ບັນດານັກເຈລະຈາ, ທ່ານໄມໂຄ ບານເນີ (Michel Barnier) ແລະເດວິດ ຟຣອສທ໌ (David Frost) ກໍຈະສາມາດສືບຕໍ່ການເຈລະຈາກັນຄືນອີກໄດ້.

ທ່ານໄມໂຄ ໂກບ (Michael Gove), ທີ່ເປັນຜູ້ສໍາຄັນທີ່ສຸດຢູ່ໃນວຽກງານເບຣັກຊິດ (Brexit) ຂອງທ່ານຈອນສັນ ໄດ້ປະຕິເສດໃນວັນພຸດນີ້ ທີ່ຈະໂອກາດມີການຕົກລົງກັນ ແຕ່ທ່ານກໍເວົ້າວ່າອີຢູ ຈະຕ້ອງໄດ້ກ້າວຕໍ່ໄປຖ້າຢາກໃຫ້ມີຂໍ້ຕົກລົງ. ໃນເມື່ອກ່ອນທີ່ໄດ້ໃຫ້ໂອກາດໃນການຮັບປະກັນວ່າຈະມີສັນຍາການຄ້າຢູ່ 66 ເປີເຊັນ. ທ່ານ ໂກບ (Gove) ກ່າວວ່າ "ສະຫະພາບຢູໂຣບຕ້ອງໄດ້ກ້າວໄປ," ໂດຍເວົ້າວ່າ ຈະມີຂໍ້ຕົກລົງກັນໄດ້ກໍຕໍ່ເມື່ອກຸ່ມດັ່ງກ່າວໄດ້ຍອມຮັບເອົາວ່າປະເທດອັງກິດດຽວນີ້ ເປັນປະເທດທີ່ມີອະທິປະໄຕແລ້ວ.

ຄວາມລົ້ມແຫລວໃນການຮັບປະກັນຂໍ້ຕົກລົງຈະເຮັດຊາຍແດນມີຄວາມສົນລະວົນ, ເຮັດໃຫ້ຕະຫຼາດການເງິນແຕກຕື່ນ ແລະລົບກວນລະບົບຕ່ອງໂສ້ກສະໜອງສິນຄ້າ ແລະບໍລິການທີ່ລະອຽດອ່ອນທີ່ແຜ່ລາມໄປທົ່ວຢູໂຣບແລະນອກເໜືອຈາກນັ້ນໄປອີກ ໃນຂະນະໂລກທີ່ພະຍາ ຍາມຮັບມືກັບຄ່າໃຊ້ຈ່າຍທາງດ້ານເສດຖະກິດທີ່ໃຫຍ່ຫລວງຍ້ອນການລະບາດຂອງພະຍາດ COVID-19 ຢູ່ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG