ລັດຖະບານໂຊມາເລຍໄດ້ປະກາດການສິ້ນສຸດລົງ ໃນການເຂົ້າຢຶດເປັນເວລາເຈັດຊົ່ວໂມງ ຢູ່ນະຄອນຫຼວງໂມກາດີສຊູ (Mogadishu) ໃນຕອນແລງວັນອາ ທິດວານນີ້ ຊຶ່ງເຮັດໃຫ້ 9 ຄົນເສຍຊີວິດ.
ທ່ານໂມຮາເໝັດ ເນີ ກາລາລ (Mohamed Nur Galal) ນາຍພົນເບ້ຍບໍາ ນານ ທີ່ຮູ້ກັນດີ ແລະອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ແມ່ນຮວມ ຢູ່ໃນພາກທີ່ໄດ້ຮັບການຢືນຢັນວ່າ ເສຍຊີວິດໃນການໂຈມຕີ ຢູ່ທີ່ໂຮງແຮມ ອາຟຣິກ (Afrik) ຊຶ່ງເປັນໂຮງແຮມທີ່ໄດ້ຮັບຄວາມນິຍົມ ຕັ້ງຢູ່ຕາມຫົນທາງ ຍຸດທະສາດ ທີ່ເຊື່ອມຕໍ່ລະຫວ່າງນະຄອນໂມກາດີສຊູ ກັບສະໜາມບິນສາກົນ ທີ່ມັກໃຊ້ໂດຍບັນດານັກການເມືອງ ສະມາຊິກສະພາແລະຂ້າລັດຖະການອະວຸໂສ.
ກຳລັງຮັກສາຄວາມປອດໄພສາມາດຊ່ວຍຫຼາຍສິບຄົນ ອອກມາຈາກໂຮງແຮມ ລະຫວ່າງທີ່ມີການຍຶດຢູ່ນັ້ນ. ກຸ່ມຫົວຮຸນແຮງອາລ-ຊາບັບ (Al-Shabab) ໄດ້ ອ້າງເອົາຄວາມຮັບ ຜິດຊອບໃນການໂຈມຕີ.
ປະທານາທິບໍດີໂຊມາລີ ທ່ານໂມຮາເໝັດ ອັບດູລລາຮີ ຟາມາໂຈ (Mohamed Abdullahi Farmaajo) ແລະນາຍົກລັດຖະມົນຕີຂອງປະເທດທ່ານໂມຮາເໝັດ ຮຸສເຊນ ໂຣເບລ
(Mohamed Hussein Roble) ໄດ້ສົ່ງສານສະແດງຄວາມ ເສົ້າສະຫລົດໃຈຫຼັງຈາກການເສຍຊີວິດຂອງທ່ານກາລາລ. ຜູ້ນຳທັງສອງໄດ້ຮຽກ ຮ້ອງໃຫ້ປະຊາຊົນໂຊມາເລຍ ຮ່ວມໃຈກັນຕ້ານກຸ່ມຫົວຮຸນແຮງອາລ-ຊາບັບ.
ຕຳຫຼວດກ່າວວ່າ ພວກຫົວຮຸນແຮງອາລ-ຊາບັບ ສີ່ຄົນຜູ້ທີ່ບຸກໂຈມຕີໂຮງແຮມອາຟຣິກ ໄດ້ຖືກຂ້າຕາຍ.
ລົດລະເບີດໄດ້ແຕກຂຶ້ນ ຢູ່ໃກ້ກັບໂຮງແຮມ ໃນຕອນເຊົ້າວັນອາທິດວານນີ້ ຊຶ່ງ ເປັນການເລີ້ການຍິງຕໍ່ສູ້ກັນລະຫວ່າງພວກຫົກຮຸນແຮງແລະກຳລັງຮັກສາຄວາມປອດໄພ.