ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

19 ປີຕໍ່ມາ, ຄົນລຸ້ນຫຼັງວັນທີ 11 ກັນຍາ ຍັງຈື່ການໂຈມຕີ ໃນວັນດັ່ງກ່າວ ໄດ້ຫຼືບໍ່?


ທຸກຊາດ ສະຫະລັດ ທີ່ແຂວນຢູ່ຮາງເຫຼັກທີ່ໄດ້ຮັບຄວາມເສຍຫາຍຈາກການໂຈມຕີ World Trade Center ໃນວັນທີ 11 ກັນຍາ 2001.
ທຸກຊາດ ສະຫະລັດ ທີ່ແຂວນຢູ່ຮາງເຫຼັກທີ່ໄດ້ຮັບຄວາມເສຍຫາຍຈາກການໂຈມຕີ World Trade Center ໃນວັນທີ 11 ກັນຍາ 2001.

ຕອນເຊົ້າຂອງວັນທີ 11 ກັນຍາ 2001 ແມ່ນຄວາມຊົງຈຳຄັ້ງທຳອິດອັນນຶ່ງຂອງ ທ້າວ ເອເດັນ ເທເຢີ.

ລາວມີອາຍຸພຽງ 3 ປີ ເວລາທີ່ກຸ່ມກໍ່ການຮ້າຍ ອາລ-ໄກດາ ໄດ້ທຳການໂຈມຕີ ປະສານງານກັນ 4 ຄັ້ງ ຕໍ່ສະຫະລັດ ດ້ວຍການຈີ້ເຮືອບິນໂດຍສານ ສີ່ລຳ. ສອງລຳ ໄດ້ຕຳເຂົ້າໃສ່ຕຶກແຝດ World Trade Center ໃນນະຄອນ ນິວຢອກ. ໃນຂະນະທີ່ລຳທີສາມໄດ້ບິນໄປຕຳທຳນຽບຫ້າແຈ, ເຊິ່ງແມ່ນຫ້ອງການໃຫຍ່ຂອງ ກະຊວງປ້ອງກັນປະເທດ, ທີ່ຕັ້ງຢູ່ໃກ້ກັບນະຄອນຫຼວງ ວໍຊິງຕັນ. ຜູ້ໂດຍ ສານຢູ່ ເທິງເຮືອບິນລຳທີສີ່, ທີ່ມີຄວາມເປັນໄປໄດ້ວ່າຈະບິນໄປຕຳທຳນຽບຂາວນັ້ນ, ໄດ້ຍຶດການຄວບຄຸມເຮືອບິນລຳດັ່ງກ່າວຄືນ ແລະ ໄດ້ເຮັດໃຫ້ມັນຕົກຢູ່ທົ່ງຫຍ້າ ໃນລັດ ເພັນຊິລເວເນຍ.

ແມ່ຂອງທ້າວ ເທເຢີ ໄດ້ໄປຮັບເອົາລາວຢູ່ໂຮງຮຽນອະນຸບານໃນຕອນກາງເວັນ ດ້ວຍຄວາມກະວົນກະວາຍໃຈ.

ລາວໄດ້ຂັບຄົນໄປຫາຄອບຄົວຢູ່ເມືອງ ສປຣິງຟີລດ໌ ລັດ ເວີຈິເນຍ, ທີ່ຢູ່ຫ່າງ ຈາກທຳນຽບຫ້າແຈພຽງ 15 ນາທີ. ລາວໄດ້ເອົາທ້າວ ເທເຢີ ນັ່ງຢູ່ຕໍ່ໜ້າໂທ ລະພາບ ໃນຂະນະທີ່ລາວໄດ້ພະຍາຍາມຢ່າງສຸດຊີວິດ ທີ່ຈະໂທລະສັບຫາພໍ່ ຂອງລາວ, ທ່ານ ແບຣດລີ ເທເຢີ, ຜູ້ທີ່ເຮັດວຽກຢູ່ທຳນຽບຫ້າແຈໃນມື້ນັ້ນ ແຕ່ໄດ້ອົບພະຍົບອອກມາດ້ວຍຄວາມສຳເລັດ.

ທ້າວ ເທເຢີ, ທີ່ຕອນນີ້ມີອາຍຸ 22 ປີແລ້ວເວົ້າວ່າ “ມັນມີກ້ອງອັນນຶ່ງທີ່ສັ່ນໄປ ສັ່ນມາ, ທີ່ຖ່າຍເອົາເຮືອບິນລຳທີສອງຕຳເຂົ້າໃສ່ຕຶກຫຼັງທີສອງຢູ່ໃນຂ່າວ. ຂ້າພະເຈົ້າຈື່ໄດ້ພຽງພາບວິດີໂອນັ້ນສາຍກັບໄປກັບມາ, ທີ່ຖ່າຍໃຫ້ເຫັນພຽງ ເຮືອບິນລຳທີສອງ, ທີ່ບິນບໍ່ໄກຫຼາຍ ຕຳເຂົ້າໃສຕຶກນັ້ນ.”

ໃນວັນດັ່ງກ່າວ, 2,977 ຄົນໄດ້ເສຍຊີວິດ, ເຊັ່ນດຽວກັບພວກຈີ້ເຮືອບິນ ອາ-ໄກດາ ທັງໝົດ 19 ຄົນ, ໃນການໂຈມຕີກໍ່ການຮ້າຍທີ່ຮ້າຍແຮງທີ່ສຸດຄັ້ງດຽວ ໃນແຜ່ນດິນຂອງ ສະຫະລັດ.

19 ປີຕໍ່ມາ, ທ້າວ ເທເຢີ ໄດ້ເປັນນັກສຶກສາປະລິຍາຕີປີທີ 5 ຢູ່ມະຫາວິທະຍາໄລ Case Western Reserve ໃນລັດ ໂອໄຮໂອ, ບ່ອນທີ່ລາວຮຽນສາມສາຂາໃນວິຊາຟີຊິກ, ຄະນິດສາດ ແລະ ພາສາ ເຢຍຣະມັນ. ທ້າວ ເທເຢີ ມີແຕ່ຈື່ໄດ້ບາງເຫດການຈາກວັນຂອງການໂຈມຕີນັ້ນ, ເຖິ່ງແມ່ນລາວຈະມີຄວາມ ຊົງຈຳທີ່ເກືອບວ່າເປັນຮູບພາບກໍຕາມ.

ແຕ່ກົງກັນຂ້າມ, ສຳລັບຄົນ ອາເມຣິກັນ ທີ່ມີອາຍຸສູງກວ່ານັ້ນ, ວັນທີ 11 ກັນຍາ ຍັງຄົງເປັນຄວາມຊົງຈຳທີ່ສະຫວ່າງສະໄຫວຢູ່. ສິບປີຕໍ່ມາ, ປະຊາຊົນ ອາເມຣິກັນ 97 ເປີເຊັນທີ່ມີອາຍຸ 8 ປີ ຫຼືສູງກວ່ານັ້ນໃນເວລາດັ່ງກ່າວສາມາດ ຈື່ໄດ້ຢ່າງແນ່ນອນວ່າເຂົາເຈົ້າຢູ່ໃສເວລາທີ່ເຂົາເຈົ້າໄດ້ຍິນຂ່າວ, ອີງຕາມການ ສຳຫຼວດໃນປີ 2011 ໂດຍສູນກາງຄົ້ນຄວ້າ ພີວ (Pew Reserch Center).

XS
SM
MD
LG