ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ປະທ້ວງໄທ ພາກັນໂຮມ​ຊຸມນຸມ ​ຮຽກ​ຮ້ອງ​ໃຫ້​ປະ​ຕິ​ຮູບ ລະບອບ​ການປົກ​ຄອງ​ຂອງ​ກະ​ສັດ ພາຍ​ຫລັງ​ທີ່ສານ ​​ຕັດສິນລົງ​ໂທດພວກ​ນັກ​ເຄື່ອນ​ໄຫວ

ພວກ​ປະ​ທ້ວ​ງ​ໃຫ້​ມີ​ການ​ປະ​ຕິ​ຮູບລະບອບ​ການ​ປົກ​ຄອງ​ຂອງ​ກະ​ສັດ ຖື​ປ້າຍ​ບອກ​ໃຫ້​ລົບ​ລ້າງກົດ​ໝາຍ 112 ທີ່​ເຮັດ​ໃຫ້​ການ​ຕຳ​ໜິ​ວິ​ຈານການ​ປົກ​ຄອງ​ກະ​ສັດ​ເປັນ​ການ​ກະ​ທຳ​ຜິດ​ທາງ​ອາ​ຍາ ໂດຍ​ຕິດ​ຄຸນານ​ເຖິງ 15 ປີ​ໃນ​ບາງກອກ, ວັນ​ທີ 14 ພະ​ຈິກ, 2021 (VOA/Tommy Walker)

ຫລາຍພັນຄົນໄດ້ປະທ້ວງໃນປະເທດໄທໃນວັນອາທິດວານນີ້ເພື່ອຕອບ ໂຕ້ຕໍ່ຄໍາຕັດສິນຂອງສານທີ່ກ່າວວ່າ ການຮຽກຮ້ອງໃຫ້ມີການປະຕິຮູບລະບອບປົກ​ຄອງ ​ທີ່​ມີກະສັດແມ່ນຜິດກົດຫມາຍ. ມີ​ຜູ້​ປະ​ທ້ວງ​ຢ່າງ​ໜ້ອຍ 3 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ກັບ​ຕຳຫຼວດທີ່​ບາງກອກ.

ສານລັດຖະທຳມະນູນໄດ້ອອກຄຳຕັດສິນດັ່ງກ່າວໃນວັນພຸດທີ່ຜ່ານມາ, ໃນຂະນະທີ່ຍັງມີ​ການຕັດສິນໃຫ້ນັກເຄື່ອນໄຫວຕໍ່ຕ້ານລັດຖະບານ 3 ຄົນ ຄື ອາໂນນ ນາມປາ, ພານຸພົງ ຈາດນົກ ແລະປານຸໄຊ ສິທິຈິຣະ ວັດຕະນະກຸນ ວ່າໄດ້ແນໃສ່ໂຄ່ນລົ້ມ ການ​ປົກ​ຄອງ​ທີ່​ມີ​ກະ​ສັດ​ເປັນ​ປະ​ມຸກໃນເວ​ລາ​ທີ່ກ່າວຄຳປາໄສໃນເດືອນສິງຫາ 2020.

ບັນດາ​ນັກ​ເຄື່ອນ​ໄຫວ​ໄດ້​ລົງ​ນາມ​ຂໍ້​ຮຽກຮ້ອງ 10 ຂໍ້​ທີ່​ຮຽກຮ້ອງ​ໃຫ້​ປະຕິ​ຮູບ​ສະ​ຖາ​ບັນ​ກະ​ສັດ ພ້ອມ​ທັງ​ໃຫ້ຍົກ​ເລີກ​ມາດຕາ 112 ທີ່​ເອີ້ນ​ວ່າກົດ​ ໝາຍ​ໝິ່ນ​ປະ​ໝາດ​ກະ​ສັດທີ່ເຮັດ​ໃຫ້ການ​ວິພາກ​ວິຈານ​ລະບອບ​ການ​ປົກ​ຄອງ​ຂອງ​ກະ​ສັດໄດ້​ຮັບ​ໂທດ​ອາ​ຍາ. ຂໍ້​ກ່າວຫາ​ນີ້​ມີ​ໂທດ​ຈຳ​ຄຸກ​ນານ​ເຖິງ 15 ປີ.

ພວກ​ປະ​ທ້ວງ​ພາ​ກັນ​ເດີນ​ຂະ​ບວນ​ໄປ​ຫາ​ສະ​ຖານ​ທູດ​ເຢຍ​ຣະ​ມັນ​ໃນບາງກອກເພື່ອ​ໃຫ້​ປະ​ຕິ​ຮູບ​ລະ​ບອບ​ການ​ປົກ​ຄອງ​ຂອງ​ກະ​ສັດ​ ແລະ​ລົບ​ລ້າງ​ມາດ​ຕາ 112 ຂອງ​ກົດ​ໝາຍ​ອາ​ຍາ, 14 ພະ​ຈິກ. 2021 (VOA/Tommy Walker)
ພວກ​ປະ​ທ້ວງ​ພາ​ກັນ​ເດີນ​ຂະ​ບວນ​ໄປ​ຫາ​ສະ​ຖານ​ທູດ​ເຢຍ​ຣະ​ມັນ​ໃນບາງກອກເພື່ອ​ໃຫ້​ປະ​ຕິ​ຮູບ​ລະ​ບອບ​ການ​ປົກ​ຄອງ​ຂອງ​ກະ​ສັດ​ ແລະ​ລົບ​ລ້າງ​ມາດ​ຕາ 112 ຂອງ​ກົດ​ໝາຍ​ອາ​ຍາ, 14 ພະ​ຈິກ. 2021 (VOA/Tommy Walker)

​ທ່ານ​ການ ສັງ​ທອງ (Kan Sangtong) ເປັນ​ນັກ​ສັງ​ເກດ​ການ​ທີ່​ເຮັດ​ວຽກ​ໃຫ້ອົງ​ການ​ໄອ​ລໍ (iLaw), ຊຶ່ງ​ເປັນອົງ​ການ​ສິດ​ທິ​ມະ​ນຸດ​ຂອງ​ໄທ. ທ່ານ​ກ່າວ​ຕໍ່​ວີ​ໂອ​ເອວ່າ ຄາດ​ວ່າມີ​ການ​ປະ​ທ້ວງເກີດ​ຂຶ້ນພາຍ​ຫລັງ​ທີ່​ມີຄຳ​ຕັດສິນ​ຂອງ​ສານ ​ກ່ຽວ​ກັບ​ການ​ປະຕິ​ຮູບ​ສະ​ຖາ​ບັນ​ກະ​ສັດ​.

“ຄຳ​ຕັດສິນ​ຂອງ​ສານ​ລັດຖະທຳ​ມະນູນ​ເຮັດ​ໃຫ້​ພວກ​ໂຮມ​ຊຸມ​ນຸມ​ໂກດເຄືອງ​ຫຼາຍ. ພວກເຂົາເຈົ້າພະຍາຍາມປະຕິຮູບການກົດ​ໝາຍອາຍາມາດ​ຕາ 112,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ການ ສັງ​ທອງ.

ບັນດາ​ກຸ່ມ​ຝ່າຍ​ຄ້ານ​ໄດ້​ວາງ​ແຜນ​ທຳການ​ໂຮມ​ຊຸມນຸມ​ຢູ່​ຕາມ​ຖະໜົນ​ຫົນທາງ​ທີ່​ຈະ​ເລີ້ມຕົ້ນ​ຂຶ້ນ​ຢູ່ທີ່​ອານຸສາວະລີ​ປະຊາທິປະ​ໄຕ​ຂອງ​ບາງ ກອກ ​ແລະ​ຈະ​ສິ້ນ​ສຸດ​ລົງ​ທີ່​ສະໜາມ​ຫຼວງ, ບ່ອນ​ທີ່​ພະລາຊະວັງ​ໃຫຍ່​ຕັ້ງຢູ່ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG