ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ອາດກະກຽມ ທົດລອງ ອາວຸດນີວເຄລຍ ຄັ້ງໃໝ່


ລົດບັນທຸກກອງທັບ ກຳລັງແກ່ລູກສອນໄຟ ໃນລະຫວ່າງ
ການເດີນສວນສະໜາມ ໃນວັນຄົບຮອບ 60 ປີ ແຫ່ງການຢຸດລົບ
ໃນສົງຄາມເກົາຫຼີ.
ລົດບັນທຸກກອງທັບ ກຳລັງແກ່ລູກສອນໄຟ ໃນລະຫວ່າງ ການເດີນສວນສະໜາມ ໃນວັນຄົບຮອບ 60 ປີ ແຫ່ງການຢຸດລົບ ໃນສົງຄາມເກົາຫຼີ.
ບັນດາ​ນັກວິ​ເຄາະ​ ກ່າວ​ວ່າ ວຽກ​ງານ​ການ​ກໍ່ສ້າງ​ຫວ່າງ​ໄວໆ​
ຜ່ານ​ມາ​ນີ້ ທີ່​ສະຖານ​ທີ່ທົດ​ລອງ​ນີວ​ເຄລຍ​ແຫ່ງ​ນຶ່ງ​ ຂອງ​ເກົາ
ຫຼີ​ເໜືອ​ສະ​ເໜີແນະ​ໃຫ້ຮູ້ຈັກ​ວ່າ ກຸງ​ພຽງ​ຢາງ​ອາດ​ຈະ​ກະກຽມ
​ເພື່ອ​ທຳ​ການ​ທົດ​ລອງ​ນີວ​ເຄລຍ​ໃຕ້​ດິນຂອງ​ຕົນ​ຄັ້ງທີ​ສີ່​ກໍ​ເປັນ
​ໄດ້.

ສະ​ຖາ​ບັນ​ ສະຫະລັດ​ເກົາຫຼີ ທີ່​ມະຫາວິທະຍາ​ໄລ Johns
Hopkins ກ່າວ​ວ່າ ​ຮູບ​ພາບດາວທຽມ ສະ​ແດງ​ໃຫ້​ເຫັນ​
ທາງ​ເຂົ້າ​ອຸ​ໂມງ​ໃຕ້​ດິນ​ໃໝ່ 2 ​ແຫ່ງ ​ແລະ​ວຽກ​ກໍ່ສ້າງ​ອື່ນໆ​
ທີ່ສະຖານ​ທີ່​ທົດ​ລອງ​ນີວ​ເຄລຍ Punggye-ri ຂອງ​ເກົາຫຼີ​
ເໜືອ.

ລາຍ​ງານ​ຂ່າວ​ຂອງ​ສະ​ຖາ​ບັນ 38 north ກ່າວ​ວ່າ ບໍ່​ມີ​ຮ່ອງຮອຍ​ໃດໆ​ກ່ຽວ​ກັບ​ການ​ທົດ​
ລອງ​ນີວ​ເຄລຍທີ່​ຈະ​ເກີດ​ຂຶ້ນ ​ແລະ​ເວົ້າ​ວ່າ ທາງ​ເຂົ້າ​ໃນ​ອຸ​ໂມງ​ໃຕ້​ດິນ​ນີ້ ອາດ​ສາມາດ​ໃຊ້
ສຳລັບ​ການລະ​ເບີດ​ນີວ​ເຄລຍ ຫຼືໃຊ້​ສຳລັບຈຸດປະສົງອື່ນໆ ​ເຊັ່ນ ການ​ລະບາຍ​ລົມ​ກໍ​ເປັນ​ໄດ້.

​ແຕ່​ລາຍ​ງານ​ສະບັບ​ນີ້​ເຕືອນ​ວ່າ ການ​ກໍ່ສ້າງ​ທີ່​ກຳລັງ​ດຳ​ເນີນ​ໄປ​ຢູ່​ນີ້ ຊີ້​ໃຫ້​ເຫັນ​ວ່າ ​ເກົາຫຼີ​ເໜືອ​
ກຳລັງ​ກະກຽມ​ເພື່ອ​ທຳ​ການ​ທົດ​ລອງ​ລະ​ເບີດ​ຕື່ມ​ອີກ​ໃນ​ອະນາຄົດໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​
ຂອງ​ໂຄງການ​ພັດທະນາ​ອາວຸດ​ນີວ​ເຄລຍຂອງ​ຕົນ.

​ເກົາຫຼີ​ເໜືອເຄີຍໄດ້​ທຳ​ການ​ທົດ​ລອງ​ລະ​ເບີດ​ນີວ​ເຄລຍ​ໃຕ້​ດິນ​ມາ​ແລ້ວ​ໃນ​ປີ 2006 ​ແລະ​ປີ
2009 ​ແລະ​ໃນ​ເດືອນ​ກຸມພາ​ປີ​ນີ້ ອັນ​ເປັນ​ການ​ທ້າ​ທາຍ​ຕໍ່​ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ.

XS
SM
MD
LG