ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່​ມີ​ຜູ້​ບາດ​ເຈັບ ຫຼື ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ ດ້ວຍ​ຈະຫຼວດ ໃສ່​ຖານ​ທັບ ​ພັນ​ທະ​ມິດ ສະ​ຫະ​ລັດ ໃນ ອີ​ຣັກ


ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ຢືນ​ຢາມຢູ່​ສິ່ງ​ກີດກ​ຂວາງ ທີ່​ກີດ​ກັ້ນສະ​ຖານ​ທີ່​ຂອງ​ການ​ປະ​ທ້ວງ, ນະ​ຄອນຫຼວງ ແບັກ​ແດັດ, ອີ​ຣັກ. 15 ກຸມ​ພາ, 2020. (AP Photo/Hadi Mizban)
ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ຢືນ​ຢາມຢູ່​ສິ່ງ​ກີດກ​ຂວາງ ທີ່​ກີດ​ກັ້ນສະ​ຖານ​ທີ່​ຂອງ​ການ​ປະ​ທ້ວງ, ນະ​ຄອນຫຼວງ ແບັກ​ແດັດ, ອີ​ຣັກ. 15 ກຸມ​ພາ, 2020. (AP Photo/Hadi Mizban)

ຈະຫຼວດຫຼາຍ​ລູກ​ໄດ້​ຕົກ​ໃສ່​ຖານ​ທັບ ອີ​ຣັກ ທີ່​ມີ​ທະ​ຫານ ອ​າ​ເມ​ຣິ​ກັນ ພັກ​ອາ​ໄສ​ຢູ່​ ໃກ້​ກັບ​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ຕອນ​ເຊົ້າ​ຂອງວັນ​ອາ​ທິດມື້ນີ້, ເປັນ​ການ​ໂຈມ​ຕີ​ໄລ​ຍະ​ສັ້ນ​ຕໍ່​ຊັບ​ສິນ​ຂອງ​ ສະ​ຫະ​ລັດ ໃນ​ປະ​ເທ​ດ​ດັ່ງ​ກ່າວ.

ໂຄ​ສົກ​ພັນ​ທະ​ມິດ ທ່ານ ໄມ​ລ​ສ໌ ແຄກ​ກິນ​ສ໌ ໄດ້​ກ່າວ​ວ່າ “ພັນ​ທະ​ມິດ​ໄດ້​ຢືນ​ຢັນ​ຈະຫຼວດ​ຂະ​ໜາດ​ນ້ອຍຫຼາຍ​ລູກ​ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຖານ​ທັບ ອີ​ຣັກ ທີ່​ມີ​ທະ​ຫານ ພັນ​ທະ​ມິດອາ​ໄສ​ຢູ່​ໃນ​ເຂດ ສາ​ກົນ. ບໍ່​ມີ​ຜູ້​ເສຍ​ຊີ​ວິດ ຫຼື ບາດ​ເຈັບ.”

ຖານ​ທັບ​ນັ້ນ, ເປັນ​ທີ່​ຮູ້​ຈັກ​ດັ່​ງກັບ ຢູ​ນຽນ 3 (Union III), ແມ່ນ​ສຳ​ນັກ​ງານ​ໃຫຍ່​ຂອງ​ພັນ​ທະ​ມິດ​ນຳ​ໜ້າ​ໂດຍ ສະ​ຫະ​ລັດ, ທີ່​ຖືກ​ສົ່ງ​ໄປ​ປະ​ເທດ ອີ​ຣັກ ນັບ​ຕັ້ງ​ແຕ່​ປີ 2014 ເປັນ​ຕົ້ນ​ມາ ເພື່ອ​ຊ່ວ​ຍ​ເຫຼືອ​ກອ​ງ​ກຳ​ລັງ​ໃນ​ທ້ອງ​ຖິ່ນ​ຕໍ່​ສູ້​ກັບ​ກຸ່ມ​ຈີ​ຮາດ ລັດ ອິ​ສ​ລາມ.

ກອງ​ທັບ ອີ​ຣັກ ໄດ້​ກ່າວ​ວ່າ ຈະຫຼວດ ຄັດ​ຢູ​ຊາ (Katyusha) ​ສາມ​ລູກ​ໄດ້​ຕົກ​ຢູ່​ໃນ​ເຂດ​ສີ​ຂຽວ, ເຊິ່ງ​ແມ່ນ​ເຂດ​ແດນ​ທີ່​ມີ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ສູງ ບ່ອນ​ທີ່​ໜ່ວຍ​ປະ​ຕິ​ບັດ​ພາ​ລະ​ກິດ ສະ​ຫະ​ລັດ ແລະ ຖານ​ທັບ ຢູ​ນຽນ 3 ຕັ້ງ​ຢູ່, ພ້ອມ​ກັບ​ຕຶກ​ຕ່າງໆ​ຂອງ​ລັດ​ຖະ​ບານ ອີ​ຣັກ, ຫ້ອງ​ການ​ອົງກ​ານ​ສະ​ຫະ​ປະ​ຊາ​ຊາດ ແລະ ສະ​ຖານ​ທູດ​ອື່ນໆ.

ຈະຫຼວດ​ລູກ​ທີ​ສີ່​ໄດ້​ຕົກ​ໃສ່​ຖານ​ໜ່ວຍ​ພະ​ລາ​ທິ​ການ ໃນ​ໝູ່​ບ້ານທີ່​ແຕກຕ່າງ ທີ່​ປະ​ຕິ​ບັດ​ການ​ໂດຍ​ເຄືອ​ຂ່າຍ ຮາ​ເຊັດ ອາ​ລ-ຊາ​ບີ (Hashed al-Shaabi) ເຊິ່ງ​ແມ່ນ​ເຄືອ​ຂ່າຍກອງ​ທັບ ​ທີ່​ຖືກ​ລວມ​ເຂົ້າ​ໃນ​ລັດ​ຖະ​ບານ ອີ​ຣັກ ຢ່າງ​ເປັນ​ທາງ​ການ, ອີງ​ຕາມ​ການ​ກ່າວ​ຂອງກອງ​ທັບ ອີ​ຣັກ.

ເຄືອ​ຂ່າຍ ຮາ​ເຊັດ ບໍ່​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ທັນ​ທີ​ທັນ​ໃດ.

ການ​ໂຈມ​ຕີ​ໃສ່​ຊັບ​ສິນ​ຂອງ​ ສະ​ຫະ​ລັດ ແລະ ເຄືອ​ຂ່າຍ ຮ​າ​ເຊັດ ໃນ​ເວ​ລາ​ດຽວ​ກັນ​ແມ່ນ​ຜິດ​ປົກ​ກະ​ຕິ, ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ ວໍ​ຊິງ​ຕັນ ໄດ້​ຖິ້ມ​ໂທດ​ໃສ່​ສະ​ມາ​ຊິກຫົວ​ຈັດ​ທີ່​ຢູ່​ໃນ​ເຄືອ​ຂ່າຍກອງ​ທັບ​ນັ້ນ ສຳ​ລັບ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຢ່າງ​ຊ້ຳ​ແລ້​ວ​ຊ້ຳ​ອີກ​ໃສ່​ຖານ​ທັບ ອາ​ເມ​ຣິ​ກາ ທົ່ວ ອີ​ຣັກ.

ການ​ໂຈມ​ຕີ​ໃນ​ວັນ​ອາ​ທິດມື້ນີ້​ແມ່ນ​ຄັ້ງ​ທີ 19 ນັບ​ຕັ້ງ​ແຕ່​ເດືອນ​ຕຸ​ລາ​ປີ​ກາຍ​ນີ້ ທີ່​ແນ​ເປົ້າ​ໃສ່ ສະ​ຖານ​ທູດ ຫຼື ກອງ​ທະ​ຫານ ສະ​ຫະ​ລັດ ປະ​ມານ 5,200 ຄົນ​ທີ່​ປະ​ຈຳ​ການ​ຢູ່​ກັບ​ກອງ​ກຳ​ລັງ​ທ້ອງ​ຖິ່ນ​ໃນ​ທົ່ວ​ອີ​ຣັກ.

ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ສຳ​ລັບ​ເຫດ​ການຕ່າງໆ​ນັ້ນ.


ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG