ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

9 ຄົນເສຍຊີວິດ ໃນຂະນະທີ່ເລີ້ມມີການປະທ້ວງ ຕ້ານລັດຖະປະຫານຄືນອີກ ຢູ່ໃນມຽນມາ


ພວກປະທ້ວງສະແດງເຖິງການບໍ່ເຫັນດີ ຕ້ານການປົກຄອງຂອງທະຫານ ໃນວັນສຸກທີ 26 ມີນາ 2021 ໃນນະຄອນຢ່າງກຸ້ງ.
ພວກປະທ້ວງສະແດງເຖິງການບໍ່ເຫັນດີ ຕ້ານການປົກຄອງຂອງທະຫານ ໃນວັນສຸກທີ 26 ມີນາ 2021 ໃນນະຄອນຢ່າງກຸ້ງ.

ເກົ້າຄົນໄດ້ເສຍຊີວິດໃນວັນພະຫັດວານນີ້ ຢູ່ໃນມຽນມາ ອີງຕາມລາຍງານປະຈຳ
ວັນຂອງສະມາຄົມຊ່ວຍນັກໂທດການເມືອງ ທີ່ເອີ້ນຫຍໍ້ວ່າ AAPP.

ພວກປະທ້ວງໄດ້ພາກັນລົງສູ່ຖະໜົນຫົນທາງເປັນຈຳນວນຫຼວງຫຼາຍ ໃນການສະແດງ
ໃຫ້ເຖິງການບໍ່ເຫັນພ້ອມ ຕໍ່ຕ້ານການປົກຄອງຂອງທະຫານ ນຶ່ງມື້ຫຼັງຈາກ ການນັດ
ຢຸດງານແບບ “ງຽບໆ” ປ່ອຍໃຫ້ຖະໜົນຫົນທາງຂອງຫຼາຍໂຕເມືອງໃນ ທົ່ວປະເທດ
ຫວ່າງເປົ່າ. ມີລາຍງານກ່ຽວກັບການຈັບກຸມຂອງທະຫານ ທີ່ໃຊ້ກຳ ລັງແຈກຢາຍກັນ
ອອກໄປ ເພື່ອທັບມ້າງພວກປະທ້ວງ ທີ່ເມືອງມໍລາມີນ ແລະ ເມືອງຮາປາ-ອານ ຊຶ່ງ
ເປັນເມືອງເອກຂອງລັດກະຫລ່ຽງທີ່ຢູ່ພາກຕາເວັນອອກ ສຽງໃຕ້ຂອງປະເທດ. ພວກ
ທະຫານຍັງປະເຊີນໜ້າກັບພວກປະທ້ວງທີ່ພາກັນ ຖືທຽນໄຂໄວ້າອາໄລຢູ່ທົ່ວປະເທດ
ພ້ອມດ້ວຍລາຍງານວ່າ ຢ່າງໜ້ອຍມີຜູ້ຊາຍ ຄົນນຶ່ງຖືກຍິງ ແລະເສຍຊີວິດ.

ສະມາຄົມ AAPP ກ່າວຢູ່ລາຍງານວ່າ ຢ່າງໜ້ອຍ 320 ຄົນ ໄດ້ຖືກຂ້າຕາຍ ໂດຍກຳ
ລັງທະຫານລະຫວ່າງການປາບປາມທັບມ້າງ. ນຶ່ງໃນຈຳນວນຜູ້ຖືກຂ້າ ຕາຍມີເດັກນ້ອຍ
ແມ່ຍິງອາຍຸ 7 ປີ ນຶ່ງຄົນ ໃນວັນອັງຄານທີ່ຜ່ານມາ ເວລາທະ ຫານໄດ້ບຸກເຂົ້າໄປໃນ
ເຮືອນຂອງລາວຢູ່ນະຄອນມັນດາເລອີງຕາມອົງການຂ່າວ ມຽນມານາວ ແລະຣອຍເຕີ.
ລາຍງານກ່າວວ່າ ເດັກນ້ອຍຄົນນັ້ນໄດ້ນັ່ງຢູ່ຕັກພໍ່ ຂອງລາວ ເວລາທະຫານບຸກເຂົ້າໄປ
ແລະ ຢາກຮູ້ວ່າ ທຸກໆຄົນໃນຄອບຄົວຢູ່ ເຮືອນຫຼືບໍ່. ພໍ່ລາວກ່າວວ່າ ຢູ່ ແຕ່ທະຫານໄດ້
ກ່າວຫາວ່າຂີ້ຕົວະ ແລະຍິງໄປ ຕຳເອົາເດັກນ້ອຍຄົນນັ້ນ.

ອົງການ AAPP ຍັງກ່າວວ່າ ຫຼາຍກວ່າ 2,900 ຄົນໄດ້ຖືກຈັບ ທີ່ຖືກກ່າວຫາ ຫຼືຕັດສິນ
ລົງໂທດ ນັບແຕ່ໄດ້ເລີ້ມມີການປາບປາມ. ແຕ່ວ່າ ພວກປະທ້ວງຫຼາຍ ກວ່າ 600 ຄົນໄດ້
ຖືກປ່ອຍໂຕໃນວັນພຸດທີ່ຜ່ານມາຈາກຄຸກອິນເຊນໃນນະຄອນ ຢ່າງກຸ້ງ ທີ່ສະແດງໃຫ້
ເຫັນຈຸດປະສົງດີຂອງທະຫານ. ທ່ານທຽນ ຊໍ ນັກຂ່າວ ເອພີ ຜູ້ທີ່ໄດ້ຖືກຈັບ ໃນຂະນະທີ່
ລາຍງານຂ່າວການປະທ້ວງຢູ່ຕາມຖະໜົນ ໃນ ນະຄອນຢ່າງກຸ້ງ ພ້ອມດ້ວຍພະນັກງານ
ຂ່າວ ອີກແປດຄົນ ທີ່ຮວມຢູ່ໃນພວກ ທີ່ຖືກປ່ອຍໂຕ.

ອົງການຂ່າວຝຣັ່ງ (AFP) ໄດ້ລາຍງານວ່າ ມີລະເບີດແກ້ວນໍ້າມັນໜ່ວຍນຶ່ງໄດ້ແກວ່ງ
ໃສ່ຫ້ອງການໃຫຍ່ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຢູ່ນະ ຄອນຢ່າງກຸ້ງ
ຂອງ ທ່ານນາງອອງ ຊານ ຊູຈີ ທີ່ຖືກກັງຂັງຢູ່ນັ້ນ ໄດ້ເກີດໄຟໄໝ້ ນ້ອຍນຶ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG