ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານ ຢູເຄຣນ ເຂົ້າຍຶດເອົາ ເມືອງສຳຄັນ ໃນພາກຕາເວັນອອກ ຂອງປະເທດ (ສະໄລດ໌/ວີດີໂອ)


ຢູ​ເຄຣນກ່າວ​ວ່າ ຕົນ​ໄດ້ເຂົ້າ​ຄວບ​ຄຸມ ​ເມືອງ​ສຳຄັນ​ເມືອງ​ນຶ່ງ​ຄືນ
​ໃນ​ພາກຕາ​ເວັນ​ອອກຂອງປະເທດບ່ອນ​ທີ່​ພວກ​ກະບົດ​ແລະ​ທະ
ຫານ​ຂອງ​ຝ່າຍ​ລັດຖະບານທຳ​ການ​ຕໍ່ສູ້​ກັນ​ເພື່ອ​ເຂົ້າ​ຄອບ​ຄອງ​
ດິນ​ແດນ​ດັ່ງກ່າວ.

​ໂຄສົກ​ ປະຈຳ​ອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຢູ​ເຄຣນ
ທ່ານ Andriy Lysenko ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທະຫານ​ຢູ​
ເຄຣນ​ໄດ້​ຍຶດ​ເອົາ​ເມືອງ Ilovaisk ຄືນຫຼັງ​ຈາກ​ໄດ້ທຳ​ການ​ສູ້​ລົບ​
ກັນ​ຢ່າງ​ໜັກ​ ກັບ​ພວກຫົວ​ແບ່ງ​ແຍກ​ນິຍົມຣັດ​ເຊຍ.

ທ່ານ Lysenko ກ່າວ​ຕໍ່​ພວກນັກ​ຂ່າວ​ວ່າ ​ທ່ານບໍ່ສາມາດເວົ້າວ່າເມືອງດັ່ງກ່າວ “ບໍ່​ມີ​ພວກ​ກໍ່ການ​ຮ້າຍ​ແລ້ວ” ​ແຕ່ກໍ​ກ່າວ​ວ່າ ພວກກຳລັງ​ຂອງ​ຢູ​ເຄຣນໄດ້​ “ເຂົ້າ​ໄປ​ໃນ​ເມືອງຢ່າງ​ສິ້ນ​
ເຊີງ​ແລ້ວ”. ​ແຕ່​ທ່ານ​ກ່າວ​ວ່າ ພວກ​ນັກ​ຕໍ່ສູ້​ຝ່າຍ​ກະບົດຍັງສືບ​ຕໍ່​ທຳ​ການ​ໂຈມ​ຕີ​ໂຕ້​ຕອບ
ກັບ​ທະຫານ​ຂອງ​ລັດຖະບານ​ໃນ​ຂົງ​ເຂດ​ຢູ່. ທ່ານ Lysenko ບັນ​ລະ​ຍາຍ​ເມືອງ Ilovaisk
ທີ່​ຕັ້ງ​ຢູ່ ຫ່າງຈາກ​ເມືອງ Donetsk 40 ຫລັກ​ກິ​ໂລ​ແມັດ ​ເປັນ​ສູນ​ກາງ​ທາງ​ພະລາທິການ
ສຳລັບ​ພວກ​ນັກ​ຕໍ່ສູ້​ຝ່າຍ​ກະບົດຍ້ອນ​ສາຍ​ທາງແລະ​ທາງ​ລົດ​ໄຟທີ່​ສຳຄັນ​ຂອງ​ເມືອງ​ດັ່ງ​
ກ່າວ.

ukraine21august14
please wait
Embed

No media source currently available

0:00 0:01:26 0:00

ພວກ​ຜູ້​ບັນຊາ​ການ​ຢູ​ເຄຣນຍັງ​ກ່າວ​ເຊັ່ນ​ກັນ​ວ່າພວກ​ເຂົາ​ເຈົ້າ​ກຳລັງ ປິດ​ລ້ອມ​ເມືອງ Donetsk ທີ່​ໝັ້ນ​ຂອງ​ພວກ​ກະບົດ ​ແລະ​ການ​ສູ້​ລົບ​ກັນ​ ຍັງ​ດຳ​ເນີນ​ສືບ​ຕໍ່​ໄປ ​ໃນ​ແຂວງ Luhansk ​ໃກ້​ກັບ​ຊາຍ​ແດນຣັດ​ເຊຍ​ນັ້ນ.

​ຕໍ່​ມາ​ ໃນ​ວັນ​ພຸດ​ວານ​ນີ້ ທ່ານ Lysenko ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ເຮືອບິນ​ລົບ​ອາຍພົ່ນ​ບ່ອນ​ນັ່ງ​ດຽວ ​ຮຸ່ນ SU-25 ລຳ​ນຶ່ງ​ຂອງ​ຢູ​ເຄຣນ ​ໄດ້ຖືກ​ຍິງ​ຕົກ​ ໃນ​ແຂວງ Luhansk ທີ່ຢູ່​ພາຍ​ໃຕ້​ການ​ຄວບຄຸມຂອງ​ພວກ​ກະບົດ ແຕ່ຍັງບໍ່ຮູ້ວ່າ ແມ່ນພວກໃດແທ້ເປັນຜູ້ຍິງ ​ແລະ​ຊະ​ຕາ​ກຳ​ຂອງ​ນັກ​ບິນ​ ກໍຍັງ​ບໍ່​ທັນ​ຮູ້ຈັກ​ກັນ​ເທື່ອ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ ກ່າວ​ວ່າ ພວກ​ພົນລະ​ເຮືອນ 34 ຄົນ ແລະ​ ທະຫານ​ຢູ​ເຄຣນ ຢ່າງ​ໜ້ອຍ 9 ຄົນ ​ໄດ້​ເສຍ​ຊີວິດ​ໃນ​ການ​ສູ້​ລົບ​ກັນ ໃນໄລຍະສອງ​ມື້ຜ່ານ​ມາ​ນີ້.

XS
SM
MD
LG