ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນລາວບໍ່ມີສັນຊາດ ທີ່ເຮັດວຽກຢູ່ໄທ ປະເຊີນກັບຄວາມ ຫຍຸ້ງຍາກຫລາຍຢ່າງ


ຄົນລາວທີ່ບໍ່ມີສັນຊາດ ຢູ່ໃນໄທຈໍານວນນຶ່ງ
ຄົນລາວທີ່ບໍ່ມີສັນຊາດ ຢູ່ໃນໄທຈໍານວນນຶ່ງ

ຄົນລາວບໍ່ມີສັນຊາດຢູ່ໃນໄທ ຍັງຕ້ອງປະເຊີນກັບ ບັນຫາຄວາມຫຍຸ້ງຍາກຕ່າງໆ ໃນການດໍາ ເນີນຊີວິດຕໍ່ໄປ ເນື່ອງຈາກບໍ່ມີສິດຄືກັບພົນລະເມືອງໄທໃນທຸກດ້ານ ໂດຍສະເພາະ ແມ່ນສິດທິຖືຄອງທີ່ດິນທໍາກິນ.

ທ່ານກຸ ແສງໄພວັນ ຜູ້ປະ
ສານງານຂອງບັນດາຄົນລາວ
ທີ່ບໍ່ມີສັນຊາດທີ່ອາໃສຢູ່ໃນ
ພາກອີ່ສານຂອງໄທ ໄດ້ໃຫ້
ການຢືນຢັນວ່າ ຄົນລາວບໍ່
ມີສັນຊາດຍັງຕ້ອງປະເຊີນ
ກັບບັນຫາຄວາມຫຍຸ້ງຍາກ
ໃນຊີວິດປະຈໍາວັນຢູ່ເລື້ອຍມາ
ເຖິງແມ່ນວ່າລັດຖະສະພາໄທ
ຈະໄດ້ຜ່ານກົດໝາຍວ່າດ້ວຍ
ການໃຫ້ສັນຊາດໄທ ແກ່ບັນດາຄົນຕ່າງດ້າວ ທີ່ເກີດໃນໄທນັ້ນ ເປັນໄລຍະເວລາກວ່າ 5
ປີມາແລ້ວກໍຕາມ.

ທັງນີ້ກໍເນື່ອງຈາກວ່າ ຄົນລາວທີ່ບໍ່ມີສັນຊາດທີ່ອາໃສຢູ່ໃນໄທນັ້ນ ນອກຈາກຈະຍັງຄົງ
ບໍ່ໄດ້ຮັບສັນຊາດໄທ ຕາມກົດໝາຍດັ່ງກ່າວແລ້ວ ກໍຍັງຖືກຈໍາກັດສິດໃນການປະກອບ
ອາຊີບ ແລະສິດທິໃນການຖືຄອງທີ່ດິນທໍາກິນອີກດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ຄົນລາວບໍ່ມີສັນຊາດທີ່ອາໃສຢູ່ໃນໄທບໍ່ມີສິດໄດ້ຮັບການປະກັນ ແລະບໍລິການດ້ານສຸຂະພາບອະນາໄມ ຈາກພາກລັດຖະບານໄທອີກດ້ວຍນັ້ນ ກໍຍັງ
ເຮັດໃຫ້ພວກເຂົາເຈົ້າຕ້ອງແບກຫາບພາລະດ້ານຄ່າໃຊ້ຈ່າຍໃນການເຂົ້າຮັກສາສຸຂະພາບ
ດ້ວຍຕົວເອງທັງໝົດ 100% ເຕັມ ທັງໆທີ່ວ່າ ລາຍໄດ້ກໍຕໍ່າຢູ່ແລ້ວ ແຕ່ກັບຕ້ອງມາແບກ
ຫາບພາລະຢ່າງໜັກໜ່ວງຄືແນວນີ້ ກໍຍິ່ງເຮັດໃຫ້ຊີວິດຕ້ອງຫຍຸ້ງຍາກຫລາຍຕື່ມຂຶ້ນອີກ.

ຄົນລາວທີ່ບໍ່ມີສັນຊາດຢູ່ໃນໄທ ຜູ້ນຶ່ງ
ຄົນລາວທີ່ບໍ່ມີສັນຊາດຢູ່ໃນໄທ ຜູ້ນຶ່ງ

ເພາະສະນັ້ນ ເຖິງແມ່ນວ່າ
ຈະບໍ່ມີໂອກາດໄດ້ຮັບສັນ
ຊາດໄທກໍຕາມ ທ່ານກຸ
ກໍຮຽກຮ້ອງຂໍພຽງສິດໃນ
ການເດີນທາງໄປທໍາງານ
ໄດ້ໃນທົ່ວປະເທດໄທ ສິດ
ໃນການຮັກສາສຸຂະພາບ
ອະນາໄມ ໂດຍເສຍຄ່າໃຊ້
ຈ່າຍເຄິ່ງລາຄາ ແລະສິດ
ໃນການຖືຄອງທີ່ດິນທໍາ
ກິນດ້ານການກະເສດເປັນຕົ້ນ.

ສໍາລັບລູກຫລານຂອງຄົນລາວ ທີ່ບໍ່ມີສັນຊາດທີ່ອາໃສຢູ່ໃນໄທນັ້ນ ກໍມີໂອກາດທີ່ຈະໄດ້
ຮັບສັນຊາດໄທ ເພາະກົດໝາຍສັນຊາດທີ່ດັດແກ້ໃໝ່ໃນປີ 2008 ນັ້ນລະບຸວ່າ ລູກຫລານ
ຂອງຄົນຕ່າງດ້າວ ທີ່ເກີດໃນໄທມີສິດທີ່ຈະໄດ້ຮັບສັນຊາດໄທ ແຕ່ວ່າຈົນເຖິງປັດຈຸບັນນີ້
ກໍປາກົດວ່າ ລູກຫລານສ່ວນຫລາຍຂອງຄົນລາວທີ່ບໍ່ມີສັນຊາດໃນໄທ ກໍຍັງຄົງບໍ່ໄດ້ຮັບ
ສັນຊາດໄທນັ້ນແຕ່ຢ່າງໃດ ດັ່ງທີ່ທ້າວແສງ ຫລານຊາຍຂອງທ່ານກຸ ຊຶ່ງເປັນຜູ້ນຶ່ງທີ່ມີສິດ
ໄດ້ຮັບສັນຊາດໄປນັ້ນ ໄດ້ໃຫ້ການຢືນຢັນວ່າ:

“ລັດຖະບານໄທບອກວ່າ ໄມ້ມີງົບ ລັດຖະບານໄມ້ມີງົບທີ່ຈະຊ່ວຍເຫລືອ ແຕ່
ກະເປັນໄປໄດ້ພໍຄ້າວໆ ໄດ້ທະບຽນບ້ານ ທີ່ທາງນາຍທະບຽນກາງ ເພິ່ນເຮັດໃຫ້
ແຕ່ວ່າສະເພາະຄົນທີ່ມີບັດ ຖ້າຄົນໃດບໍ່ມີບັດ ນາຍທະບຽນກາງກະເຮັດໃຫ້ບໍ່ໄດ້
ຜູ້ໃດເຮັດບໍ່ທັນ ໄປຕິດຕໍ່ນາຍທະບຽນອໍາເພີ ແຕ່ນາຍທະບຽນ ອໍາເພີກະບໍ່ສາ
ມາດເຮັດໃຫ້ໄດ້ ຍັງຢູ່ໃນບັນຫາທີ່ບໍ່ມີຕົວຕົນຫຍັງນີ້ມີຫລາຍຄົນທີ່ສຸດ.”

ໃນປັດຈຸ​ບັນ ມີ​ລູກ​ຫລານ​ຂອງ​ຄົນ​ລາວ​ບໍ່ມີ​ສັນຊາດ​ອາ​ໃສ​ຢູ່​ໃນ​ພາກ​ອີ່ສາ​ນຂອງ​ໄທຫລາຍ
ກວ່າໝື່ນຄົນ ​ທີ່​ຍັງ​ບໍ່​ໄດ້ສັນຊາດ​ໄທ ​ໂດຍ​ຄົນ​ໃນ​ລຸ້ນຂອງ​ທ່ານ​ກຸນັ້ນ ​ໄດ້​ພາກັນເດີນທາງ​
ເຂົ້າມາ​ໃນ​ເມືອງ​ໄທ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ປ່ຽນ​ແປງການ​ປົກຄອງ​ໃນ​ລາວ​ເມື່ອປີ 1975 ​
ເປັນຕົ້ນມາ​ແລ້ວ ​ແລະ​ກໍ​ໄດ້​ພາກັນ​ດໍາລົງ​ຊີບດ້ວຍ​ການ​ຈັບ​ປາ​ໃນ​ນໍ້າຂອງ ​ແລະ​ຮັບຈ້າງ​
ຕາມ​ໄຮ່ນາ​ຂອງ​ຄົນ​ໄທ​ໃນ​ເຂດ​ຈັງຫວັດ​ອຸບົນຣາຊທານີ ​ແລະ​ຈັງຫວັດ​ອື່ນໆ​ໃນ​ພາກ​ອີ່ສານ
​ເລື້ອຍມາ​ຈົນ​ເຖິງ​ປັດຈຸບັນ​ນີ້.

ເດັກນ້ອຍທີ່ເປັນລູກຫລານຂອງຄົນລາວ ທີ່ບໍ່ມີສັນຊາດຢູ່ໃນໄທ ທີ່ບໍ່ໄດ້ເຂົ້າໂຮງຮຽນ
ເດັກນ້ອຍທີ່ເປັນລູກຫລານຂອງຄົນລາວ ທີ່ບໍ່ມີສັນຊາດຢູ່ໃນໄທ ທີ່ບໍ່ໄດ້ເຂົ້າໂຮງຮຽນ

ຍິ່ງ​ໄປ​ກວ່າ​ນັ້ນ ນອກຈາກຄົນລາວທີ່
ບໍ່ມີສັນຊາດ​ໃນໄທ ຈະ​ບໍ່ມີ​ສິດ​ໃນ​ການ
​ຖື​ຄອງ​ທີ່​ດິນ​ແລ້ວ ທາງ​ດ້ານ​ການ​ສຶກ
ສາ​ຂອງ​ລູກ​ຫລານ​ຂອງ​ພວກ​ເຂົາ​ເຈົ້າ
ນັ້ນ ກໍ​ມີ​ຄວາມ​ຫຍຸ້ງ​ຍາກ​ເຊ່ນ​ດຽວກັນ
​ເພາະເຖິງ​ແມ່ນ​ວ່າຈະ​ໄດ້​ຮຽນໜັງສື​ຄື
​ກັບ​ລູກຫລານ​ຂອງ​ຄົນ​ໄທ​ກໍ​ຕາມ ຫາກ​
ແຕ່​ກໍ​ເປັນ​ການ​ຍາກ​ທີ່​ຈະ​ມີ​ໂອກາດ​ໄດ້
​ຮຽນໜັງສື ​ໃນ​ລະດັບ​ສູງ ​ເພາະວ່າ​ມີ​ຂໍ້
​ຈໍາກັດທັງ​ໃນ​ດ້ານ​ການ​ເດີນທາງ ​ແລະ​
ການ​ຊອກ​ຫາວຽກ​ເຮັດງານ​ທໍາ​ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ບັນຫາ​ຫຍຸ້ງຍາກ​ເຫລົ່ານີ້ຈະໝົດ​ໄປ​ ເມື່ອ​ບັນດາ​ລູກ​ຫລານທີ່ເກີດໃນ
ໄທຂອງ​ຄົນ​ລາວ ທີ່​ບໍ່ມີສັນຊາດໄທ ​ໄດ້​ຮັບ​ສັນຊາດ​ໄທ​ຕາມ​ກົດໝາຍຢ່າງ​ສົມບູນ​ແລ້ວນັ້ນ
ຫາກແຕ່ກໍ​ຍັງ​ບໍ່ມີ​ຄວາມ​ຊັດ​ເຈນ​ວ່າ ທາງ​ການ​ໄທ​ຈະ​ສາມາດດໍາ​ເນີນ​ການ​ດັ່ງກ່າວ​ໄດ້
ແລ້ວສໍາ​ເລັດ​ເມື່ອ​ໃດ.

ທາງ​ດ້ານ​ສໍານັກງານ​ຄະນະ​ກໍາມະການ​ສິດທິ​ມະນຸດ​ແຫ່ງ​ປະ​ເທດ​ໄທ ກໍ​ລາຍ​ງານວ່າ ຈະ​
ພະຍາຍາມ​ໃນ​ທຸກ​ວິທີທາງ ​ເພື່ອ​ຊຸກຍູ້​ໃຫ້​ທາງ​ການໄທ ດໍາ​ເນີນ​ການ​ໃຫ້​ສັນຊາດ​ໄທ​ແກ່​ລູກ
ຫລານ​ຂອງຄົນຕ່າງດ້າວ ທີ່ເກີດໃນໄທ ​ໃຫ້​ສໍາ​ເລັດ​ໄວ​ທີ່​ສຸດ ຊຶ່ງ​ຫາກ​ວ່າການ​ດໍາ​ເນີນ​ງານ
​ເປັນ​ໄປ​ຕາມ​ເປົ້າໝາຍຢ່າງ​ຄົບ​ຖ້ວນ​ ກໍ​ເຊື່ອ​ວ່າລູກຫລານ​ຂອງຄົນຕ່າງດ້າວທຸກ​ຄົນ ຈະ​ໄດ້
​ຮັບ​ສັນຊາດ​ໄທຢ່າງ​ຄົບ​ຖ້ວນໃນ​ປີ 2015.

XS
SM
MD
LG