ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພຽງ​ຢາງ​​ ສະຫຼອງ ຄົບຮອບ 60 ປີ ໃນການສິ້ນສຸດ ສົງຄາມ ເກົາຫຼີ (ວີດີໂອ/ສະໄລດ໌)


North Korean Leader Makes Rare Public Appearence
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ
ທີ່ເກົາຫຼີ​ເໜືອ ທ່ານ ກິມ ຈົ່ງ ອຸ່ນ ຜູ້​ນໍາ​ປະ​ເທດ ​ໄດ້ເປີດ​ສາກການ​ສະ​ເຫຼີມສະຫຼອງວັນຄົບຮອບ 60 ປີ ຂອງ​ການ​ສິ້ນ​ສຸດລົງຂອງສົງ ຄາມ​ເກົາຫຼີ.

ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ​ກິມ ​ໄດ້​ໄປ​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ພວກ​ເສຍ​ຊີວິດ​ໃນປາງ​ສົງຄາມ​ເກົາຫຼີ ​ແລະ​ໄດ້​ວາງ​ພວງ​ມາລາ ​ເພື່ອ​ລະນຶກ​ເຖິງ​ການ​ເປີດ ສຸສານ​ແຫ່ງ​ໃໝ່ ​ຢູ່ນອກ​ນະຄອນຫຼວງພຽງ​ຢາງ.

ມັນ​ເປັນ​ການ​ປະກົດ​ຕົວ​ໃນ​ທີ່​ສາ​ທາ​ລະນະ​ທີ່​ບໍ່​ຄ່ອຍ​ຈະມີ​ຂຶ້ນ ​ສໍາລັບ​ຜູ້​ນໍາ​ໜຸ່ມຄົນ​ນີ້ ທີ່​ມີ​ບັນດາ​ນັກ​ລົບ​ເກົ່າ​ຈາກ​ສະຫະລັດ ຈີນ ​ແລະ​ຈາກ​ປະ​ເທດ​ຂອງ​ທ່ານ​ເອງ ​ເຂົ້າ​ຮ່ວມ​ນໍາ.

ພຽງ​ຢາງ​ໄດ້​ວາງ​ແຜນການສະ​ເຫຼີມສະຫຼອງທີ່ມີ​ລັກສະນະ​ຊາດ​ນິຍົມ ​ເປັນຫຼາຍວັນ ​ເພື່ອສະຫຼອງ​ສິ່ງ​ທີ່​ຕົນ​ຖື​ວ່າ ​ເປັນ​ໄຊຊະນະຂອງ​ຕົນ​ໃນ​ສົງຄາມນອງ​ເລືອດ ເປັນ​ເວລາ​ສາມ​ປີ​ນັ້ນ.

Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ກໍ​ຢູ່​ໃນ​ພິທີ​ສະ​ເຫຼີມສະຫຼອງດັ່ງກ່າວ ພ້ອມ​ດ້ວຍ​ນັກ​ລົບ​ເກົ່າ​ສະຫະລັດສອງ​ທ່ານ ທີ່​ໄດ້​ຮັບຫຼຽນກຽດຕິຍົດ​ສູງ ຄື ອະດີດ ນັກ​ບິນ​ກອງທັບ​ເຮືອ ທ່ານ Thomas Hudner ​ແລະ​ທ່ານ Dick Bonelli ອະດີດ​ທະຫານ​ມາຣີນສະຫະລັດ.


ນັກ​ຂ່າວ Herman ​ເວົ້າ​ວ່າ: “ພວກ​ເຂົາ​ເຈົ້າ​ມາ​ທີ່​ນີ້ ​ເພື່ອ​ພະຍາຍາມ ຊອກ​ຫາ​ສົບ​ຂອງນັກ​ບິນປີກ​ຂ້າງ​ຂອງ​ທ່ານຮ້ອຍ​ເອກ Hudner. ນັກບິນຄົນ​ນັ້ນ​ໄດ້​ເອົາເຮື​ອບິນ​ລົງ​ຈອດສຸກ​ເສີນ ຫຼັງຈາກ​ຖືກ​ຍິງ ​ໃນ​ເດືອນ​ທັນວາ ປີ 1950. ​ເວລາ​ນັ້ນ ທ່ານ Hudner ​ເປັນ​ນັກ​ບິນ​ໄອ​ພົ່ນ​ຂອງ​ກອງທັບ​ເຮືອ ລາວ​ໄດ້​ບັງຄັບ​ເຮືອບິນລົບ​ຂອງ​ລາວ ລົງຈອດ​ສຸກ​ເສີນຄື​ກັນ ​ເພື່ອ​ພະຍາຍາມ​ຊ່ວຍ​ຊີວິດ​ນັກ​ບິນ Jesse Brown ນັ້ນ ​ແຕ່​ບໍ່​ສໍາ​ເລັດ.”

ທ່ານ Hudner ​ໄດ້ຫວັງ​ວ່າ ​ຈະ​ໄດ້ໄປເບິ່ງສະໜາມ​ລົບ​ຢູ່​ບໍລິ​ເວນ​ອ່າງ​ນໍ້າ Chosin Reservoir ບ່ອນ​ທີ່​ນັກ​ບິນ​ປີກ​ຂ້າງ​ຂອງ​ທ່ານ​ປະສົບ​ອຸບັດ​ເຫດ ​ເຮືອບິນ​ຕົກ​ຢູ່​ທີ່​ນັ້ນ. ​ແຕ່​ທ່ານ Herman ​ເວົ້າວ່າ ​ໄພນໍ້າ​ຖ້ວມ​ຢ່າງ​ຮ້າຍ​ແຮງ ເຮັດ​ໃຫ້​ຕົນ​ບໍ່​ສາມາດໄປ​ໄດ້.

ນັກ​ຂ່າວ Herman ​ເວົ້າ​ວ່າ ນັກ​ລົບ​ເກົ່າ​ທັງ​ສອງ​ທ່ານ ​ໄດ້​ຮັບ​ການ​ເບິ່ງ​ແຍງດູ​ແລ​ເປັນ​ຢ່າງ​ດີ ​ແລະ​ໄດ້​ຮັບການ​ປົນ​ນິບັດ​ໃນ​ຖານະ​ບຸກຄົນ​ສໍາຄັນ ​ໂດຍ ​ເຈົ້າໜ້າ​ທີ່​ເກົາຫຼີ​ເໜືອ.

ສັນຍາ​ສະຫງົບ​ເສິກ ທີ່​ບໍ່​ແມ່ນ​ສົນທິສັນຍາ​ສັນຕິພາບ​ຢ່າງ​ເປັນ​ທາງ​ການ​ນັ້ນ ​ໄດ້​ເຮັດ​ໃຫ້​ສົງຄາມ​ເກົາຫຼີສິ້ນ​ສຸດ​ລົງ ຊຶ່ງເປັນ​ສົງຄາມ​ທີ່​ມີກໍາລັງ​ທະຫານ​ສະຫະ​ປະຊາ​ຊາດ ທີ່​ນໍາ​ໂດຍ​ສະຫະລັດ ຕໍ່ສູ້ກັບ​ທະຫານເກົາຫຼີ​ເໜືອ ​ແລະ​ຈີນ ຢູ່​ໃນ​ສະໜາມ​ລົບ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້ເສຍ​ຊີວິດ ແລະ​ບາດ​ເຈັບ ໄປ​ສອງ​ລ້ານ​ກວ່າ​ຄົນນັ້ນ.
XS
SM
MD
LG