ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ​​ ​ນິ​ສ​ສັນ ໄລ່​ທ່າ​ນ ​ກອນ ແລະ​ ທ່ານ​ ແຄ​ລ​ລີ ອອກ​ຈາກ​ໜ້າ​ທີ່


Palestinian farmers wait behind an Israeli army security gate to be allowed on to their lands to harvest olives, in the West Bank village of Salem, east of Nablus.
Palestinian farmers wait behind an Israeli army security gate to be allowed on to their lands to harvest olives, in the West Bank village of Salem, east of Nablus.

ບໍ​ລິ​ສັດຜະ​ລິດລົດ ​ນິ​ສ​ສັນ ​ຂອງ ຍີ່​ປຸ່ນ ໄດ້​ໄລ່​ອະ​ດີດ​ປະ​ທານ​ ​ຄະ​ນະ​ກຳ​ມະ​ການ ທ່ານ
ຄາ​ລັອ​ສ ກ​ອນ ອອກ​ຈາກ​ຕຳ​ແໜ່ງ ແລະ ​ຜູ້​ບໍ​ລິ​ຫານ​ອີກ​ຄົນ​ນຶ່ງເຊິ່ງ​ແມ່ນຊາວ​ອາ​ເມ​ຣິ​ກັນ
​ທ່ານ​ ​ເກຣັກ ແຄ​ລ​ລີ ຜູ້​ທີ່​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຫາ ໃຊ້​ຈ່າຍ​ເງິນ​ຢຢ່າງບໍ່​ຖືກ​ຕ້ອງ.

ບັນ​ດາ​ຫຸ້ນ​ສ່ວນ​ຂອງ​ບໍ​ລິ​ສັດ ນິ​ສ​ສັນ ໄດ້​ເຫັນ​ພ້ອມ​ກັບ​ມາດ​ຕະ​ການ​ໃນ​ວັນ​ຈັນ​ວານ​ນີ້
ຫຼັງ​ຈາກ​ສາມ​ຊົ່​ວ​ໂ​ມງຂອງ​ການ​ປະ​ຊຸມ​ທີ່​ບໍ່​ເຄີຍມີ​ມາ​ກ່ອນ ຢູ່​ໂຮງ​ແຮມ ​ໂຕ​ກຽວ. ທັງ​
ສອງ​ຄົນ ທ່ານ ​ກ​ອ​ນ ແລະ​ ທ່ານ ແຄ​ລ​ລີ ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ຕໍ່​ເຂົາ​ເຈົ້າ.

ກ່ອນ​ໜ້າ​ການ​ລົງຄະ​ແນນ​ສຽງ ຜູ້​ບໍ​ລິ​ຫານລະ​ດັບ​ສູງ ທ່ານ​ຮິ​ໂຣ​ໂຕະ ໄຊ​ກາ​ວະ ແລະ​
ບັນ​ດາ​ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ ​ນິ​ສ​ສັນ ​ຄົນ​ອື່ນໆ ໄດ້​ຂໍ​ຂະ​ມາ​ໂທດ​ດ້ວຍ​ການ​ກົ້ມ​ຫົວ ແລະ​
ຄຳ​ນັບຕໍ່​ບັນ​ດາ​ຜູ້​ມີ​ຫຸ້ນ​ສ່ວນທີ່​ເຂົ້າ​ຮ່ວມ​ປະ​ຊຸ​ມ.

ບັນ​ດາ​ຜູ້​ຖື​ຮຸ້ນ​ສ່ວນ​ຍັງ​ໄດ້​ຮັບ​ຮູ້​ການ​ແຕ່ງ​ຕັ້ງ​ຂອງ​ຄູ່​ຮ່ວມ​ງານ​ຈາກ ຝ​ຣັ່ງ ປະ​ທານ​ຂອງ
ບໍ​ລິ​ສັດ ​ເຣີ​ໂນ​ລຕ໌ SA ທ່ານຊັງ ໂດ​ມີ​ນິກ ເຊີ​ນາຣ​ຕ໌ ໃຫ້ກຳ​ຕຳ​ແໜ່ງ​ແທນ​ທ່ານກ່​ອນ.
ບໍ​ລິ​ສັດ ​ເຣີ​ໂນ​ລ ເປັນ​ເຈົ້າ​ຂອງ 43 ເປີ​ເຊັນ ຂອງ​ບໍ​ລິ​ສັດ​ນິ​ສ​ສັນ.

ທ່ານ​ ກອ​ນ ຖືກ​ຄວບ​ຄຸມ​ຕົວກ່ອນ​ໜ້ານີ້​ໃນ​ເດືອນ​ພະ​ຈິກ ກ່ຽວ​ກັບ ຂໍ້​ສົງ​ໄສລວມ​ຫົວ​
ແຈ້ງ​ລາຍ​ໄດ້​ໃນ​ບໍ​ລິ​ສັດ ນິວ​ສັນ ຂອງ​ທ່ານ​ຕ່ຳ​ລົງ ໂດຍ​ປະ​ມານ 50 ເປີ​ເຊັນ ໃນລະ​
ຫວ່າງ​ປີ 2010 ແລະ 2015.

ທ່ານ​ໄດ້​ຖືກ​ປ່ອຍ​ໂຕ​ຈາກເງິນ​ປະ​ກັນ​ຕົວ ​ໃນ​ຕົ້ນ​ເດືອນ​ມີ​ນາ ແລະ​ໄດ້​ຖືກ​ຈັບ​ຄືນ​ອີກ
​ເປັນ​ເທື່ອ​ທີ​ສີ່ ໃນອາ​ທິດ​ແລ້ວ​ນີ້ ດ້ວຍ​ຂໍ້ກ່າວ​ຫາ​ໃໝ່ ທີ່​ສາ​ຂາບໍ​ລິ​ສັດ​ລົດ​ຍົນ ນິ​ສ​ສັນ
​ໄດ້ໂອນ​ເງິນ 5 ລ້ານ​ໂດ​ລາ​ຈາກ​ຮ້ານ​ຂາຍ​ລົດ​ແຫ່ງ​ນຶ່ງຢູ່ປະ​ເທດ ​ໂອ​ມານ ໄປ​ຫາ​ບໍ​ລິ
​ສັດ​ທີ່​ຄວບ​ຄຸມ​ທັງ​ໝົດ​ໂດຍ ທ່ານ ​ກອນ​.

ການ​ກັກ​ຂັງ​ໃນ​ປັດ​ຈຸ​ບັນ​ໄດ້​ຖືກອະ​ນຸ​ມັດ​ໄປ​ຈົນ​ຮອດ​ວັນ​ທີ 14 ເມ​ສາ ແຕ່​ອາດ​ຈະ​ຕໍ່
​ອອກ​ໄປອີກ. ​ການ​ດຳ​ເນີນຄະ​ດີຂອງ ​ທ່ານ ກອ​ນ ແມ່ນ​ຍັງ​ບໍ່​ໄດ້​ກຳ​ນົດ​ອອກ​ມາ​ເທື່ອ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG