ເກົາຫຼີເໜືອ ໄດ້ດຳເນີນການທົດລອງລູກສອນໄຟທີ່ຜິດປົກກະຕິໃນຍາມກາງຄືນ ໃນວັນກ່ອນການສະເຫຼີມສະຫຼອງ ການກໍ່ຕັ້ງພັກກຳປະກອນຂອງເຂົາເຈົ້າ.
ການທົດລອງທີ່ວ່ານັ້ນ ໄດ້ເກີດຂຶ້ນຫຼາຍຊົ່ວໂມງ ຫຼັງຈາກກຳປັ່ນບັນທຸກເຮືອບິນ ສະເພາະກິດ ສະຫະລັດ ໄດ້ສິ້ນສຸດການຊ້ອມລົບທາງນ້ຳອາທິດທີສອງກັບ ເກົາຫຼີໃຕ້. ການກັບຄືນໄປໃນທະເລນອກແຫຼມເກົາຫຼີຂອງກຳປັ່ນດັ່ງກ່າວ ທີ່ຖືກກະຕຸ້ນໂດຍການຍິງລູກສອນໄຟຂີປະນາວຸດໄລຍະປານກາງຂອງ ເກົາຫຼີເໜືອ ຂ້າມປະເທດ ຍີ່ປຸ່ນ ນັ້ນ, ຖືກອະທິບາຍໂດຍ ພຽງຢາງ ວ່າເປັນ “ການເຄື່ອນໄຫວທີ່ເປັນແງ່ລົບຄັ້ງໃຫຍ່ ຕໍ່ສະຖານະການໃນພາກພື້ນນັ້ນ.”
ກອງທັບຂອງເກົາຫຼີໃຕ້ໄດ້ກ່າວວ່າ ລູກສອນໄຟຂີປະນາວຸດໄລຍະສັ້ນສອງລູກຖືກຍິງຕອນເຊົ້າລະຫວ່າງ 1:48 ແລະ 1:58 ວັນອາທິດວານນີ້, ຈາກເຂດມຸນຈອນ ໄປຫາທະເລຕາເວັນອອກ, ເຊິ່ງຮູ້ຈັກກັນອີກໃນຊື່ນຶ່ງດັ່ງວ່າແມ່ນທະເລຍີ່ປຸ່ນ. ເຂົາເຈົ້າກ່າວຕື່ມວ່າມັນໄດ້ບິນໄປ 350 ກິໂລແມັດ ແລະ ບິນຂຶ້ນລະດັບສູງສຸດ 90 ກິໂລແມັດ.
ຮອງລັດຖະມົນຕີປ້ອງກັນປະເທດຂອງ ຍີ່ປຸ່ນ ທ່ານ ໂຕຊິໂນະ ໂອໂນະ ກໍໄດ້ປະກາດຕົວເລກທີ່ຄ້າຍຄືກັນ. ທ່ານໄດ້ກ່າວວ່າລູກສອນໄຟດັ່ງກ່າວ, ຫຼັງຈາກຖືກຍິງອອກຕອນເຊົ້າເວລາປະມານ 1:47 ແລະ 1:53, ມັນໄດ້ຕົກຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ ຫຼັງຈາກໄດ້ບິນປະມານ 350 ກິໂລແມັດ ໃນລະດັບສູງ 100 ກິລໂລແມັດ. ທ່ານໄດ້ກ່າວວ່າ ຄວາມເປັນໄປໄດ້ທີ່ວ່າລູກສອນໄຟຂີປະນາວຸດນັ້ນ ຖືກຍິງຈາກເຮືອດຳນ້ຳແມ່ນກຳລັງມີການສຶກສາຢູ່.
ເມືອງ ມຸນຈອນ, ທີ່ຕັ້ງຢູ່ຕາມແຄມຊາຍຝັ່ງຕາເວັນອອກຂອງ ເກົາຫຼີເໜືອ ນັ້ນ, ມີຖານທັບເຮືອທີ່ຖືກພິຈາລະນາວ່າ ຢູ່ພາຍໃຕ້ການສ້ອມແປງປັບປຸງ.
ບັນດານັກວິເຄາະໃນນະຄອນຫຼວງໂຊລ, ແນວໃດກໍ່ຕາມ, ໄດ້ກ່າວຢ້ຳສິ່ງທີ່ຄ້າຍຄືກັນ ໃນການຍິງລູກສອນໄຟຂີປະນາວຸດຍຸດທະວິທີຂອງວັນອາທິດວານນີ້, ທີ່ຮູ້ຈັກໂດຍບັນດາເຈົ້າໜ້າທີ່ ສະຫະລັດ ໃນຊື່ KN-25 ຫຼື ສິ່ງທີ່ສື່ມວນຊົນເກົາຫຼີ ເໜືອ ໄດ້ເອີ້ນໃນອະດີດວ່າລະບົບຍິງຈະຫຼວດ “ຂະໜາດໃຫຍ່” ຫຼາຍລູກ. ມັນຖືກຄິດວ່າເປັນນຶ່ງໃນການທົດລອງລູກສອນໄຟສອງຄັ້ງໃນວັນພະຫັດທີ່ຜ່ານມາ, ຫຼາຍຊົ່ວໂມງຫຼັງຈາກກຳປັ່ນ USS Ronald Raegan ໄດ້ເດີນທາງກັບໄປຄືນສຳລັບການຊ້ອມລົບທາງນ້ຳຄັ້ງທີສອງກັບ ເກົາຫຼີໃຕ້ ແລະ ຍີ່ປຸ່ນ.
ໃນກອງປະຊຸມສຸກເສີນນັ້ນ, ສະພາຄວາມໝັ້ນຄົງແຫ່ງຊາດຂອງ ເກົາຫຼີໃຕ້ ໄດ້ກ່າວປະນາມຢ່າງແຮງ ຕໍ່ການສືບຕໍ່ຍິງລູກສອນໄຟໄລຍະສັ້ນ ແລະ ປານກາງ ນັ້ນວ່າ ເປັນການກະທຳກໍ່ຄວາມບໍ່ໝັ້ນຄົງ ທີ່ລະເມີດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ການຍິງລູກສອນໄຟຂີປະນາວຸດຂອງວັນອາທິດວານນີ້ແມ່ນຄັ້ງທີ 7 ໃນຮອບ 15 ວັນ, ເປັນການຂະຫຍາຍສະຖິຕິຂອງການທົດລອງອາວຸດໃນປີນີ້.