ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນໍ້າ​ຊອ​ສຕຳໝາກຫຸ່ງ Ninja Foods ຜະລິດຕະພັນຂອງຄົນ ລາວ ທີ່ໄດ້ຮັບຄວາມນິຍົມໃນ ສະຫະລັດ


ນໍ້າຕຳໝາກຫຸ່ງ Ninja Foods ຕັ້ງຢູ່ທາງຂ້າງຕຳໝາກຫຸ່ງ.
ນໍ້າຕຳໝາກຫຸ່ງ Ninja Foods ຕັ້ງຢູ່ທາງຂ້າງຕຳໝາກຫຸ່ງ.

ອາຫານທີ່ຄົນລາວມັກກິນທີ່ສຸດ ແລະ ຂາດບໍ່ໄດ້ແມ່ນຕໍາໝາກຫຸ່ງ. ບໍ່ວ່າຈະມີງານລ້ຽງຢູ່ໃສ ຕຳໝາກໝາກຫຸ່ງແມ່ນຕ້ອງມີໜ້າຢູ່ບ່ອນນັ້ນ. ປັດຈຸບັນນີ້ຕຳໝາກຫຸ່ງ ໄດ້ວິວັດທະນາການມາໄກຫຼາຍ, ມັນໄດ້ຖືກປະຍຸກ ໃຫ້ມີຕຳຫຼາຍຮູບແບບ, ມີເຄື່ອງປຸງຫຼາຍຊະນິດ ແລະຢູ່ທີ່ນີ້ໃນ ສະຫະລັດ, ຄົນອາເມຣິກັນ ເຊື້ອ ສາຍລາວ ໄດ້ຜະລິດນໍ້າຊອສ​ ໃສ່ຕຳໝາກຫຸ່ງສຳເລັດຮູບຂຶ້ນມາ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ມັກກິນຕຳໝາກຫຸ່ງທັງຫຼາຍ. ພຸດທະສອນ ມີລາຍງານນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເລື່ອງກໍມີຢູ່ວ່າຄົນລາວທີ່ອາໄສຢູ່ ສະຫະລັດ ມັກກິນຕຳໝາກຫຸ່ງຫຼາຍ, ບໍ່ວ່າຈະຊຸມແຊວກັນຢູ່ໃສບັນດາແມ່ຍິງລາວກໍຈະພາກັນເຮັດຕຳໝາກຫຸ່ງກິນທຸກຄັ້ງ. ມີມື້ນຶ່ງທ່ານນາງ ຄຳຫຼ້າ, ຄົນລາວທີ່ອາໄສຢູ່ເມືອງ ເຟເຢັດວິລ ລັດ ອາແຄນຊໍ ໄດ້ຄຶດວ່າເປັນຫຍັງເຮົາໄປງານປາຕີ້ ໝູ່ຄືໃຫ້ເຮົາເຮັດແຕ່ຕຳໝາກຫຸ່ງຕະຫຼອດ ເປັນຫຍັງຄືບໍ່ໄດ້ມ່ວນນຳໝູ່ເລີຍ, ແລ້ວເປັນຫຍັງພວກເຮົາຄືບໍ່ມີຊອສທີ່ວ່າ ເຂົາ ເຈົ້າເຮັດແລ້ວວະ ໝູ່ຈຶ່ງຈະໄດ້ເຮັດຂອງເຂົາເຈົ້າເອງ.

ທ່ານນາງ ຄຳຫຼ້າ ແລະ ທ່ານນາງ ອາເລັກສ໌ ສິຣິວັດ ເປັນຄູ່ຮັກ ແລະ ຜູ້ຮ່ວມກໍ່ຕັ້ງບໍລິສັດນໍ້າຕຳໝາກຫຸ່ງ Ninja Foods ຢູ່ລັດ ອາແຄນຊໍ. ຫຼັງຈາກໄດ້ສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການເຮັດນໍ້າ​ຊອ​ສຕຳໝາກຫຸ່ງຂາຍນັ້ນ ເຂົາເຈົ້າກໍໄດ້ຕັ້ງບໍລິສັດຂຶ້ນໃນວັນທີ 15 ສິງຫາ 2015.

“ຕອນທຳອິດເຮົາກະຄຶດຊິໃສ່ຄືຄົນອື່ນຫາກມັນ ຈຳປາ ອິຫຍັງຈັ່ງຊີ້, ນໍ້າຂອງ ອິຫຍັງນີ້ມັນກະມີຫຼາຍຢ່າງເນາະ ເຮົາລະວ່າຄົນອື່ນເຂົາເຈົ້າມີແລ້ວ ລະມັນກະຄືຂອງຄົນອື່ນຫຼາຍເຮົາກະເລີຍໃຊ້ຊື່ຫຼິ້ນຂອງ ຄຳຫຼ້າ ໃຫ້ເປັນບໍລິສັດຊື່ລາວ ເລີຍ ເພາະວ່າຕອນລາວເຮັດວຽກ ຕອນເຮັດຢູ່ບໍລິສັດເຈົ້ານາຍຈະມັກເອີ້ນລາວວ່າ ນິນຈາ ອິຫຍັງຈັ່ງຊີ້ແບບໄວທັນໃຈແມ່ນບໍ່ລະມັນກະເຂົ້າກັນກັບນໍ້າຕຳໝາກຫຸ່ງຂອງເຮົາເດ, ແບບວ່າມັນໄວ ລະກະມັນແນ່ນອນ, ຈະຕົງຕະຫຼອດ, ແບບບາງຄົນເຮັດຕຳໝາກຫຸ່ງກິນຈະແບບ ມື້ນີ້ກະຈະເຄັມ, ມື້ໜ້າກະຈະຫວານ, ມື້ໜ້າຈະສົ້ມລະມັນຈະບໍ່ແຊບຄືເກົ່າຫັ້ນນະ. ເຮົາກະເລີຍວ່າເອົາໃສ່ວ່າ ນິນຈາ ສະມັນແບບແຊບຄືເກົ່າ ລະກະມັນກະໄວອີກ. ເຮົາບໍ່ຕ້ອງໄປຫາເຄື່ອງປຸງອື່ນມາໃສ່. ມັນແບບຢູ່ໃນກະປ໋ອງເລີຍ. ໄວທັນໃຈ. ກະເລີຍຊື່ນີ້ແຫຼະລະມັນກະແປກຈາກຄົນອື່ນອີກ.”

ນໍ້າຊອ​ສຕຳໝາກຫຸ່ງ Ninja Foods ມີ 3 ຊະນິດ. ຊະນິດທີ 1 ແມ່ນລົດຊາດບໍ່ເຜັດ, ຊະນິດທີສອງແມ່ນເຜັດປານກາງ, ແລະ ຊະນິດທີສາມແມ່ນເຜັດຫຼາຍ. ລາຄາກະປຸກນຶ່ງ 5.98 ໂດລາ.

ປັດຈຸບັນນີ້ ນໍ້າຕຳໝາກຫຸ່ງ Ninja Foods ມີຂາຍຢູ່ 120 ກວ່າແຫ່ງໃນ 32 ລັດ, ສ່ວນຫຼາຍຈະຂາຍຢູ່ຮ້ານຊຸບເປີມາເກັດເອເຊຍ ຫຼື ຊຸບເປີດມາເກັດສາກົນ, ອີງຕາເວັບໄຊ້ຂອງ Ninja Foods.

ກ່ອງນໍ້າຕຳໝາກຫຸ່ງທັງສາມຊະນິດຂອງ Ninja Foods.
ກ່ອງນໍ້າຕຳໝາກຫຸ່ງທັງສາມຊະນິດຂອງ Ninja Foods.

ຄົນລາວໃນ ສະຫະລັດ ແລະ ຄົນຕ່າງປະເທດແມ່ນມັກນໍ້າຕຳໝາກຫຸ່ງຂອງ Ninja Foods ຫຼາຍ, ເພາະວ່າມັນອຳນວຍຄວາມສະດວກໃຫ້ຜູ້ທີ່ເຮັດຕໍາໝາກຫຸ່ງບໍ່ເປັນ.

ລູກຄ້າຂອງ Ninja Foods ຢູ່ລັດ ເທັກຊັສ ກ່າວວ່າ: ເມຍຂອງຂ້າພະເຈົ້າມັກໃຊ້ນໍ້າຕຳໝາກຫຸ່ງ Ninja Foods ເວລາໄປຊຸມເຂົ້າກັບໝູ່. ລາວວ່າ ມັນສະ ດວກ ແລະ ກໍແຊບດີ. ພວກຜູ້ຍິງເຂົາຂາດຕຳໝາກຫຸ່ງບໍ່ໄດ້.”

ບໍລິສັດ Ninja Foods ຍັງເປັນທຸລະກິດຂະໜາດນ້ອຍຢູ່. ແຕ່ລາຍໄດ້ຂອງເຂົາເຈົ້າກໍໄດ້ເຕີບໂຕຂຶ້ນເລື້ອຍໆ.

ໃນຂະນະທີ່ໂຣກລະບາດ ໂຄວິດ-19 ໄດ້ເກີດຂຶ້ນ, ບໍລິສັດ Ninja Foods ແມ່ນໄດ້ປະສົບການຝືດເຄືອງໜ້ອຍນຶ່ງ, ສິນຄ້າຢູ່ຕະຫຼາດ ແມ່ນບໍ່ໄດ້ຂາຍດີປານໃດ, ແຕ່ກົງກັນຂ້າມຄົນໄດ້ເຂົ້າໄປຊື້ທາງອອນໄລນ໌ຫຼາຍຂຶ້ນ.

ທ່ານນາງ ອາເລັກສ໌ ກ່າວວ່າ “ຊ່ວງໂຄວິດຫັ້ນຫຼາຍຂຶ້ນ ອອນໄລນ໌. 2020 ຈະຫລາຍຂຶ້ນເພາະວ່າ ຕະຫຼາດບາງບ່ອນເຂົາເຈົ້າກະປິດແມ່ນບໍ່? ບາງບ່ອນເຂົ້າເຈົ້າກະເປີດ ມັນກະເລີຍວຸ້ນວາຍໜ້ອຍນຶ່ງ. ຫາກແຕ່ວ່າອອນໄລນ໌ຫັ້ນຂຶ້ນຊ່ວງ 2020. ລະບາດນີ້ຕະຫຼາດກະເລີ່ມຂຶ້ນແລ້ວ. ຜູ້ຈຳໜ່າຍກະເລີ່ມສັ່ງຫຼາຍຂຶ້ນ ເພາະເຂົາເຈົ້າຈະເອົາໄປໃຫ້ຕະຫຼາດ.”

ຄົນສ່ວນຫຼາຍຍັງບໍ່ເຂົ້າໃຈຜະລິດຕະພັນນໍ້າຕຳໝາກຫຸ່ງຂອງ Ninja Foods ເທື່ອ. ບາງຄົນຄິດວ່າຜະລິດຕະພັນຂອງເຂົາເຈົ້າເປັນຄືນໍ້າປາແດກໃສ່ຕຳໝາກຫຸ່ງທົ່ວໄປ. ແຕ່ຜະລິດຕະພັນຂອງເຂົາເຈົ້າແມ່ນປຸງແຕ່ງສຳເລັດຮູບແລ້ວ, ຜູ້ບໍລິໂພກມີແຕ່ເອົານໍ້າຕຳໝາກຫຸ່ງນັ້ນໄປຖອກໃສ່ໝາກຫຸ່ງ ແລ້ວກໍຄົນຕຽມກິນໄດ້ເລີຍ.

ບໍລິສັດ Ninja Foods ໄດ້ເຕີບໂຕຂຶ້ນເລື້ອຍໆ ແຕ່ລາຍໄດ້ແມ່ນຍັງບໍ່ຮອດ 1 ລ້ານໂດລາຕໍ່ປີເທື່ອ. ແຕ່ເຂົາເຈົ້າກໍບໍ່ໄດ້ຟ້າວຝັ່ງທີ່ຈະສ້າງກຳໄລມະຫາສານ. ເຂົາເຈົ້າຫວັງວ່າຈະເຮັດໄປເລື້ອຍໆ ແລະ ໃນອະນາຄົດກໍອາດຈະມີຜະລິດຕະພັນຊະນິດອື່ນອອກມາຂາຍນຳດ້ວຍ.

XS
SM
MD
LG