ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍ່ມີຂໍ້ຕົກລົງກັນໄດ້ ລະຫວ່າງ ປ. ຊູ​ດານ​ໃຕ້ ແລະ ຫົວໜ້າພວກກະບົດ ໃນນະຄອນ ອາດິສ ອາບາບາ


ຊາວຊູດານໃຕ້ຖືປ້າຍລໍຖ້າການເດີນທາງກັບມາຂອງ ​ປະທານາ ທິບໍດີ ຊູ​ດານ​ໃຕ້ ທ່ານຊາ​ລວາ ເຄີຣ ທີ 22 ມິຖຸນາ 2018.
ຊາວຊູດານໃຕ້ຖືປ້າຍລໍຖ້າການເດີນທາງກັບມາຂອງ ​ປະທານາ ທິບໍດີ ຊູ​ດານ​ໃຕ້ ທ່ານຊາ​ລວາ ເຄີຣ ທີ 22 ມິຖຸນາ 2018.

ການເຈລະຈາ​ສັນຕິພາບ​ລ​ະຫວ່າງ​ປະທານາທິບໍດີ ຊູ​ດານ​ໃຕ້ ທ່ານຊາ​ລວາ ເຄີຣ ​ກັບ
​ຫົວໜ້າ​ພວກ​ກະ​ບົດ​ ທ່ານ​ເຣັກສ໌ ມາ​ຊາຣ ​ໄດ້​ເສັດ​ສິ້ນ​ລົງ​ໂດຍປາດ​ສະ​ຈາກ​ຂໍ້​ຕົກລົງຢູ່
ໃນ​ນະຄອນ​ອາ​ດິສ ອາ​ບາ​ບາ ​ແຕ່​ບຸກຄົນ​ສຳຄັນ​ທັງ​ສອງ​ອາດ​ພົບ​ປະກັນ​ໜ້າ​ອີກໃນ
ຕໍ່ໜ້າ​ ຊຶ່ງອາດ​ຈະ​ເປັນ​ອາທິດ​ໜ້າ​ນີ້ຢູ່​ໃນ​ນະຄອນ​ກາ​ຕຸມ.

ລັດຖະມົນຕີ​ກະຊວງຖະ​ແຫຼ​ງຂ່າວ​ຊູ​ດານ​ໃຕ້ ທ່ານ​ໄມ​ເກີ​ລ ມາ​ກູຍ​ເອ ຜູ້​ທີ່​ໄດ້​ກັບໄປ​ຍັງ
ເມືອງຈູ​ບາ ຈາກນະຄອນ​ອາ​ດິສ ​ໃນ​ວັນ​ສຸກ​ວານ​ນີ້ ກ່າວ​ຕໍ່​ບັນດາ​ນັກຂ່າວ​ວ່າ ສະພາ
ຂອງ​ຄະນະ​ລັດຖະມົນຕີຂອງກຸ່ມ IGAD ຊຶ່ງເປັນກຸ່ມໃນຂົງ​ເຂດ​ໄດ້​ປະກາດ​ກອງ​ປະຊຸມ
​ລະ​ດັບ​ສູງ​ໃຫ້​ສິ້ນ​ສຸດ​ລົງແລ້ວ.

ທ່ານ​ກ່າວ​ວ່າ​ບັນດາ​ຜູ້ນຳກຸ່ມ IGAD ​ໄດ້​ຮຽກຮ້ອງໃຫ້​ທ່ານ​ເຄີຣ ​ແລະ​ທ່າ​ນມາ​ຊາຣ ດຳ​
ເນີນ​ການ​ເຈລະຈາ​ໃນ​ດ້ານ​ທີ່​ຍັງບໍ່​ເຫັນ​ພ້ອມ​ນຳ​ກັນ ​ແລະ​ພົບ​ປະກັນອີກ​ໃນ​ນະຄອນ
ຫຼວງ​ຂອງຊູ​ດານໃນ​ອາທິດ​ໜ້​ານີ້ ໂດຍທີ່​ການພົບປະກັນຄັ້ງຕໍ່ໆໄປ ໃນ​ອານາ​ອາດ​ຈະ​
ຈັດ​ຂຶ້ນ​ຢູ່​ໃນ​ໄນ​ໂຣບີ.

​ປະທານາທິບໍດີ ຊູ​ດານ​ໃຕ້ ທ່ານຊາ​ລວາ ເຄີຣ ເດີນທາງກັບມາປະເທດ ຫຼັງຈາກກອງປະຊຸມສັນຕິພາບ ທີ່ນະຄອນອາດິສ ອາບາບາ ໃນວັນທີ 22 ມິຖຸນາ 2018.
​ປະທານາທິບໍດີ ຊູ​ດານ​ໃຕ້ ທ່ານຊາ​ລວາ ເຄີຣ ເດີນທາງກັບມາປະເທດ ຫຼັງຈາກກອງປະຊຸມສັນຕິພາບ ທີ່ນະຄອນອາດິສ ອາບາບາ ໃນວັນທີ 22 ມິຖຸນາ 2018.


ທ່ານ​ມາ​ກູ​ເອ ກ່າວ​ວ່າ “ກອງ​ປະຊຸມສຸດ​ຍອດຂອງກຸ່ມ IGAD ​ໄດ້​ຕັດສິນວ່າ​ລະບຽບການ
​ທັງ​ໝົດທີ່​ໄດ້​ຕົກລົງກັນ​ນັ້ນ ຄວນເປັນ​ລະບຽບ​ການ​ທີ່ຕ່າງກັນກັບ ລະບຽບການທີ່​ຍັງ​ບໍ່
​ທັນ​ເຫັນ​ພ້ອມ​ກັນເທື່ອ​ ​ແລະ​ການທີ່ຈະເອົາຂໍ້ທີ່​ເຫັນ​ພ້ອມນໍາ ກັນ​ໃດໆ ໄປໃຊ້ຕໍ່ຝ່າຍ​ໃດ
ກໍຕາມ ບໍ່​ແມ່ນ​ການແກ້​ໄຂ​ຕໍ່​ບັນຫາ​ຂອງ​ຊູດ​ານ​ໃຕ້.”

ບັນ​ດາ​ຜູ້​ຕາງ​ໜ້າ​ແກ່​ທັງທ່ານ​ເຄີຣ ​ແລະ​ທ່ານ​ມາ​ຊາຣ ​ໄດ້​ຢືນຢັນ​ວ່າ ບໍ່​ມີ​ຂໍ້ຕົກ ລົງ​ໄດ້
​ບັນລຸກັນ​ຢູ່​ໃນ​ກອງ​ປະ​ຊຸມຂອງພວກທ່ານ​ໃນ​ນະຄອນ​ອາດິສ ​ໃນ​ວັນ​ພຸດ​ທີ່​ຜ່ານມາ.

ຜູ້ນຳຝ່າຍຄ້ານຊູດານໃຕ້ ທ່ານ​ເຣັກສ໌ ມາ​ຊາຣ ເຂົ້າຮ່ວມກອງປະຊຸມ ທີ່ນະຄອນອາດິສ ອາບາບາ ປະເທດເອທິໂອເປ ທີ່ 21 ມິຖຸນາ 2018.
ຜູ້ນຳຝ່າຍຄ້ານຊູດານໃຕ້ ທ່ານ​ເຣັກສ໌ ມາ​ຊາຣ ເຂົ້າຮ່ວມກອງປະຊຸມ ທີ່ນະຄອນອາດິສ ອາບາບາ ປະເທດເອທິໂອເປ ທີ່ 21 ມິຖຸນາ 2018.


​ຜູ້ຊາຍ​ທັງ​ສອງທ່ານແມ່ນເປັນ​ໃຈ​ກາງຂອງ​ສົງຄາມ​ກາງ​ເມືອງ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປີ 2013
​ແລະ​ໄດ້​ເຮັດ​ໃຫ້​ຊາວ​ຊູ​ດານ​ໃຕ້ ຫຼາຍ​ກວ່າ​ສີ່​ລ້ານ​ຄົນຂາດ​ທີ່ຢູ່​ອາ​ໄສ.

​ໃນ​ຂະນະ​ທີ່​ທ່ານ​ມາ​ກູ​ເອ ກ່າວ​ວ່າ ທ່ານ​ເຄີຣ ​ແລະ​ທ່ານ​ມາ​ຊາຣ ມີ​ຄວາມ​ໝາຍ​ໝັ້ນວ່າ
ຈະເຮັດ​ວຽກ​ທີ່ກ້າວໄປ​ສູ່ການຍຸດຕິການ​ຂັດ​ແຍ້​ງລົງນັ້ນ ທາງລັດຖະບານ ກໍ​ຍັງພ້ອມທີ່
​ຈະ​ເຫັນທ່ານ​ມາ​ຊາຣ ໄປນັ່ງ​ຢູ່​ໃນຕໍາແໜ່ງຂອງ​ລັດຖະບານ​ຂ້າມ​ຜ່ານເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG