ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນິດຕະຍາ ປານມາໄລທອງ ອະດີດນາງງາມມິນນີໂຊຕາ ເດີນທາງໄປ ຢ້ຽມຢາມ ສປປ ລາວ


ນິດຕະຍາ ປານມາໄລທອງ ຕອນໄດ້ມົງກຸດ ນາງງາມ Miss Minnesota USA 2012 ຖ່າຍຮູບກັບ ນາງງາມລັດມິນນີໂຊຕາ ໄວລຸ່ນ ຫລື Miss Teen Minnesota 2012.
ນິດຕະຍາ ປານມາໄລທອງ ຕອນໄດ້ມົງກຸດ ນາງງາມ Miss Minnesota USA 2012 ຖ່າຍຮູບກັບ ນາງງາມລັດມິນນີໂຊຕາ ໄວລຸ່ນ ຫລື Miss Teen Minnesota 2012.

ນິດຕະຍາ ປານມາໄລທອງ ນາງງາມລັດ ເຊື້ອສາຍລາວ ຄົນທໍາອິດຂອງອາເມຣິກາ ຈະເຄື່ອນໄຫວຢ້ຽມຢາມລາວ ເປັນເວລາສອງອາທິດ ເລີ້ມຕົ້ນອາທິດໜ້ານີ້. ດາຣາມີລາຍລະອຽດມາສະເໜີທ່ານ.

ສະບາຍດີ ທ່ານ​ທີ່​ເຄົາລົບ. ບັນດາ​ທ່ານ​ທີ່​ຕິດຕາມ​ຟັງ​ລາຍກາ​ນ
ຊີວິດ​ຊາວ​ລາວ ​ໃນ​ຕ່າງ​ແດນ​ຂອງ​ເຮົາ​ ມາຕັ້ງ​ແຕ່​ແຕ່​ປີ​ກາຍ​ນີ້
ຄົງ​ຈະ​ຈື່​ ນິດຕະຍາ ປານມາ​ໄລ​ທອງ​ ​ໄດ້​ດີ ​ເພາະວ່າ​ນາງ​ເປັນ​ຍິງ
​ສາວ​ອາ​ເມຣິກັນ ​ເຊື້ອສາຍ​ລາວ​ຄົນ​ທໍາອິດ ທີ່​ໄດ້​ສວມ​ມົງກຸດ​ຂອງ​
ນາງ​ງາມຂອງ​ລັດ​ນຶ່ງ​ໃນ​ສະຫະລັດ ກໍ​ຄື​ນາງ​ງາມລັດ​ Minnesota
USA 2012 ຊຶ່ງຕໍາ​ແໜ່​ງດັ່ງກ່າວ​ນີ້ ​ໄດ້​ພາ​ໃຫ້​ນາງ​ກ້າວ​ຂຶ້ນ​ໄປ​
ຮອດ​ເທິງ​ເວທີ​ປະ​ກວດ​ນາງ​ງາມ​ສະຫະລັດ​ອາ​ເມຣິກາ ປີ 2012
ຫລື Miss USA 2012 ​ແຂ່ງ​ກັບ​ນາງ​ງາມ​ຈາກ​ລັດ​ອື່ນ​ໆ​ອີກ 49
ຄົນ​ເມື່ອ​ຕົ້ນ​ເດືອນ​ມິຖຸນາ ປີ​ກາຍ​ນີ້ ຢູ່ ລັສ ​ເວ​ກັສ ​ແດນ​ກາສິ​ໂນ​
ຂອງ​ສະຫະລັດ ຊຶ່ງ​ເຮັດ​ໃຫ້ນິດຕະຍາ​ໄດ້​ເປັນ​ນາງ​ງາມ​ລັດ ເຊື້ອ
ສາຍ​ເອ​ເຊຍ​ຄົນທໍາອິດ ທີ່​ໄດ້​ເຂົ້າ​ປະ​ກວດ Miss USA ຊຶ່ງ​ຖ້າ
​ໄດ້​ຄອງ​ມົງກຸດ ກໍ​ແມ່ນ​ຈະ​ໄດ້​ເຂົ້າ​ປະ​ກວດ​ນາງ​ງາມ​ຈັກກະວານ
ຫລື Miss Universe ​ແຕ່​ນິດຕະຍາ​ກໍ​ບໍ່​ໄດ້​ບັນລຸ​ຄວາມ​ສໍາ​ເລັດ
​ເຖິງ​ຂັ້ນ​ສູງ​ສຸດເທິງ​ເວທີ​ດັ່ງ​ກ່າວນັ້ນ ຄື​ກັນ​ກັບ​ນາງ​ງາມ​ອີກ​ຫລາຍ
​ສິບ​ຄົນ ​ຊຶ່ງ​ນິດຕະຍາ​ກ່າວ​ວ່າ:


ນິດຕະຍາ ປານມາໄລທອງ ຖ່າຍຮູບກັບ ອະດີດ ປະທານາທິບໍດີ ບິລ ຄລິນຕັນ
ນິດຕະຍາ ປານມາໄລທອງ ຖ່າຍຮູບກັບ ອະດີດ ປະທານາທິບໍດີ ບິລ ຄລິນຕັນ

ການ​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ລາວ ບ້ານ​ເກີ​ດ​ເມືອງ​ນອນ​ຂອງ​ບິດາ​ມານ​ດາ​ນັ້ນ ​ແມ່ນ​ເປັນຄວາມໄຝ່ຝັນ​ທີ່​ກໍາລັງ​ຈະ​ກາຍມາ​ເປັນຄວາມ​ຈິງ​ຂອງ​ນິດຕະຍາ ປານ​ມາ​ໄລ​ທອງ ທີ່​ຈະ​ອອກ​ເດີນທາງ​ໄປ​ລາວ​ໃນ​ວັນ​ເສົາ​ທີ 12 ມັງກອນ​ນີ້ ​ໂດຍ​ມີ​ກໍານົດຈະ​
ຢ້ຽມຢາມ​ເປັນ​ເວລາ​ສອງ​ອາທິດ ຄື​ຈາກ​ວັນ​ທີ 13 ຫາ 27 ມັງ
ກອນ​ເດືອນ​ນີ້ ຕາມ​ຄໍາ​ເຊື້ອ​ເຊີນ​ຂອງ​ສະຖານ​ເອກ​ອັກຄະ​ລັດ
ຖະທູດ​ສະຫະລັດອາ​ເມຣິກາ ທີ່​ນະຄອນຫລວງ​ວຽງ​ຈັນ ຊຶ່ງ​ເປົ້າ​ໝາຍ​ຂອງ​ທາງສະຖານທູ​ດກໍ​ແມ່ນ​ຢາກ​ໃຫ້ ນິດຕະຍາ​ຊ່ວຍ​ສົ່ງ​ເສີມ​ສາຍ​ພົວພັນ​ດ້ານ​ທຸລະ​ກິດ ການ​ກຸສົນ ການ​ສຶກສາ​ ແລະ ວັດທະນະ​ທໍາ ລະຫວ່າງ​ລາວ​ແລະ​ສະຫະລັດ ​ໂດຍ​ໄດ້​ຮັບ​ການ​ອຸບປະຖໍາ​ຈາກສະພາ​ການ​ຄ້າ​ຂອງ​ອາ​ເມຣິກາ ຫລື American Chamber of Commerce. ນຶ່ງ​ໃນ​ລາຍການ​ທີ່​ທາງ​ສະຖານທູດ​ໄດ້​ຈັດ​ໄວ້​ໃຫ້ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ກໍ​ຄື​ການ​ໄປ​ຢ້ຽມຢາມ​ແລະ​ຊ່ວຍ​ເຫລືອ​ເດັກນ້ອຍ​ຢູ່​ອົງການ ​ເພື່ອນ​ມິດ ຊຶ່ງ​ເປັນ​ອົງ ການຊ່ວຍ​ເຫລືອ​ພວກ​ເດັກນ້ອຍ​ທຸກ​ຈົນ​ຂອງ​ກະຊວງ​ແຮງ​ງານ​ແລະ​ສະຫວັດດີ​ການ​ສັງຄົມ ຂອງ​ ສປປ ລາວ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ສະໜັບສະໜຸນ​ຈາກ ຈາກ​ສະຖານທູດ​ສະຫະລັດ. ​ແຕ່​ວ່າ ນິດຕະຍາ​ກໍ​ບໍ່​ຢາກ​ໄປ​ມື​ເປົ່າ ຈຶ່ງ​ໄດ້​ຈັດ​ຕັ້ງ ກອງ​ທຶນ​ນຶ່ງ​ຂຶ້ນ​ມາ ​ເພື່ອ​ເຮັດໃຫສິ່ງ​ທີ່​ນາງ​ຢາກ​ຈະ​ເຮັດ ກໍ​ຄື​ຊ່ວຍ​ເຫລືອ​ພວກ​ເດັກນ້ອຍ​ລາວ​ນັ້ນ​ເອງ.


ແມ່ກັບເອື້ອຍ ລໍຖ້ານິດຕະຍາ check in ຢູ່ສະໜາມບິນ ມິນນີອາໂປລິສ-ແຊນທ໌ພອລ ເຊົ້າວັນເສົາທີ 1 ມັງກອນ ພ້ອມກັບຫີບເຄື່ອງຂອງ ທີ່ຈະເອົາໄປຊ່ວຍເດັກນ້ອຍລາວ.
ແມ່ກັບເອື້ອຍ ລໍຖ້ານິດຕະຍາ check in ຢູ່ສະໜາມບິນ ມິນນີອາໂປລິສ-ແຊນທ໌ພອລ ເຊົ້າວັນເສົາທີ 1 ມັງກອນ ພ້ອມກັບຫີບເຄື່ອງຂອງ ທີ່ຈະເອົາໄປຊ່ວຍເດັກນ້ອຍລາວ.

ນິດຕະຍາ​ຕັ້ງ​ເປົ້າ​ໝາຍ​ໄວ້​ວ່າ ຈະ​ຫາ​ເງິນ​ທຶນ​ເພື່ອ​ຊື້​ສິ່ງ​ຂອງ​ໄປ​ຊ່ວຍ​ເຫລືອ​ເດັກນ້ອຍ​ຢູ່​ລາວ​ໃຫ້​ໄດ້ 5.000 ​ໂດ​ລ່າ​ສະຫະລັດ. ມາຕອນ​ອອກ​ອາກາດ​ມື້​ນີ້ ວັນທີ 10 ມັງ​ກອນ ກໍ​ແມ່ນຫາ​ໄດ້​ພຽງ​ປະມານ 65% ຫລື​ປະມານ 3.000 ກ່ວາ​ໂດ​ລ່າ​ເທົ່ານັ້ນ. ນິດຕະ
ຍາ​ຈຶ່ງ​ຂໍ​ຮຽກຮ້ອງ​ແລະ​ເຊີນຊວນ​ໃຫ້​ບັນດາ​ທ່ານ ທີ່​ມີ​ຈິດ​ໃຈ​ເອື້ອ​ເຟື້ອ​ເຜື່ອ​ແຜ່ ຢາກ​ຈະ​ຊ່ວຍ​ເຫລືອ​ພວກ​ເດັກນ້ອຍ​ລາວ ຈົ່ງ​ຮວມ​ໃຈ​ກັນ​ສົ່ງ​ປັດ​ໃຈ​ໄປ​ສົມທົບ​ໃນ​ກອງ​ທຶນ​ນີ້ ​ໂດຍ​ເຂົ້າ​ໄປ​ບໍລິຈາກທີ່​ເວັບ​ໄຊ້ທ໌ www.gofundme.com/hok38 ​ເວລາ​ແມ່ນ​ຍັງ​ມີ​ຢູ່ ​ແລະ​ທ່ານ​ກໍ​ສາມາດ​ສົ່ງ​ສິ່ງ​ຂອງໄປ​ຊ່ວຍ​ເຫລືອ​ທາງ​ສະຖານທູດ​ສະຫະລັດ​ທີ່​ວຽງ​ຈັນ​ໄດ້​ເຊ່ນ​ກັນ. ນິດຕະຍາ​ກ່າວ​ມ້ວນທ້າຍ​ວ່າ:


ນິດຕະຍາ ປານມາໄລທອງ ກັບຫລານ ຢູ່ໃນເຮືອບິນ ຂະນະບິນໄປລາວ, ວັນທີ 12 ມັງກອນ 2012.
ນິດຕະຍາ ປານມາໄລທອງ ກັບຫລານ ຢູ່ໃນເຮືອບິນ ຂະນະບິນໄປລາວ, ວັນທີ 12 ມັງກອນ 2012.

ຫລັງ​ຈາກ​ກັບ​ຈາກ​ປະ​ເທດ​ລາວ​ແລ້ວ ນິດຕະຍາ​ກໍ​ຈະ​ກັບ​ຄືນ​ໄປ
​ສຶກສາ​ເອົາ ປະລິນຍາ​ຕີ ​ໂດຍ​ຈະໃຊ້​ທຶນ​ທີ່​ໄດ້​ຮັບ​ມາ​ຈາ​ກການ​ປະ
​ກວດ​ນາງ​ງາມ​ລັດມິນ​ນີ​ໂຊ​ຕາ ຈໍານວນ 4 ໝື່ນ​ກ່ວາ​ໂດ​ລ່າ​ນັ້ນ
ຊຶ່ງ​ກໍ​ແມ່ນ​ຄວາມ​ຢາກ​ໄດ້​ທຶນໄປ​ສຶກສາ​ຕໍ່​ນີ້​ເອງ ທີ່​ດຶງ​ເອົາ​ນິດຕະ
ຍາ​ເຂົ້າ​ໄປ​ປະ​ກວດນາງ​ງາມ Minnesota USA 2012 ​ແລະ​ພາ
​ໃຫ້​ນາງ​ໄດ້​ກ້າວ​ໄປ​ເຖິງ​ເວທີ​ປະ​ກວດ​ນາງ​ງາມ​ສະຫະລັດ​ອາ​ເມຣິ
ກາ​ປີ​ກາຍ​ນີ້ ຫລື Miss USA 2012 ຊຶ່ງ​ນາງ​ແມ່ນ​ແມ່ຍິງ​ອາ​ເມຣິ
ກັນ ​ເຊື້ອສາຍ​ເອ​ເຊຍ​ຄົນ​ທໍາ​ອິດ ກໍ​ຄື​ເຊື້ອສາຍ​ລາວຄົນ​ທໍາ​ອິດ ທີ່
​ໄດ້​ກ້າວ​ໄປ​ເຖິງ ຈຸດ​ນັ້ນ.

ວິ​ໂອ​ເອກໍ​ຂໍ​ອວຍພອນ​ໃຫ້​ນິດຕະຍາ ຈົ່ງ​ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ປະກອບ​ພາລະກິດ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ປະ​ ເທດ​ລາວ​ໃນ​ຄັ້ງ​ນີ້ ​ຕະຫລອດ​ທັງ​ບັນລຸ​ແລະ​ກ້າວ​ໄປ​ເຖິງ​ຄວາມ​ໄຝ່ຝັນ​ທີ່​ໄດ້ວາງ​ໄວ້ ​ໃນ​ອານາ​ຄົດ.

ເບິ່ງວີດີໂອລາຍງານ ກ່ຽວກັບນິດຕະຍາ ປານມາໄລທອງ ຕອນທີນຶ່ງ:



ເບິ່ງວີດີໂອລາຍງານ ກ່ຽວກັບນິດຕະຍາ ປານມາໄລທອງ ຕອນທີສອງ:

XS
SM
MD
LG