ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

Nissan ແລະ Honda ປະກາດແຜນລວມກິດຈະການ ກ້າວສູ່ເປັນຜູ້ຜະລິດລົດຍົນອັນດັບ 3 ຂອງໂລກ


ຮູບຖ່າຍ ທ່ານ ມາໂກໂຕະ ອຸຊິດະ ປະທານ ແລະ ຜູ້ບໍລິຫານ ຂອງ ນິສສັນ ມໍເຕີ້ ແລະ ທ່ານ ໂທຊິຮີໂຣະ ມິເບະ ປະທານ ແລະ ຜູ້ບໍລະຫານຂອງ ຮອນດ້າ ມໍເຕີ ເຂົ້າຮ່ວມຖະແຫຼງຂ່າວຮ່ວມກັນທີ່ໂຕກຽວ, ຍີ່​ປຸ່ນ, 15 ມີ​ນາ 2024.
ຮູບຖ່າຍ ທ່ານ ມາໂກໂຕະ ອຸຊິດະ ປະທານ ແລະ ຜູ້ບໍລິຫານ ຂອງ ນິສສັນ ມໍເຕີ້ ແລະ ທ່ານ ໂທຊິຮີໂຣະ ມິເບະ ປະທານ ແລະ ຜູ້ບໍລະຫານຂອງ ຮອນດ້າ ມໍເຕີ ເຂົ້າຮ່ວມຖະແຫຼງຂ່າວຮ່ວມກັນທີ່ໂຕກຽວ, ຍີ່​ປຸ່ນ, 15 ມີ​ນາ 2024.

ຜູ້ຜະລິດລົດຍົນ ຢີ່ປຸ່ນ ຮອນດ້າ ແລະ ນິສສັນ ໄດ້ປະກາດແຜນການລວມກິດຈະການ ເພື່ອກ້າວຂຶ້ນເປັນຜູ້ຜະລິດລົດຍົນທີ່ໃຫຍ່ເປັນອັນດັບສາມຂອງໂລກຕາມຍອດຂາຍ ທ່າມ ກາງການປ່ຽນແປງຄັ້ງໃຫຍ່ໃນອຸດສາຫະກຳທີ່ກຳລັງປ່ຽນຜ່ານຈາກນໍ້າມັນເຊື້ອໄຟໄປສູ່ພະລັງງານທາງເລືອກ.

ທັງສອງບໍລິສັດກ່າວວ່າພວກເຂົາໄດ້ລົງນາມໃນບັນທຶກຄວາມເຂົ້າໃຈໃນວັນຈັນມື້ນີ້ ໂດຍສະມາຊິກພັນທະມິດທີ່ນ້ອຍກວ່າຢ່າງ ມິດຊູບິຊິ ມໍເຕີ້ ກໍ່ເຫັນດີທີ່ຈະເຂົ້າຮ່ວມໃນ ການເຈລະຈາເພື່ອລວມທຸລະກິດ.

ທ່ານ ໂທຊິຮີໂຣະ ມິເບະ ປະທານຂອງບໍລິສັດ ຮອນດ້າ ກ່າວວ່າ ຮອນດ້າ ແລະ ນິສສັນ ເດີນໜ້າຮ່ວມການດຳເນີນງານພາຍໃຕ້ບໍລິສັດ ໂຮລດິ້ງຮ່ວມ ໂດຍຮອນດ້າ ຈະເປັນຜູ້ນຳ ໃນການບໍລິຫານຈັດການໃນໄລຍະທຳອິດ ແລະ ຈະຍັງຄົງຮັກສາຫຼັກການ ແລະ ຢີ່ຫໍ້ ຂອງແຕ່ລະບໍລິສັດໄວ້ຄືເກົ່າ ໂດຍມີເປົ້າໝາຍທີ່ຈະເຮັດຂໍ້ຕົກລົງລວມກິດຈະການໃຫ້ສຳ ເລັດພາຍໃນເດືອນມິຖຸນາແລະຈົດທະບຽນບໍລິສັດໂຮລດິ້ງ ໃນຕະຫຼາດຫຼັກຊັບໂຕກຽວ ພາຍໃນເດືອນສິງຫາ ປີ 2026

ກໍລະນີດັ່ງກ່າວຍັງບໍ່ມີການເປີດເຜີຍມູນຄ່າການລວມກິດຈະການ ແລະ ການເຈລະຈາ ໃນລາຍລະອຽດກຳລັງເລີ້ມຕົ້ນ ທ່ານ ມິເບາະ ກ່າວ.

“ຍັງມີປະເດັນທີ່ຕ້ອງສຶກສາຫາລື” ທ່ານກ່າວ “ ເວົ້າຕາມຕົງຄວາມເປັນໄປໄດ້ທີ່ແຜນ ນີ້ຈະບໍ່ສຳເລັດຍັງຄົງມີຢູ່”
ຜູ້ຜະລິດລົດຍົນໃນຢີ່ປຸ່ນຍັງຫຼ້າຫຼັງຊັກຊ້າກວ່າຄູ່ແຂ່ງລາຍໃຫຍ່ໃນດ້ານການຜະລິດລົດໄຟ ຟ້າແລະກຳລັງພະຍາຍາມຫຼຸດຕົ້ນທຶນເພື່ອເລັ່ງກ້າວນໍາໃຫ້ທັນ.

ການລວມກິດຈະການນີ້ອາດສ້າງກຸ່ມບໍລິສັດມູນຄ່າ 50,000 ລ້ານໂດລາ ຫາກພິຈາລະນາ ມູນຄ່າຕະຫຼາດຂອງທັງສາມບໍລິສັດລວມກັນ ຮອນດ້າ ນິສສັນ ແລະ ມິຕຊຸບິຊິ ຈະມີສັກ ກະຍະພາບໃນການແຂ່ງຂັນກັບ ໂຕໂຢຕ້າ ມໍເຕີ້ ຄອປ ແລະ ໂຟກສວາເກັ້ນ ເອຈີ ຂອງເຢຍລະມັນ ໂດຍ ໂຕໂຢຕ້າມີຄວາມຮ່ວມມືດ້ານເທັກໂນໂລຈີ ກັບ ມາສດ້າ ມໍເຕີ້ ຄອປ ແລະ ຊຸບາຣຸ ຄອປ.

ຂ່າວກ່ຽວກັບການລວມກິດຈະການນີ້ເລີ່ມປະກົດໃຫ້ເຫັນເມື່ອຕົ້ນເດືອນທີ່ຜ່ານມາໂດຍມີລາຍງານທີ່ຍັງບໍ່ໄດ້ຮັບການຢືນຢັນວ່ການເຈລະຈາເພື່ອຄວາມຮ່ວມມືທີ່ໃກ້ຊິດຂຶ້ນບາງສ່ວນເກີດຈາກຄວາມຕ້ອງການຂອງ ຟ໋ອກສ໌ ຄອນນ໌ ຜູ້ຜະລິດ ໄອໂຟນ ຈາກໄຕ້ຫວັນ ທີ່ຕ້ອງ ການເຂົ້າຮ່ວມກັບນິສສັນຜ່ານການຊື້ຮຸ້ນຈາກພັນທະມິດອີກບໍລິສັດນຶ່ງຂອງນິສສັນເຊັ່ນ ເຣໂນລ ເອສເອ ຈາກຝຣັ່ງ.

ອ່ານຂ່າວເປັນພາສາອັງກິດຕໍ່ດ້ານລຸ່ມ

Japanese automakers Honda and Nissan have announced plans to work toward a merger, forming the world’s third-largest automaker by sales as the industry undergoes dramatic changes in its transition away from fossil fuels.

The two companies said they had signed a memorandum of understanding on Monday and that smaller Nissan alliance member Mitsubishi Motors also had agreed to join the talks on integrating their businesses.

Honda's president, Toshihiro Mibe, said Honda and Nissan will pursue unifying their operations under a joint holding company. Honda will initially lead the new management, retaining the principles and brands of each company. The aim is to have a formal merger agreement by June and to complete the deal and list the holding company on the Tokyo Stock Exchange by August 2026, he said.

No dollar value was given and the formal talks are just starting, Mibe said.

There are “points that need to be studied and discussed,” he said. “Frankly speaking, the possibility of this not being implemented is not zero.”

Automakers in Japan have lagged behind their big rivals in electric vehicles and are trying to cut costs and make up for lost time.

A merger could result in a behemoth worth more than $50 billion based on the market capitalization of all three automakers. Together, Honda, Nissan and Mitsubishi would gain scale to compete with Toyota Motor Corp. and with Germany’s Volkswagen AG. Toyota has technology partnerships with Japan’s Mazda Motor Corp. and Subaru Corp.

News of a possible merger surfaced earlier this month, with unconfirmed reports saying that the talks on closer collaboration partly were driven by aspirations of Taiwan iPhone maker Foxconn to tie up with Nissan by buying shares from the Japan's company's other alliance partner, Renault SA of France.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG