ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດນິວເຄລຍ ແລະລູກສອນໄຟ ເກົາຫຼີເໜືອ ຈະເຮັດໃຫ້ ມີຜົນຮ້າຍ ຕາມມາ

ທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki Haley, ທູດ ຍີ່ປຸ່ນ ທ່ານ Koro Bessho, ຂວາ, ແລະ ທູດ ເກົາຫຼີໃຕ້ ທ່ານ Cho Tae-yul ລົມກັບບັນດານັກຂ່າວ ກ່ອນເຂົ້າຮ່ວມກອງປະຊຸມສະພາຄວາມໝັ້ນຄົງ ສປຊກ່ຽວກັບ ສະຖານະການໃນ ເກົາຫຼີເໜືອ ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ. 16 ພຶດສະພາ, 2017.

ຫົວໜ້າຜູ້ບັນຊາການ ພາກພື້ນປາຊີຟິກ ຂອງສະຫະລັດ ໄດ້ເຕືອນ ໃນວັນພຸດມື້ນີ້ ວ່າ
ການມີທັງ ລູກສອນໄຟຂີປະນາວຸດ ແລະຫົວລະເບີດນິວເຄລຍ ຢູ່ໃນກຳມືຂອງ Kim
Jong Un ຜູ້ນຳເກົາຫຼີເໜືອນັ້ນ ສະແດງວ່າ “ເປັນຫລັກສູດຂອງໄພພິບັດ.”

ໃນການກ່າວຖະແຫລງ ຢູ່ທີ່ນະຄອນຫຼວງໂຕກຽວພົນເຮືອເອກ Harry Harris Jr.
ໄດ້ກ່າວວ່າ ທຸກໆການທົດລອງທີ່ດຳເນີນໄປໂດຍເກົາຫຼີເໜືອ ນັ້ນ ຈະເຮັດໃຫ້ມັນ
ກ້າວເຂົ້າໃກ້ສູ່ຄວາມອາດສາມາດ ທີ່ຈະຍິງລູກສອນໄຟ ທີ່ຕິດຫົວລະເບີດນິວເຄລຍ.

ທ່ານ Harris ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າ ຕ້ອງສັນນິດຖານວ່າ ການກ່າວອ້າງ
ຂອງ Kim Jong Un ແມ່ນເປັນຄວາມຈິງ ເພາະຂ້າພະເຈົ້າຮູ້ດີວ່າ ຄວາມໄຝ່ຝັນ
ຂອງລາວນັ້ນ ແມ່ນແທ້ເລີຍ. ສະນັ້ນແລ້ວ ຂ້າພະເຈົ້າຈະຖືເອົາຄຳເວົ້າຂອງລາວ
.....ແລະ ອັນນັ້ນ ຄວນສະໜອງໃຫ້ ພວກເຮົາທັງໝົດ ມີສະຕິຂອງຄວາມຮີບດ່ວນ
ເພື່ອຮັບມືກັບບັນຫານີ້ ໃນທັນທີ.”

ຮູບນີ້ ທີ່ບໍ່ໄດ້ລະບຸວັນເວລາ ອອກມາຈາກວີດີໂອ ທີ່ຖ່າຍທອດອອກໃນຂ່າວແຈ້ງການ ໂດຍ ອົງການຂ່າວ KRT ເມື່ອວັນຈັນ ທີ 15 ພຶດສະພາ 2017, ສະແດງໃຫ້ເຫັນຜູ້ນຳ ເກົາຫຼີເໜືອ Kim Jong Un ຢູ່ທີ່ອັນທີ່ໄດ້ຖືກກ່າວວ່າ ເປັນສະຖານທີ່ຕັ້ງຂອງການທົດລອງລູກສອນໄຟ ທີ່ບໍ່ເປີດເຜີຍ ຢູ່ໃນເກົາຫຼີເໜືອ.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ອົງການສະຫະປະຊາຊາດ ໄດ້ບອກ
ບັນດາປະເທດຕ່າງໆ ໃນວັນອັງຄານວານນີ້ ວ່າ ພວກເຂົາເຈົ້າ ຕ້ອງຮ່ວມກັນ ພະຍາຍາມເພື່ອປ້ອງກັນ ບໍ່ໃຫ້ເກົາຫຼີເໜືອ ມີອາວຸດນິວເຄລຍ ໂດຍເຕືອນວ່າ
ພວກເຂົາເຈົ້າ ອາດຈະປະເຊີນກັບ ມາດຕະການລົງໂທດຕ່າງໆ ຕໍ່ພວກຕົນ ຖ້າ
ຫາກພວກເຂົາເຈົ້າ ຊ່ອຍເຫລືອປະເທດໂດດດ່ຽວດັ່ງກ່າວ ບັນລຸການມີອາວຸດ
ນິວເຄລຍ.

ທ່ານນາງ Haley ໄດ້ກ່າວ ກ່ອນການປິດກອງປະຊຸມ ຂອງສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ທີ່ໄດ້ຮ້ອງຂໍໂດຍ ສະຫະລັດ ແລະ ບັນດາສະມາຊິກ
ຂອງສະພາ ເຊັ່ນວ່າ ຍີ່ປຸ່ນ ຕິດຕາມດ້ວຍ ເກົາຫຼີໃຕ້ ເພື່ອປຶກສາຫາລື ເລື່ອງການຍິງ
ລູກສອນໄຟຂີປະນາວຸດ ທີ່ຜິດກົດໝາຍ ຄັ້ງຫລ້າສຸດ ຂອງພຽງຢາງ.

ທ່ານນາງ Haley ໄດ້ບອກ ບັນດານັກຂ່າວ ວ່າ “ທ່ານ ຈະສະໜັບສະໜູນ ເກົາຫຼີ
ເໜືອ ຫຼື ທ່ານຈະສະໜັບສະໜູນ ພວກເຮົາ ກໍໄດ້ ເພາະວ່າ ອັນນັ້ນ ເປັນອັນທີ່
ທ່ານຈະຕ້ອງເລືອກເອົາ.”

​ໃນການຖະແຫລງ ເຖິງ ການບັງຄັບໃຊ້ມາດຕະການລົງໂທດຂອງນາໆຊາດ ທ່ານ
ນາງໄດ້ ເຕືອນຕື່ມວ່າ “ສະຫະລັດ ບໍ່ໄດ້ເບິ່ງກາຍປະເທດທີສາມ ຜູ້ທີ່ຊ່ອຍເຫຼືອ
ເກົາຫຼີເໜືອ ແລະ ຈະໃຊ້ມາດຕະການລົງໂທດຕໍ່ພວກເຂົາເຈົ້າ ເພາະວ່າ ຖ້າ
ທ່ານສະໜັບສະໜູນເກົາຫຼີເໜືອ ທ່ານກໍຕໍ່ຕ້ານປະຊາຄົມນານາຊາດທັງໝົດ.”

ບັນດາສະມາຊິກຂອງສະພານັ້ນ ໄດ້ພົບປະກັນໃນວັນອັງຄານວານນີ້ ຫຼັງຈາກທີ່
ພຽງຢາງ ໄດ້ຍິງລູກສອນໄຟ ໄລຍະກາງ ຫາ​ ໄລຍະ​ໄກເຖິງ 800 ກິໂລແມັດ ກ່ອນທີ່ ຈະຕົກລົງໃນທິດຕາເວັນຕົກຂອງທະເລຍີ່ປຸ່ນ.

UN DRPK Nuke
please wait
Embed

No media source currently available

0:00 0:02:39 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG