ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຝີມືການອອກແບບເສື້ອຜ້າ ທີ່ລ້ຳຍຸກ ຈາກປາຣີ ເຖິງວຽງຈັນ ຂອງ ນິດຖະຍາ ສົມສະນິດ (ວີ​ດີ​ໂອ/ສະໄລດ໌​)


ສະບາຍດີທ່ານ​ຜູ້​ຟັງ​ທີ່​ຄອຍ​ຕິດຕາມ​ລາຍການ​ຊີວິດ​ຊາວ​ລາວ​ຂອງ
VOA ສະ​ເໝີ​ມາ ວັນນະສອນ​ເຂົ້າ​ໃຈ​ວ່າ ທຸກໆ​ຄົນ​ລາວ ທີ່​ມີ​ເຊື້ອສາຍ​ລາວ​ດ້ວຍ​ກັນ ບໍ່ວ່າຈະ​ຢູ່​ແຫ່ງ​ຫົນ​ໃດ​ ໃນສາກົນລະໂລກນີ້ ກໍ​ຈະ​ໄດ້​ຮຽນ​ຮູ້ ​ໄດ້ສຶກ​ສາ​ ວີ​ຖີຊີວິດ ຈາກ​ປະສົບ​ການ​ຊີວິດຂອງ​ພວກຊາວ​ລາວເຫຼົ່າ​ນັ້ນ ຊຶ່ງ​ເລື່ອງ​ລາວ​ຕ່າງ​ໆ​ນາໆ​ເຫຼົ່າ​ນີ້ ​ກໍ​ຈະ​
ຊ່ອຍເປັນ​ບົດຮຽນ​ສອນ​ໃຈ​ແລະ​ຊ່ອຍ​ເປັນ​ກຳລັງ​ໃຈ ​ໃຫ້​ພວກ​ເຮົາ​ເຈົ້າ​ຂ້ອຍ ​ໄດ້​ເອົາ​ເປັນ​ແບບ​ຢ່າງ ​ແລະ​ແວ່ນ​ແຍງ​ເພື່ອ​ໃຫ້​ສະທ້ອນ​ໃນ​ການດຳ​ເນີນ​ຊີວິດ​ຕໍ່​ໄປໃນ​ຂ້າງ​ໜ້າ​ຢ່າ​ງ
ໝັ້ນຄົງ. ເລື່ອງ​ລາວໃນຄ່ຳ​ຄືນ​ນີ້​ພິ​ເສດແດ່ ​ເພາະວ່າ​ ທາງ​ເຮົາ​ຈະນຳ​ສະ​ເໜີການ​ສຳ​ພາດ
​ກັບ ນິດຖະຍາ ສົມ​ສະ​ນິດ ນັກ​ອອກ​ແບບ​ເສື້ອ​ຜ້າ​ຂອງ ​ວົງ​ການ Fashion ​ໃນ​ນະ​ຄອນ
ຫຼວງ​ວຽງ​ຈັນ​ ສປປ ລາວ. ​ຂໍ​ເຊີນ​ທ່ານ​ຮັບ​ຟັງການ​ສຳພາດ​ຂອງ​ນິດຖະຍາ​ໄດ້​ເລີ​ຍ:

ລິງໂດຍກົງ

ຖ້າ​ຈະ​ເວົ້າເຖິງຄຳ​ວ່າ Fashion Week ກໍ​ຄື​ງານ​ຈັດສະ​ແດງ fashion ​ເສື້ອ​ຜ້າອາພອນ ທີ່​ໄດ້​ເປີດ​ໂອກາດ​ໃຫ້ ນັກ​ອອກ​ແບບ​ທັງຫຼາຍ ​ແລະ​ຫ້າງ​ຮ້ານ​ຕ່າງໆ ​ໄດ້ມີ​ໂອກາດ​ສະ​ແດງ​ຜົນງານ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ຈະ​ບອກ​ໃຫ້​ເຫັນ​ເຖິງ ແນວ​ໂນ້ມຂອງ style ຂອງ​ເສື້ອ​ຜ້າ ສີສັນ ​ໃນ​ລະດູ​ການ​ນັ້ນ ວ່າ ​style ​ແນວ​ໃດ ໝົດຄວາມ​ນິຍົມ ​ແລະ style ​ແບບໃດ ກຳລັງ​ໄດ້​ຮັບ​ຄວາມ​ນິຍົມ​ສູງ ຊຶ່ງ​ກໍ​ຈະຈັດ​ກັນ​ເປັນທັງ​ອາທິດ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຄຳ​ວ່າ Fashion Week. Fashion Week ກໍ​ຈະ​ຈັດໃຫ້ມີ​ຂຶ້ນ​ໃນ​ແວດ​ວົງ​ສັງຄົມ​ຊັ້ນ​ສູງ ດາຣາ ຄົນ​ດັງ​ຕ່າງ​ຕ່າງ​ໃຫ້​ເຂົ້າ​ເຖິງ Fashion ທີ່​ຕິດ​ອັນ​ດັບ​ໂລກ…​ໃນ​ຫົວ​ເມືອງ​ໃຫຍ່​ຕ່າງໆ​ທົ່ວ​ໂລກ ​ເຊັ່ນ: New York, Paris, Milan, London, Tokyo ບາງກອກ ​ແລະ ​ນະ​ຄອນຫຼວງ​ວຽງ​ຈັນ​ ສປປ ລາວ ​ໃນ​ທີ່​ສຸດ ຊຶ່ງ​ກໍ​ໄດ້​ຈັດ​ຂຶ້ນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ເອງ ຊຶ່ງ​ຜົນງານຂອງນິດຖະຍາ ​ໄດ້​ສ້າງ​ຄວາມຮືຮາ ​ແລະຄຶກຄັກມາ​ແລ້ວ ​ໃນ​ການສະ​ແດງ​ເສື້ອ​ຜ້າ​ອາພອນ​ໃນ Fashion Week ຄັ້ງປະຖົມມະ​ເລີກນີ້.​


ຊື່ ​ນິດຖະຍາ ສົມ​ສະ​ນິດ ນັກອອກ​ແບບ​ເສື້ອ​ຜ້າ​ ຊຶ່ງເປັນ​ທີ່ຮູ້ຈັກ​ກັນໃນວົງ​ການ​ເສື້ອ​ຜ້າ​ຂອງ​ລາວ ທີ່​ມີ​ຄວາມ​ກ້າ​ເປັນພິ​ເສດ ກ້າ​ເຮັດກ້າ​ສະ​ແດງ​ອອກ ທີ່ໄດ້​ຫັນປ່ຽນ​ມຸມ​ມອງ
​ຂອງ​ການ​ອອກ​ແບບເສື້ອ​ຜ້າ​ລາວ​ໃຫ້​ທັນ​ສະ​ໄໝ ມີ​ການ​ປະສົມ​ປະສານ ຈາກ​ປະສົບ​ການ​ຕ່າງໆ​ ທີ່​ໄດ້​ສະ​ສົມ​ແລະ​ຮ່ຳຮຽນ​ມາ​ຈາກນະຄອນຫຼວງ Parisແລະ​ການ​ນຳ​ໃຊ້​ວັດສະດຸ​ທີ່​
ເປັນ​ຂອງ​ລາວດັ້ງ​ເດີມ ​ຂະໜານແທ້ເຊັ່ນ​ໄໝ​ມ້ອນ ທີ່​ເຮັດ​ດ້ວຍ​ມື ຈາກ​ສີທຳ​ມະ​ຊາດ ​ຮວມກັບ​ສະ​ໄຕລ໌ ຂອງ​ຢູ​ໂຣບ ຊຶ່ງ​ນິດຕະຍາ​ເລົ່າ​ໃຫ້​ຟັງ​ວ່າ…ບໍ່​ເຄີຍ​ຮູ້ບໍ່​ຄຸ້ນ​ເຄີຍ​ແລະ​
ເຂົ້າ​ໃຈ​ກ່ຽວ​ກັບ​ຜ້າ​ໄໝ​ລາວ ຕອນ​ຢູ່​ທີ່​ຝຣັ່ງ ຈົນພໍ​ມາ​ຮອດ​ລາວ​ແລ້ວ​ໄດ້​ນຳ​ເອົາ​ຜ້າ​ໄໝ​ລາວ​ມາ​ອອກ​ແບບ ​ຊຶ່ງ​ມັນ​ເປັນ​ຈຸດປະກາຍ​ໃຫ້​ນິດຖະຍາ ນຳ​ໃຊ້​ຜ້​າໄໝ​ລາວໃນ​ການ​ອອກ​ແບບ​ຊຸດ​ລາຕີໃຫ້​ຍິ່ງ​ໃຫຍ່ ງົດ​ງາມ​ແລະແປກຕາ ຊຶ່ງ​ນິດຖະຍາເລົ່າ​ໃຫ້​ຟັງ​ວ່າ:

ລິງໂດຍກົງ
Nithaya
Nithaya

ຜົນງານ​ເດັ່ນ​ໆທີ່​ໄດ້​ສ້າງ​ຊື່​ສຽງ​ໃຫ້​ກັບນິດຖະຍາ ນອກຈາກ​
ການສະ​ແດງ Fashion Show ​ໃນ Paris ແລ້ວ​ ນິດຕະຍາ ຍັງໄດ້ເປັນນຶ່ງໃນສາມປະເທດຈາກກຸ່ມ 10 ປະເທດ ASEAN
ທີ່​ຖືກ​ຄັດ​ເລືອກ​ເຂົ້າ​ຮອບຊະນະ​ເລີດ​ໃນ​ງານ​ສະ​ແດງ​ຜົນງານ
ຈັດ​ຂຶ້ນ​ເພື່ອ​ສະຫຼອງ​ວັນ​ປະສູດ ຂອງ​ສົມ​ເດັດ​ພະຣາຊີນີ​ໄທ
ຊຶ່ງ​ເປັນ​ການ​ແຫວກ​ແນວ ອີກແບບ​ໃໝ່ ທີ່​ນິດທະຍາ ​ໄດ້​ໃຊ້​
ຜ້າ​ໄໝ​ໝັດ​ໝີ່ ອອກ​ແບບ ຊຶ່ງ​ເປັນ​ທີ່​ຖືກ​ຕາ​ຕ້ອງ​ໃຈ ທັງ​ຊາວ
​ໄທ​ແລະ​ຕ່າງປະ​ເທດ​ຊຶ່ງນິດຖະຍາ ເລົ່າ​ເຖິງ​ປະສົບ​ການ​
ໃນ​ຄັ້ງ​ນີ້ ​ໃຫ້​ຟັງ​ວ່າ:

ລິງໂດຍກົງ
Nithaya
Nithaya

ຜົນງານ​ຂອງນິດຖະຍາ​ ໃນໄລຍະຫຼັງໆ​ສຸດ​ນີ້ ກໍ​ຈະ​ມັກ​ຈະ​ອອກ​ມາ​
ໃນ​ແບບ​ໂບຮານ ຊຶ່ງ​ນິດຕະຍາ ບ​ອກວ່າ ມັກ​ຮັກ​ໃນ​ຄວາມ​ເປັນ​ລາວ
​ຂອງ​ປະຫວັດສາດ​ແລະ​ທີ່​ມາ​ຂອງ​ເສື້ອ​ຜ້າອາພອນ ​ແບບ​ໂບຮານ
ດັ້ງເດີ​ມ ທີ່​ຈະ​ເຫັນ​ກັນໃນ​ແບບ​ຮູບ​ແຕ້ມ​ ຕາມ​ຝາ​ພະ​ໜັງ​ໃນ​ວັດວາ
ອາ​ຮາມ ຜົນງານ​ທີ່ນິດທະຍາ​ພູມ​ໃຈ​ອີກເລື່ອງ​ນຶ່ງ ກໍ​ຄື​ການ​ທີ່​ໄດ້​
ອອກ​ແບບ​ເສື້ອຜ້າ​ໃຫ້​ຕົວ​ລະຄ​ອນ​ໃນ​ການສະ​ແດງ Opera ຂອງ
​ຊາວ​ຝຣັ່ງ ທີ່​ມີນາ​ງລຳ​ໃນເລື້ອງ​ນັ້ນ ທີ່​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້
​ແກ່​ຜູ້​ຈັດ ທີ່​ຕອນ​ທຳ​ອິດ​ບອກ​ປະຕິເສດ​ໄປ​ນັ້ນ ຊຶ່ງ​ນິດຖະ​ຍາ​ກ່າວ​
ອະທິ​ບາຍ​ເພີ່ມ​ຕື່ມ​ວ່າ:

ລິງໂດຍກົງ
Wow Fashion Week
Wow Fashion Week

ຜົນງານທີ່ນິດທະຍາ ໄດ້​ອອກ​ແບບ​ໄປ​ນັ້ນ ແມ່ນໄດ້ສ້າງ​ຊື່​ສຽງ​
ຊ້ຳ​ແລ້ວ​ຊ້ຳ​ເລົ່າ ບໍ່​ພຽງ​ແຕ່ໃນ Paris ​ແລະ​ວຽງ​ຈັນ ແຕ່​ກັບ​ໄປ​
ໂດ່​ງດັງ​ໃນ​ປະ​ເທດ​ໄທ​ນຳ ແລະຜົນງານຫຼ້າ​ສຸດ​ທີ່​ໄປ​ຖືກ​ຕາ
​ຕ້ອງ​ໃຈ​ກັບວາຣະສານ WOW ທີ່​ມີ​ທັງ​ສອງ​ພາສາ ລາວ​-ໄທ ນັ້ນ
​ແລະ​ກໍ​ໄດ້​ຈັດ fashion week ຮ່ວມ​ ​ລະຫວ່າງ​ລາວ-​ໄທ​ເປັນ
​ຄັ້ງ​ທຳ​ອິດ ​ໃນຕົ້ນ​ເດືອນກໍລະກົດ​ທີ່​ຜ່ານ​ມາ​ນີ້ ຊຶ່ງນິດຖະຍາ
​ເປັນ​ພຽງ​ແຕ່​ນຶ່ງ​ໃນ​ສອງ​ນັກ​ອອກ​ແບບ​ເສື້ອ​ຜ້າ​ຂອງ​ລາງ​ທີ່​
ໄດ້​ກຽດເຂົ້າຮ່ວມຊຶ່ງ​ນິດຖະ​ຍາໂອ້​ລົມ​ກັບ VOA ດັ່ງ​ບົດ​ສຳ
ພາດ​ດັ່ງ​ຕໍ່​ໄປ​ນີ້: ​

ລິງໂດຍກົງ
ການອອກແບບເສື້ອຜ້າ ທີ່ບໍ່ເໝືອນໃຜ ຂອງນິດຖະຍາ ສົມສະນິດ
ການອອກແບບເສື້ອຜ້າ ທີ່ບໍ່ເໝືອນໃຜ ຂອງນິດຖະຍາ ສົມສະນິດ

ກ່ອນ​ຈົບ​ການ​ສຳພາດ​ຄັ້ງ​ນີ້ ນິດທະ​ຍາກ່າວ​ສະຫຼຸບ​ແລະ​ຝາກ​ຝັ່ງ
​ພວກ​ນັກ​ອອກ​ແບບ​ເສື້ອ​ຜ້າ ຂອງ​ລາວ ທັງຫຼາຍ​ນັ້ນ​ ຕ້ອງຕາ​ມຫາ​
ແລະ​ຄົ້ນ​ພົບ​ຕົວ​ເອງ ບໍ່ແມ່ນຈະ​ເຮົາ​ຕາມ​ແບບ​ຂອງ​ຄົນ​ອື່ນ ຊຶ່ງນິດ
ຖະ​ຍາ​ ຝາກ​ຄຳ​ເວົ້າ​ກິນ​ໃຈ​ໄວ້​ດັ່ງ​ນີ້:​

ລິງໂດຍກົງ

ຫຼາຍໆ​ທ່ານ​ຄົງ​ຈະ​ຄຸ້ນ​ເຄີຍ​ກັບຜົນງານ​ປັກ​ດິ້ງ​ເງິນ ດິ້ງ​ຄຳ ຕົ້ນ​ສະ​ບັບ
ຈາກ​ພະລາດ​ຊະ​ວັງລາວ​ລ້ານ​ຊ້າງນະ​ໜານ​ແທ້ ຊຶ່ງ​ເຈົ້າ ​ນິດ​ຖາ​ຄົງ
ສົມ​ສະນິດ ​ເປັນ​ອາວ​ແທ້ໆ​ຂອງ ນິດຖະ​ຍາ​ນິດຖະ​ຍາ ມີ​ຊື່​ຈິງ​ວ່າ
ນິດຖະ​ຍາວົງ ສົມ​ສະ​ນິດ ​ເປັນລູກ​ຂອງ​ເຈົ້າ​ນິດ​ຖະໜົມ ສົມ​ສະ​ນິດ​
ແລະ​ມະ​ທິດາ ສິທຳ​ມະ​ວົງ. ປະຈຸບັນ​ນີ້ ນິດຖະຍາ ກໍ​ຈະ​ອາໄສ​ຢູ່​
ທັງ​ສອງ​ປະ​ເທດ ທັງ​ລາວ​ແລະ​ຝຣັ່ງ ແລະ​ກໍ​ຈະ​ສ້າງ​ສືບ​ຕໍ່​ສ້າງຜົນ
ງານດີ​ໆ​ທີ່​ລ້ຳ​ໜ້າ ໃຫ້​ຊາວ​ລາວ​ໄດ້​ພູມ​ໃຈກັນ​ອີກ​ຕໍ່ໆ​ໄປ ​ແລະ​ທາງ​
ລາຍການຊີວິດ​ຊາວ​ລາວ​ຂອງ VOA ກໍ​ຈະ​ຄອຍ​ຕິດຕາມ ​ເລື່ອງ​ລາວ​
ຂອງຜູ້​ກ່ຽວ ມາ​ສະ​ເໜີ​ທ່ານ​ຜູ້​ຟັງ​ອີກ​ໃນ​ໂອກາດ​ໜ້າ ກະລຸນາ​ຄອຍ
ຕິດຕາມ.

XS
SM
MD
LG