ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພານາມາ ຈັບກໍາ​ປັ່ນ ເກົາຫຼີເໜືອ ທີ່ຂົນສົ່ງ ອາວຸດ


ຮູບພາບຂອງຊິ້ນສ່ວນລູກສອນໄຟ ທີ່ພົບເຫັນຢູ່ໃນກໍາປັ່ນ ເກົາຫລີເໜືອ ທີ່ປະທານາທິບໍດີ ພານາມາ ທ່ານ Ricardo Martinelli ເອົາລົງເຜີຍແຜ່ ຢູ່ໃນໜ້າ Twitter ຂອງທ່ານ
ຮູບພາບຂອງຊິ້ນສ່ວນລູກສອນໄຟ ທີ່ພົບເຫັນຢູ່ໃນກໍາປັ່ນ ເກົາຫລີເໜືອ ທີ່ປະທານາທິບໍດີ ພານາມາ ທ່ານ Ricardo Martinelli ເອົາລົງເຜີຍແຜ່ ຢູ່ໃນໜ້າ Twitter ຂອງທ່ານ
ປະທານາທິບໍດີພານ​າມາ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ ຈັບກໍາ​
ປັ່ນເກົາຫລີ​ເໜືອ ລຳ​ນຶ່ງທີ່ເດີນທາງ​ມາ​ຈາກຄິວ​ບາ ຊຶ່ງ​ໄດ້​ພະ
ຍາຍາມແລ່ນຜ່ານ​ຄອງພາ​ນາມາ ທີ່​ສົງໄສ ​ບັນທຸກ​ເຄື່ອງອາ​
ໄຫລ່ ລູກ​ສອນ​ໄຟ​.

ປະທານາທິບໍດີ Ricardo Martinelli ກ່າວ​ໃນຕອນ​ແລງ​ວັນ
​ຈັນ​ວານ​ນີ້​ວ່າ ກໍາ​ປັ່ນ​ໄດ້​ຖືກ​ຢຸດໂດ​ຍ​ເຈົ້າ​ໜ້າ​ທີ່ ຊຶ່ງສົງໄສ​ວ່າ
ອາດ​ລຳລຽງຢາ​ເສບ​ຕິດ. ຫລັງ​ຈາກ​ໄດ້​ຂື້ນໄປເທິງກໍາ​ປັ່ນ
ທ່າ​ນກ່າວ​ວ່າ ຕໍາຫລວດ​ໄດ້​ພົບ​ເຫັນ​ໃນ​ອັນ​ທີ່​ເຊື່ອ​ວ່າ​ເປັນ
“​ເຄື່ອງອາ​ໄຫລ່ຂອງ​ລູກ​ສອນ​ໄຟ ທີ່​ກ້າວໜ້າທັນ​ສະ​ໄໝ”.

ທ່ານບໍ່​ໄດ້​ເວົ້າເຖິງຈຳນວນຫລືຊະ​ນິດຂອງເຄື່ອງອາ​ໄຫລ່
​ລູກ​ສອນ​ໄ​ຟ ແຕ່​ກໍໄດ້​ນໍາ​ເອົາຮູບຊິ້ນສ່ວນລູກ​ສອນ​ໄຟນີ້ ​
ລົງ​ໃນ Twitter ຂອງ​ທ່ານ ທີ່​ສະ​ແດງ​ໃຫ້​ເຫັນວ່າ ​ມີ​ລັກສະ
ນະ​ເປັນບັ້ງ​ຫຼືທ່ອນສີຂຽວ ຢູ່​ໃນ​ຕູ້ຄອນ​ເທ​ນ​ເນີ້​ບັນ​ຈຸ​ນໍ້າຕານ.

ຕໍ່​ມາ ທ່ານ​ໄດ້ກ່າວ​ຕໍ່​ໂທລະພາບພາ​ນາມາ ວ່າ ຄົນ​ຂັບ​ເຮືອ
ຫລືແຄັບ​ແຕັນ​ໄດ້​ພະຍາຍາມ​ທີ່​ຈະ​ຂ້າ​ໂຕ​ຕາຍ ​ແລະ​ພວກ​
ລູກເຮື​ອ ພ້ອມ​ດ້ວຍ​ເຮືອລຳດັ່ງກ່າວ ໄດ້​ຖືກ​ກັກ​ໄວ້​ ເພື່ອ​ທຳ​
ການ​ສອບ​ສວນ​ຕໍ່​ໄປ.

ແຜນທີ່ ຄອງພານາມາ (ຄລິກບ່ອນຮູບ ເພື່ອຂະຫຍາຍໃຫຍ່)
ແຜນທີ່ ຄອງພານາມາ (ຄລິກບ່ອນຮູບ ເພື່ອຂະຫຍາຍໃຫຍ່)


ຄອ​ມມິ​ວນິສຄິວ​ບາ ​ເປັນ​ນຶ່ງໃນຈໍານວນພັນທະ​ມິດ ທີ່​ບໍ່​ຄ່ອຍ​ມີ
ຫຼາຍພໍ​ເທົ່າ​ໃດ ຂອງເກົາຫລີເໜືອ ທີ່ຢູ່​ຢ່າງໂດດດ່ຽວ​ຈາກປະ
​ຊາ​ຄົມນາໆ​ຊາດ ​ຊຶ່ງສາເຫດສ່ວນ​ນຶ່ງກໍ​ແມ່ນຍ້ອນ ​ໂຄງການ
ສ້າງ​ອາວຸດນິວ​ເຄລຍ ແລະ​ລູກ​ສອນ​ໄຟຂອງ​ພຽງ​ຢາງ.

ການລົງ​ໂທດ​ຂອງ​ອົງການສະຫະ​ປະຊາ​ຊາດ ​ໄດ້ຫ້າມບໍ່​ໃຫ້ເກົາ
ຫລີ​ເໜືອ ຊື້ຫລື​ຂາຍລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຫລື​ເທັກ​ໂນ​ໂລ​ຈີ
​ນີວ​ເຄລຍ. ການ​ລົງໂທດ​ໄດ້​ເຄັ່ງຄັດ​ຂຶ້ນຕື່ມ ຫລັງ​ຈາກການ​ທົດ​
ລອງນິວ​ເຄລຍຄັ້ງ​ທີ​ສາ​ມ ຂອງ​ເກົາຫລີ​ເໜືອ​ ​ໃນ​ເດືອນ​ກຸມພາ
ທີ່​ຜ່ານ​ມາ.​
XS
SM
MD
LG