ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ກະດູກ ຜູ້ເຄາະຮ້າຍ ຈາກການໂຈມຕີ ເມື່ອວັນທີ 11 ກັນຍາ ຖືກພິສູດ ເກືອບ 16 ປີ ຫຼັງຈາກເກີດເຫດ


ບັນດາຜູ້ມາຢ້ຽມຢາມ ເອົາມືຈັບຊື່ຂອງຜູ້ເຄາະຮ້າຍ ຈາກການໂຈມຕີ ເມື່ອວັນທີ 11 ກັນຍາ ປີ 2001.

ຊາກ​ກະດູກ​ຂອງ​ຜູ້​ຊາຍ​ຄົນ​ນຶ່ງ ​ທີ່ເສ​ຍຊີວິດໃນການ​ໂຈມ​ຕີ ຢູ່​ຕຶກ​ສູນ​ກາງ​ການ​ຄ້າ​ໂລກ​
ຫຼື World Trade Center ທີ່​ນະຄອນ​ນິວຢ​ອກ ​ເມື່ອ​ວັນ​ທີ 11 ​ກັນຍາ ປີ 2001 ​ໄດ້ຮັບ
ການພິສູດເກືອບ 16 ປີ​ ຫລັງ​ຈາກ​ການ​ໂຈມ​ຕີ ທີ່​ຮ້າ​ຍ​ແຮງເກີດຂຶ້ນ.

ຫ້ອງການ​ພິສູດ​ຊາກ​ສົບ​ຂອງ​ນະຄອນ​ນິວຢອກ ປະ​ກາດ ກ່ຽວກັບການ​ພົບ​ເຫັນ​ໃນ​ວັນ​
ຈັນວານນີ້​ແຕ່ຍັງ​ໂຈະ​ບໍ່​ບອກ​ຊື່​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ຊຶ່​ງ​ເປັນຄວາມ​ຮ້ອງ​ຂໍ​ຂອງ​ຄອບຄົວ.

ນີ້​ເປັນ​ການພິສູດ​ກະດູກ​ໃໝ່ ​ເທື່ອ​ທຳ​ອິດ ​ທີ່​ໄດ້​ເຮັດ ນັບ​ແຕ່​ເດືອນ​ມີນາ ​ປີ 2015 ເປັນ
ຕົ້ນມາ.

ກະດູກຂອງຜູ້ເຄາະຮ້າຍ ທັງໝົດ​ 1,641 ​ຄົນ ໄດ້​ຮັບການພິສູດ​ແລ້ວ ນີ້​ໝາຍ​ຄວາມ​ວ່າ
40 ​ເປີ​ເຊັນ​ຂອ​ງຜູ້​ເສຍ​ຊີວິດໃນວັນ​ນັ້ນ ຍັງບໍ່​ທັນ​ໄດ້ຮັບການ​ພິ​ສູດ​ກະດູກ​ເທື່ອ.

ຫ້ອງການ​ກວດສອບທາງການແພດ​ກ່າວ​ວ່າ ​ເຄື່ອງ​ເທັກ​ໂນ​ໂລ​ຈີໃໝ່​ໄດ້​ສົ່ງ​ອອກ​ມາ​ໃຊ້
ເພື່ອກວດ​ເບິ່ງ DNA ທີ່​ສຳຄັນ ​ໃນ​ຕົ້ນ​ເດືອນ​ນີ້ ​ແລະ​ໄດ້ຊ່ວຍໃນການ​ພິ​ສູດ​ເທື່ອ​ຫຼ້າສຸດ
ຫລັງຈາກການກວດສອບ ໃນຂັ້ນຕົ້ນບໍ່ໄດ້ຜົນຫຍັງເລີຍ.

​ກະດູກມະນຸດເກືອບ 22,000 ​ສິ້ນ ​ໄດ້​ຖືກເກັບ​ກໍາມາ​ ຈາ​ກບ່ອນທີ່ຖືກໂຈມຕີທີ່ເອີ້ນວ່າ
Ground Zero ທີ່​ໄດ້​ກວດ​ສອບ ​ແລະ​ກວດ​ສອບຄືນ​ໃໝ່ ນັບ​ແ​ຕ່ປີ 2001 ​ເປັນຕົ້ນມາ
ໃນຄວາມພະຍາຍາມເພື່ອຈະສົ່ງກະດູກ​ເຫຼົ່ານີ້ ​ໃຫ້​ແກ່​ຄອບຄົວ​ເຂົາ​ເຈົ້າ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG