ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫ​ລ ແລະ ສ​ປ​ປ ລາວ ​ໄດ້​ຈັດ​ກອງ​ປະ​ຊຸມ ​ປຶກສາ​ຫາ​ລື ​ຮອບ​ດ້ານ ສອງ​ຝ່າຍ ​ຄັ້ງ​ທີ 9 ທີ່ ວໍຊິງຕັນ


ພາບຖ່າຍຮ່ວມ ຂອງບັນດາເຈົ້າໜ້າທີ່ ສະຫະລັດ ແລະເຈົ້າໜ້າທີ່ ຂອງ ສປປ ລາວ ທີ່ໄດ້ເດີນທາງມາຮ່ວມ ກອງປະຊຸມ ປຶກ​ສາ​ຫາ​ລື ​ຮອບ​ດ້ານ ສອງ​ຝ່າຍ ​ປະ​ຈຳ​ປີ ຄັ້ງ​ທີ 9 ໃນ ວໍຊິງຕັນ, ວັນທີ 27 ມີນາ 2019.
ພາບຖ່າຍຮ່ວມ ຂອງບັນດາເຈົ້າໜ້າທີ່ ສະຫະລັດ ແລະເຈົ້າໜ້າທີ່ ຂອງ ສປປ ລາວ ທີ່ໄດ້ເດີນທາງມາຮ່ວມ ກອງປະຊຸມ ປຶກ​ສາ​ຫາ​ລື ​ຮອບ​ດ້ານ ສອງ​ຝ່າຍ ​ປະ​ຈຳ​ປີ ຄັ້ງ​ທີ 9 ໃນ ວໍຊິງຕັນ, ວັນທີ 27 ມີນາ 2019.

ສະ​ຫະ​ລັດແລະ ສ​ປ​ປ ລາວ​ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຮອບ​ດ້ານສອງ​ຝ່າຍ​ປະ​
ຈຳ​ປີ ຄັ້ງ​ທີ 9 ຂຶ້ນ ​ໃນ​ວັນ​ທີ 27 ມີ​ນາ​ຜ່ານ​ມານີ້ ຢູ່​ທີ່ນະ​ຄອນ​ຫຼວງວໍ​ຊິງ​ຕັນ ​ຂອງ
ສ​ະ​ຫະ​ລັດ ຊຶ່ງ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ ຄວາມ​ສຳ​ພັນລະ​ຫວ່​າງ​ປະ​ເທດ​ທັງ​ສອງ ທີ່​ໄດ້
​ເພີ້ມ​ທະ​ວີ ແລະ​ຂະ​ຫຍາຍ​ວົງ​ກວ້​າງ​ອອກ ອີງ​ຕາມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ
​ປະ​ເທດ ສະຫະລັດ.

ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮັບ​ຜິດ​ຊອບ​ກ່ຽວ​ກັບກິດ​ຈະ
​ການ ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ຍ່ານ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ​ທ່ານ W. Patrick
Murphy ແລະ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສະ​ຫະ​ລັດ​ປະ​ຈຳ ສ​ປ​ປ ​ລາວ ທ່ານ​ນາງ Rena
Bitter ເປັນ​ຜູ້​ນຳ​ພາ​ ຄະ​ນະ​ຜູ້​ແທນ​ສະ​ຫະ​ລັດ ທີ່​ປະ​ກອບດ້ວຍ ພວກ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ
​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ກະ​ຊວງ​ການ​ຄ້າ
ກະ​ຊວງ​ກະ​ເສດ ຫ້ອງ​ການ​ຜູ້​ຕາງ​ໜ້າ​ທາງດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ແລະ​ຜູ້​ຕາງ​ໜ້າ​
ອົງ​ການ​ພັດ​ທະ​ນາ​ສາ​ກົນ​ຂອງ​ສະຫະ​ລັດ. ສ່ວນ​ຝ່າຍ​ລາວ ແມ່ນ​ນຳ​ພາ​ໂດຍ ​ທ່ານ​
ທອງ​ຜ່ານ ສະ​ຫວັນ​ເພັດ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ເອກ-
​ອັ​ກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ ປະ​ຈຳ​ສະ​ຫະ​ລັດ ທ່ານ​ຄຳ​ພັນ ອັນ​ລາ​ວັນ. ຄະນະຜູ້ແທນ
ຂອງທັງສອງຝ່າຍ ຕ່າງ​ກໍ​ໃຫ້​ການ​ຢືນ​ຢັ​ນ​ ທີ່ຈະຂະຫຍາຍສາຍ​ພົວ​ພັນ​ ລ​ະ​ຫວ່າງ​
ສະ​ຫະ​ລັດ ​ແລະ​ລາວ ໃຫ້​ນັບ​ມື້​ແໜ້ນແຟ້ນ​ຫຼາຍ​ຂຶ້ນ ດັ່ງ​ທີ່​ໄດ້​ລະ​ບຸ​ໄວ້ ໃນ​ຄຳ​ປະ​ກາດ
​ຮ່ວມ ວ່າ​ດ້ວຍການ​ຮ່ວມ​ມື ແບບກວມລວມ​ຮອບ​ດ້ານ ​ປີ 2016 ລະຫວ່າງສະຫະລັດ
ແລະ ສປປ ລາວ ແລະສຳຫຼວດເບິ່ງຂົງເຂດອື່ນ ຂອງການຮ່ວມມື.

ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮັບ​ຜິດ​ຊອບ​ກ່ຽວ​ກັບກິດ​ຈະ ​ການ ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ຍ່ານ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ​ທ່ານ W. Patrick Murphy ຈັບມືກັບ ທ່ານ​ ທອງ​ຜ່ານ ສະ​ຫວັນ​ເພັດ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຂອງ ສປປ ລາວ.
ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮັບ​ຜິດ​ຊອບ​ກ່ຽວ​ກັບກິດ​ຈະ ​ການ ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ຍ່ານ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ​ທ່ານ W. Patrick Murphy ຈັບມືກັບ ທ່ານ​ ທອງ​ຜ່ານ ສະ​ຫວັນ​ເພັດ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຂອງ ສປປ ລາວ.

ຖະ​ແຫຼງ​ຂ່າວ​ແຈ້ງວ່າ ຄະ​ນະ​ຜູ້​ແທນ​ຂອງ​ທັງ​ສອງ​ຝ່າຍ ຍັງໄດ້ຫາລືກັນ ກ່ຽວກັບບັນຫາ
ຕ່າງໆ ໃນພູມີພາກ ຮວມທັງຊຸກຍູ້ ໃຫ້ເຂດອິນໂດ-ປາຊີ ຟິກເປັນເຂດທີ່ເສລີ ແລະເປີດ
ກວ້າງ ສະໜັບສະໜຸນການປົກຄອງດ້ວຍຕົວບົດກົດໝາຍ ໃນເຂດທະເລຈີນໃຕ້ ແລະ
ຕໍ່ຕ້ານອົງການຈັດຕັ້ງອາຊະຍາກຳຂ້າມຊາດ.

ຄະນະຜູ້ແທນຂອງສະຫະລັດຍັງໄດ້ຂອບໃຈ ສປປ ລາວ ທີ່ເອົາບົດບາດເປັນ ຜູ້ປະສານ
ງານ ຂອງສະຫະລັດ ພາຍໃນສະມາຄົມອາຊ່ຽນ ແລະໂດຍສະເພາະແລ້ວ ໃນການດຳ
ເນີນຄວາມພະຍາຍາມ ໃນຖານະປະທານຮ່ວມຂອງກອງປະຊຸມອາຊ່ຽນ - ສະຫະລັດ
ເມື່ອວັນທີ 28 ມີນາຜ່ານມານີ້. ພວກເຈົ້າໜ້າທີ່ສະຫະລັດຍັງໄດ້ ໃຫ້ການຢືນຢັນອີກ
ເທື່ອນຶ່ງເຖິງຄວາມສຳຄັນໃນການວາງໂຕເປັນກາງ ຂອງສະມາຄົມອາຊ່ຽນ ແລະ
ຄວາມໝັ້ນໝາຍ ຂອງສະຫະລັດ ຕໍ່ຄວາມສຳພັນສອງຝ່າຍທີ່ເຂັ້ມແຂງ ບົນພື້ນຖານ
ຂອງການເຄົາລົບຕໍ່ອະທິປະໄຕຂອງລາວ.

ເຈົ້າໜ້າທີ່ສະຫະລັດ ແລະລາວ ຍັງໄດ້ຫາລືກັນ ກ່ຽວກັບ ການລົງທຶນດ້ານເສດຖະກິດ
ແລະການພັດທະນາ ທີ່ມາດຕະຖານສູງ ໂດຍຊີ້ໃຫ້ເຫັນເຖິງໂອກາດ ໃນການທີ່ຈະເພີ້ມ
ການຄ້າແລະທຸລະກິດ. ຄະນະຜູ້ແທນຂອງທັງສອງຝ່າຍຍັງໄດ້ຫາລືກັນກ່ຽວກັບເລື້ອງ
ສິດທິມະນຸດ ການໃຫ້ຄວາມສະໜັບສະໜຸນ ຂອງສະຫະລັດ ເພື່ອເກັບກູ້ລະເບີດທີ່ບໍ່ທັນ
ແຕກ ຄວາມສຳພັນລະຫວ່າງປະຊາຊົນກັບປະຊາຊົນ ແລະ ການປະສານງານເພື່ອຍຸດຕິ
ການຄ້າມະນຸດ ຢາເສບຕິດຜິດກົດໝາຍແລະສັດປ່າ. ສະຫະລັດ ແລະ ສປປ ລາວ ຮັບ
ຮູ້ວ່າ ການປົກຄອງດ້ວຍຕົວບົດກົດໝາຍແລະກຸ່ມສັງຄົມ

ພົນລະເຮືອນ ມີບົດບາດສຳຄັນ ໃນການປົກປ້ອງອະທິປະໄຕ ການເປີດກວ້າງ ແລະການ
ມີຄວາມອຸດົມຮັ່ງມີຮ່ວມກັນ ໃນເຂດອິນໂດປາຊີຟິກ.

XS
SM
MD
LG