ເກົາຫຼີເໜືອໄດ້ທວງໃຫ້ຖອນການລົງໂທດຂອງອົງການສະຫະປະຊາຊາດ ແລະໃຫ້ຍຸຕິການຊ້ອມລົບກັນລະຫວ່າງສະຫະລັດແລະເກົາຫຼີໃຕ້ ກ່ອນຈະມີການເລີ່ມເຈລະຈາໃດໆ ກັບສະຫະລັດ.
ເງື່ອນໄຂດັ່ງກ່າວນີ້ ໄດ້ປະກາດອອກມ່າໂດຍສັງເຂບໃນວັນພະຫັດມື້ນີ້ ໂດຍຄະນະກໍາ ມາທິການປ້ອງກັນຊາດຂອງເກົາຫຼີເໜືອ ຊຶ່ງເປັນອົງກອນທາງທະຫານລະດັບສູງສຸດຂອງປະເທດ ແລະນໍາອອກເຜີຍແຜ່ໂດຍອົງການຂ່າວສູນກາງເກົາຫຼີ ທີ່ລັດເປັນເຈົ້າ ຂອງນັ້ນ.
ແນ່ນອນວ່າ ເງື່ອນໄຂດັ່ງກ່າວຈະຖືກປະຕິເສດໂດຍສະຫະລັດ ທີ່ໄດ້ເວົ້າໄປແລ້ວວ່າ ພຽງຢາງຈະຕ້ອງເຄຶ່ອນໄຫວເພື່ອທັບມ້າງໂຄງການນີວເຄຼຍ ຂອງຕົນເສຍກ່ອນ ກ່ອນການເຈລະຈາຈະເລີ່ມຂຶ້ນໄດ້.
ແຕ່ຖະແຫຼງການດັ່ງກ່າວກໍອາດເປັນຮ່ອງຮອຍທີ່ເປັນໄປໄດ້ ທີ່ສະແດງໃຫ້ເຫັນວ່າ ໃນທີ່ສຸດພຽງຢາງກໍພ້ອມທີ່ຈະທໍາການໂອ້ລົມສົນທະນາກັນແລ້ວ ຫຼັງຈາກໄດ້ທໍາການຂົ່ມຂູ່ເປັນເວລາຫຼາຍອາທິດຕໍ່ສະຫະລັດແລະເກົາຫຼີໃຕ້.
ທາງຝ່າຍເກົາຫຼີໃຕ້ນັ້ນ ໃນວັນພະຫັດມື້ນີ້ ທ່ານ Cho Tai-young ໂຄສົກກະຊວງຕ່າງປະເທດ ໄດ້ປະຕິເສດເງື່ອນໄຂເຫຼົ່ານັ້ນວ່າ ໄຮ້ສາລະ ແລະກ່າວວ່າ:
“ອີກຄັ້ງນຶ່ງ ພວກເຮົາຂໍຮຽກຮ້ອງຢ່າງແຂງຂັນຕໍ່ເກົາຫຼີເໜືອ ໃຫ້ຢຸດທວງ ເລຶ່ອງແບບນັ້ນ ຊຶ່ງເປັນເລຶ່ອງທີ່ເຂົ້າໃຈຍາກ ແລະພວກເຮົາຂໍຮຽກຣ້ອງອີກໃຫ້ເກົາຫຼີ ເໜືອເອົາທາງເລືອກທີ່ສະຫຼາດລອບຄອບ ດັ່ງທີ່ພວກເຮົາເຄີຍໄດ້ເວົ້າຊໍ້າແລ້ວຊໍ້າອີກ ມາແຕ່ກ່ອນນັ້ນ.”
ສະຖານນະການຍັງສືບຕໍ່ເຄ່ງຕຶງ ຢູ່ໃນເຂດປອດທະຫານລະຫວ່າງ 2 ເກົາຫຼີ:

ຄວາມເຫັນຂອງທ່ານ
ສະແດງຄວາມເຫັນໃຫ້ເບິ່ງ