ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

9 ຄົນ ເສຍຊີວິດ ຍ້ອນອຸປະຕິເຫດ ລົດຂົນສົ່ງ ຕຳລົດເມ ທີ່ ລັດຄາລີຟໍເນຍ (ວີດີໂອ)


ລົດຂົນສົ່ງ ຕຳກັນກັບລົດເມນັກຮຽນ 9 ຄົນ ເສຍຊີວິດ
ລົດຂົນສົ່ງ ຕຳກັນກັບລົດເມນັກຮຽນ 9 ຄົນ ເສຍຊີວິດ
ບັນດາ​ເຈົ້າ​ໜ້າ​ທີ່ ທາງ​ພາກ​ເໜືອ​ຂອງລັດຄາ​ລີ​ຟໍ​ເນຍ ຊຶ່ງ
ຕັ້ງຢູ່ແຄມ​ຝັ່ງທະເລກ້ຳ​ຕາ​ເວັນ​ຕົກ​ຂອງສະຫະລັດ ກ່າວ
​ວ່າ ລົດ​ຂົນ​ສົ່ງຂອງບໍລິສັດ FedEx ​ໄດ້​ແລ່ນ​ຂ້າມ​ເຄື່ອງ
ກັ້ນ ທີ່ແບ່ງທາງຫຼວງ ​ໃນ​ວັນ​ພະຫັດ​ວານ​ນີ້ ​ແລະ​ໄປຕຳ​
ກັບລົດ​ເມ​ບັນ ພວກ​ນັກຮຽນ​ມັດທະຍົມປາຍເຮັດ​ໃຫ້ 9
ຄົນ​ເສຍ​ຊີວິດແລະ​ອີກປະມານ 35 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ລົດເມ​ນຳ​ທ່ຽວຄັນນີ້ ​ໄດ້ລະ​ເບີ​ດລຸກໄໝ້ເປັນ​ໄຟ ຫລັງ​
ຈາກຕຳ​ກັນ​ກັນ ລົດ​ຂົນ​ສົ່ງໃຫຍ່ ​ໃກ້ໆ​ກັບເມືອງ Orland
ປະ​ມານ 250 ກິ​ໂລ​ແມັດຢູ່ທາງ​ພາກ​ເໜືອ​ຂອງ ນະຄອນ
San Francisco. ບັນດາ​ເຈົ້າ​ໜ້າ​ທີ່ລາດຕະ​ເວນ ທາງຫລວງຂອງລັດ California
ກ່າວ​ວ່າ ລົດ​ຄັນ​ທີ່ສາມກໍມີສ່ວນ ພົວພັນ​ຢູ່​ໃນ​ອຸປະຕິ​ເຫດດັ່ງກ່າວ.

ລາຍ​ງານ​ຂອງອົງການຂາວເອພີ ກ່າວ​ວ່າ ຄົນ​ຂັບ​ລົດ​ທັງ​ສອງ​ຄັນ​ໄດ້​ເສຍຊີວິດ ພ້ອມ​ກັບ​ອີກ​ເຈັດ​ຄົນ​ ຢູ່​ໃນ​ລົດ​ເມ.

ພວກ​ນັກຮຽນ ​ພວມ​ພາກັນ​ເດີນທາງ​ໄປມະຫາວິທະຍາ​ໄລ Humboldt ໃນ​ພາ​ກ ເໜືອ​ຂອງ ລັດ California.

​ຖະ​ແຫລ​ງຂ່າວສະບັບນຶ່ງ ຢູ່​ໃນ​ໜ້າເວັ​ບ​ໄຊ​ທ໌ ຂອງມະຫາວິທະຍາ​ໄລ ກ່າວ​ວ່າ “ລົ​ດ​ເມຮັບ ເໝົາທີ່​ເຕັມ​ໄປ​ດ້ວຍບັນດາ​ນັກຮຽນ” ​ມີ​ກຳນົດທີ່ຈະໄປ​ຢ້ຽມຢາມວິທະຍາ​ເຂດຂອງທາງມະ ຫາວິທະຍາໄລ ​ໃນ​ວັນ​ທີ 11 ​ເມສານີ້.
US BUS ACCIDENT VO
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG