ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພັກ​ຣີ​ພັບ​ບ​ລີ​ກັນ 9 ທ່ານ​ປະ​ກາດ​ລົງ​ແຂ່ງ​ຂັນ​ເປັນ​ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ


ສະ​ມາ​ຊິກ​ສະ​ພາ​ຢູ່​ໃນ​ຫ້ອງ​ສ​ະ​ພາ​ຕ່ຳ​ໃນ​ລະ​ຫວ່າງ​ການ​ເອີ້ນ​ຊື່​ຢູ່​ຫໍ​ລັດ​ຖະ​ສະ​ພາ​ Capitol Hill ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 4 ມັງ​ກອນ 2023.
ສະ​ມາ​ຊິກ​ສະ​ພາ​ຢູ່​ໃນ​ຫ້ອງ​ສ​ະ​ພາ​ຕ່ຳ​ໃນ​ລະ​ຫວ່າງ​ການ​ເອີ້ນ​ຊື່​ຢູ່​ຫໍ​ລັດ​ຖະ​ສະ​ພາ​ Capitol Hill ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 4 ມັງ​ກອນ 2023.

ບັນ​ດາ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຂອງ ສະ​ຫະ​ລັດ 9 ທ່ານ​ໃນ​ສະ​ພາ​ຕ່ຳ, ເຊິ່ງບໍ່​ມີ​ໃຜ​ໃນ​ນັ້ນ​ແມ່ນ​ເປັນ​ທີ່​ຮູ້​ຈັກ​ດີ​ຕໍ່​ສາ​ທາ​ລະ​ນະ​ຂອ​ງ​ຊາວ​ອາ​ເມ​ຣິ​ກັນ, ໄດ້​ປະ​ກາດ​ໃນ​ວັນ​ຂີດ​ເສັ້ນ​ຕາຍ​ເມື່ອ​ວັນ​ອາ​ທິດ​ວານນີ້​ວ່າ ເຂົາ​ເຈົ້າ​ຈະ​ລົງ​ແຂ່ງ​ຂັນ​ເພື່ອ​ກາຍ​ເປັນ​ປະ​ທານ​ສະ​ພາ​ຕ່ຳ, ເຊິ່ງ​ແມ່ນ​ຜູ້​ນຳ​ຂອງ​ສະ​ພາ​ຕ່ຳ​ໃນ​ລັດ​ຖະ​ສະ​ພາ.

ສະ​ພາ​ຕ່ຳ​ແມ່ນບໍ່​ໄດ້​ມີ​ປະ​ທານ​ມາ​ເປັນ​ເວ​ລາ​ເກືອບ 3 ອາ​ທິດ​ແລ້ວ ຫຼັງ​ຈາກ​ຝ່າຍ​ຂວາ​ຈັດ​ທີ່​ປະ​ກອບ​ມີ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ 8 ຄົນ​ໄດ້​ເຂົ້າ​ຮ່ວມ​ກັບ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດທັງ​ໝົດ 212 ຄົນ​ໃນ​ສະ​ພາ​ນັ້ນ​ເພື່ອ​ຂັບ​ໄລ່​ອະ​ດີດ​ປະ​ທານ​ສະ​ພາ​ຕ່ຳ​ທ່ານ ເຄວິນ ແມັກ​ຄາ​ທີ ອອກ.

ກຸ່ມ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ນ້ອຍ​ດັ່ງ​ກ່າວ​ໄດ້​ມີ​ຄວາມ​ໂມ​ໂຫ​ທີ່​ທ່ານ ແມັກ​ຄາ​ທີ ໄດ້​ຕົກ​ລົງ​ຕໍ່​ຂໍ້​ຕົກ​ລົງ​ການ​ໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ ທີ່​ເຂົາ​ເຈົ້າ​ຮູ້​ສຶກວ່າ​ມັນ​ໃຫຍ່​ໂພດ​ເພື່ອ​ຫຼີກ​ລ່ຽງ​ການ​ປິດ​ລັດ​ຖະ​ບານ​ສ່ວນ​ນຶ່ງ ແລະ ຮັກ​ສາ​ເງິນ​ທຶນ​ການ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ​ໄປ​ຈົນ​ຮອດ​ວັນ​ທີ 17 ພະ​ຈິກ.

ນັບ​ຕັ້ງ​ແຕ່​ການ​ຂັບ​ໄລ່​ທ່ານ ແມັກ​ຄາ​ທີ, ສະ​ພາ​ຕ່ຳ​ພັກ​ຣີ​ພັບ​ບ​ລີ​ກັນ ແມ່ນ​ໄດ້​ປະ​ສົບ​ຄວາມບໍ່​ສຳ​ເລັດ​ໃນ​ການ​ລວມ​ຕົວ​ກັນ​ເພື່ອ​ຊອກ​ຫາ​ຜູ້​ມາ​ແທນ​ທ່ານ. ທຳ​ອິດ​ເຂົາ​ເຈົ້າ​ໄດ້​ສະ​ເໜີ​ຊື່​ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ ສ​ຕີ​ຟ ສ​ກາ​ລີ​ສ໌ ຈາກ​ລັດຫຼຸຍ​ຊຽນ​ນາ ທາງ​ພາກ​ໃຕ້​ຂອງ​ປະ​ເທດ, ເຊິ່ງ​ແມ່ນ​ຜູ້​ນຳ​ໝາຍ​ເລກ​ສອງ​ທີ່​ຈະ​ຖືກ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ຕ່ຳ​ຂອງ​ທ່ານ ແມັກ​ຄາ​ທີ, ແຕ່​ທ່ານ ສ​ກາ​ລີ​ສ໌ ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ​ເວ​ລາ​ທີ່​ທ່ານ​ຮູ້​ວ່າ​ທ່ານບໍ່​ສາ​ມາດ​ທີ່​ຈະ​ຮວບ​ຮວມ 217 ຄະ​ແນນ​ສຽງ​ສ່ວນຫຼາຍ​ທີ່​ທ່ານ​ຕ້ອງ​ການ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຄົບ​ຄະ​ນະ​ຂອງ​ສະ​ພາ​ຕ່ຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG