ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການວາງລະເບີດສະຫລະຊີບ ທີ່ຢູ່ໃນການສົງໄສ ໄດ້ເຮັດໃຫ້ໂບດກາໂຕລິກ ໃນອິນໂດເນເຊຍ ສັ່ນສະເທືອນ


ເຈົ້າໜ້າທີ່ອິນໂດເນເຊຍຢືນຍາມຢູ່ບ່ອນເກີດເຫດລະເບີດແຕກຢູ່ນອກໂບດແຫ່ງນຶ່ງໃນເມືອງ Makassar ໃນວັນທີ 28 ມີນາ, 2021. (ພາບໂດຍ INDRA ABRIYANTO / AFP)
ເຈົ້າໜ້າທີ່ອິນໂດເນເຊຍຢືນຍາມຢູ່ບ່ອນເກີດເຫດລະເບີດແຕກຢູ່ນອກໂບດແຫ່ງນຶ່ງໃນເມືອງ Makassar ໃນວັນທີ 28 ມີນາ, 2021. (ພາບໂດຍ INDRA ABRIYANTO / AFP)

ຜູ້ຕ້ອງສົງໄສວາງລະເບີດສະຫລະຊີບ 2 ຄົນໄດ້ບີບຄະນວນລະເບີດໃສ່ຕົນເອງໃຫ້ແຕກຂຶ້ນຢູ່ນອກໂບດກາໂຕລິກແຫ່ງນຶ່ງໃນເມືອງມາກາສຊາ (Makassar), ເມືອງເອກຂອງແຂວງຊູລາເວຊີ (Sulawesi) ໃຕ້, ໃນພິທີທາງສາສະໜາ ໃນວັນອາທິດໃບລານ ຫລື Palm Mass Mass ຊຶ່ງເຮັດໃຫ້ຢ່າງໜ້ອຍ 19 ຄົນໄດ້ຮັບບາດເຈັບ.

ໂຄສົກຕຳຫຼວດອິນໂດເນເຊຍອາໂກ ຢູວັນໂນ (Argo Yuwono) ກ່າວຕໍ່ບັນ ດານັກຂ່າວວ່າ ຜູ້ວາງລະເບີດສະຫລະຊີບໄດ້ຖືກເຈົ້າໜ້າທີ່ຮັກສາຄວາມປອດໄພກວດພົບໄດ້ຢູ່ປະຕູທາງເຂົ້າໄປໃນໃນບໍລິເວນໂບດແລະຫຼັງຈາກນັ້ນລະເບີດກໍ່ແຕກຂຶ້ນ.

ທ່ານ ຢູວັນໂນ (Yuwono) ກ່າວວ່າ "ພວກເຮົາສົງໄສວ່າມີຜູ້ກະທຳຜິດ 2 ຄົນທີ່ກຳລັງຂີ່ລົດຈັກໄປ". "ໃນເບື້ອງຕົ້ນ, ພວກເຂົາຈະເຂົ້າໄປໃນເດີ່ນ ຫລືປະຕູຂອງໂບດພະວິຫານແຫ່ງນີ້ ເຊິ່ງຫາກໍ່ທໍາການສວດມົນໃນວັນອາທິດຈົບລົງ."

ທ່ານຢູວັນໂນກ່າວວ່າເຈົ້າໜ້າທີ່ບໍ່ສາມາດຢືນຢັນໄດ້ໃນທັນທີວ່າ ມີຄົນເສຍຊີວິດ ຫລາຍປານໃດ ແລະສ່ວນຊິ້ນຂອງຮ່າງກາຍທີ່ກະແຈກກະຈາຍຢູ່ບ່ອນເກີດເຫດດັ່ງກ່າວແມ່ນຂອງຜູ້ກະທຳຜິດ ຫລືຂອງຜູ້ເຄາະຮ້າຍກັນແທ້. "ທຸກສິ່ງທຸກຢ່າງແມ່ນຍັງຢູ່ພາຍໃຕ້ການສືບສວນຢູ່" ນັ້ນຄືຄໍາເວົ້າຂອງທ່ານ ຢູວັນໂນ.

ລັດຖະມົນຕີກະຊວງສາສະໜາອິນໂດເນເຊຍ, ທ່ານຢາຄຸດ ໂຄລີລ ຄອມມາສ(Yaqut Cholil Qaumas), ໄດ້ກ່າວປະນາມຢ່າງຮຸນແຮງ ຕໍ່ເຫດການວາງລະເບີດດັ່ງກ່າວຢູ່ໃນຄໍາຕອບທີ່ອັດຢູ່ໃນວິດີໂອທີ່ທ່ານໄດ້ສົ່ງໃຫ້ວີໂອເອ ພະແນກອິນໂດເນເຊຍນັ້ນ.

ທ່ານຄອມມາສ (Qaumas) ກ່າວວ່າ“ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ຜູ້ນຳສາສະ ໜາທຸກໆຄົນ, ຈະເປັນສາສະໜາໃດກໍ່ຕາມ, ກ່າວຢໍ້າຕໍ່ຜູ້ທີ່ນັບຖືສາສະໜາຂອງຕົນວ່າ ບໍ່ມີສາສະໜາໃດທີ່ຖືວ່າການກໍ່ການຮ້າຍແມ່ນເຫດຜົນທີ່ຖືກຕ້ອງ.” ທ່ານກ່າວຕໍ່ໄປວ່າ “ສາສະໜາມີແຕ່ສອນໃຫ້ພວກເຮົາຮູ້ຈັກຄວາມຮັກ, ຄວາມສະ ຫງົບ, ການຮັກແພງເຊິ່ງກັນແລະກັນ. ການກະທຳທີ່ໂຫດຮ້າຍທີ່ພວກເຮົາເຫັນໃນມື້ນີ້ ບໍ່ແມ່ນພຶດຕິກຳຂອງຊຸມຊົນທີ່ມີສາສະໜາເລີຍ."

ທ່ານຮຽກຮ້ອງໃຫ້ປະຊາຊົນຢ່າໄດ້ຢ້ານກົວຕໍ່ການກະທຳກໍ່ການຮ້າຍດັ່ງກ່າວ. "ຄວາມຢ້ານກົວຈະທໍາລາຍຄວາມສາມັກຄີສັງຄົມຂອງພວກເຮົາ," ນັ້ນຄືຄໍາເວົ້າຂອງທ່ານ ຄອມມາສ.

ທ່ານຊຕານີສລອສ ຣີຢານຕາ (Stanislaus Riyanta), ຜູ້ຊ່ຽວຊານດ້ານການກໍ່ການຮ້າຍ ທີ່ມະຫາວິທະຍາໄລອິນໂດເນເຊຍ ກ່າວໃນການໃຫ້ສຳພາດກັບພະແນກພາສາອິນໂດເນເຊຍຂອງວີໂອເອວ່າ ປາກົດວ່າຜູ້ກະທຳຜິດແມ່ນມາຈາກກຸ່ມຈາມາອານສຫາຣຸດ ດາວລາ (Jamaah Ansharut Daulah) ຫລື JAD, ເຊິ່ງເປັນກຸ່ມທີ່ມີສ່ວນພົວພັນກັບກຸ່ມລັດອິສລາມ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG