ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ​ ສັ່ງ​ໃຫ້ ​ກອງທັບ ຂອງ​ຕົນ​​ ​ຕຽມພ້ອມ (ວີດີໂອ)


ການເດີນສວນສະໜາມ ຂອງກອງທັບ ເກົາຫຼີ​ເໜືອ​
ການເດີນສວນສະໜາມ ຂອງກອງທັບ ເກົາຫຼີ​ເໜືອ​
ເກົາຫຼີ​ເໜືອ​ໄດ້​ສັ່ງ​ໃຫ້​ກອງທັບຂອງ​ຕົນ ຢູ່​ໃນ​ທ່າ​ລະວັງ​ ແລະໄດ້
ເຕືອນ​ເຖິງ “ຜົນສະທ້ອນ​ທີ່​ຮ້າຍ​ແຮງທີ່​ສຸດ” ​ໃນ​ການ​ຕອບ​ໂຕ້​ຕໍ່​
ການຝຶກແອບ​ທາງ​ທະຫານ ​ທີ່​ນໍາພາ​ໂດຍສະຫະລັດ ຢູ່​ໃກ້ໆ​
ກັບແຫຼມ​ເກົາຫຼີ.

​ໂຄສົກ​ຂອງ​ກອງທັບ​ເກົາຫຼີ​ເໜືອ ບອກ​ກັບອົງການ​ຂ່າວ​ຂອງ
​ລັດຖະບານ ​ໃນ​ວັນ​ອັງຄານມື້​ນີ້ວ່າ ກອງທະຫານທັງ​ໝົດ​ນັ້ນ​
ໄດ້​ຮັບ​ຄໍາ​ສັ່ງ ​ໃຫ້​ຢູ່​ໃນ​ທ່າ​ຕຽມ​ພ້ອມ ທີ່​ຈະ​ລົງມືປະຕິບັດ​ການ​
ໄດ້​ທຸກ​ເມື່ອ.​

ໂຄສົກ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດເກົາຫຼີ​ໃຕ້ ທ່ານ Kim
Min-seok ຢືນຢັນວ່າ ເກົາຫຼີ​ເໜືອໄດ້ຈັດ​ໃຫ້ກອງທັບຂອຕົນ ​ຢູ່​ໃນ​ທ່າ​ລະວັງ​ແລະຕຽມພ້ອມ​
ໃນ​ລະດັບ​ສູງ​ສຸດ ພ້ອມ​ກັບກ່າວ​ວ່າ: “ກອງ​ທັບຂອງ​ພວກ​ເຮົາ​ ກໍາລັງຕິດຕາມເບິ່ງ
ການ​ເຄື່​ອນ​ໄຫວ​ທາງ​ທະຫານຂອງເກົາຫຼີ​ເໜືອ​ ​ ຢ່າງ​ໃກ້ຊິດ ແລະ​ກໍ​ກຽມພ້ອ​ມ​ແລ້ວ
ຢ່າງ​ເຕັມທີ່ ​ເພື່ອຈະ​ຮັບ​ມື​ກັບການ​ເກາະຜິດ​ຂອງເກົາຫຼີ​ເໜືອ ທີ່​ອາດ​ຈະ​ມີ​ຂຶ້ນ​ໄດ້ນັ້ນ.”


ການ​ຂົ່ມຂູ່​ດັ່ງກ່າວ​ນີ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ສະຫະລັດ​ໄດ້​ເຄື່ອນ​ຍ້າຍ​ ກໍາ​ປັ່ນຝຸງ​ນຶ່ງໄປຍັງເມືອງທ່າ
Busan ​ຂອງເກົາຫຼີໃຕ້ ສໍາລັບ​ອັນ​ທີ່​ພວກ​ເຈົ້າ​ໜ້າທີ່ກ່າວ​ວ່າ ​ເປັນ​ການ​ເຝິກ​ແອ​ບ ປະຕິບັດ​ງານ
ຊອກ​ຄົ້ນ​ແລະ​ແລະ​ກູ້​ໄພ ຕາມ​ປົກກະຕິ.

​ເບິ່ງຄື​ວ່າ ກຸງ​ພຽງ​ຢາງ ​ບໍ່ພໍ​ໃຈ​ເປັນ​ພິ​ເສດ​ກັບ​ການ​ປະກອບສ່ວນ​ໃນ​ການ​ເຝິກ​ແອບ​ຄັ້ງ​ນີ້ ​
ຂອງກໍາ​ປັ່ນ USS George Washington ຂອງ​ສະຫະລັດ ຊຶ່​ງເປັນ​ກໍາ​ປັ່ນ​ບັນທຸກ​ເຮືອ​ບິນ
ທີ່ແລ່ນ​ດ້ວຍ​ພະລັງ​ນິວ​ເຄລຍ​ນັ້ນ.

ບົດຂຽນ​ບົດ​ນຶ່ງ​ໃນ​ໜ້າ​ເວັບ​ໄຊ້ທ໌ຂອງສູນກາງ​ຂ່າວ​ເກົາຫຼີ​ ຫລື KCNA ອ້າງ​ວ່າ ກໍາ​ປັ່ນ​ດັ່ງກ່າວ​
ບັນທຸກ ລະ​ເບີດ​ນີວ​ເຄລຍ​ ຢ່າງ​ນ້ອຍ 100 ລູກ.

ທາງ​ເກົາຫຼີ​ເໜືອຍັງກ່າວເຕືອນວ່າ ຍິ່ງກອງ​ກໍາລັງ​ສະຫະລັດ​ເຂົ້າໄປໃກ້​ເກົາຫຼີ​ເໜືອຫລາຍ
​ເທົ່າ​ໃດ​ນັ້ນ ການ​ກະທໍາ​ຂອງ​ເຂົາ​ກໍ​ຈະ​ຍິ່ງສ້າງ ​ຄວາມ​ເສຍຫາຍທີ່​ທໍານາຍ​ບໍ່​ໄດ້ ຫລາຍ​ເທົ່າ​ນັ້ນ. ​

ກຸງ​ພຽງ​ຢາງ​ໄດ້​ທໍາ​ການ​ຂົ່ມຂູ່ ຈະ​ເອົາ​ບາ​ດກ້າວທາງ​ທະຫານຢູ່​ເລື້ອຍ​ໆ​ ​ໃນ​ການຕອບ​ໂຕ້​ຕໍ່​
ການເຝິກແອ​ບທາງ​ຫະທານລະ​ຫວ່າງ​ສະຫະລັດ​ແລະເກົາຫຼີ​ໃຕ້ ​ແຕ່​ກໍ່​ບໍ່ສູ້​ປະຕິບັດ​ຕາມ​ຄໍາ​ຂູ່​ນັ້ນ.

NOKOR MILITARY SOTVO.mov
please wait

No media source currently available

0:00 0:00:49 0:00
XS
SM
MD
LG