ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ເຮລີ ກ່າວວ່າ ສະພາ ສິດທິມະນຸດ ແມ່ນຄວາມລົ້ມແຫຼວ ທີ່ໃຫຍ່ທີ່ສຸດ ຂອງ ສປຊ


ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາ
ຊາດ ທ່ານນາງນິກກີ ເຮລີ ກ່າວຖະແຫຼງ ໃນພິທີງານຂອງ
ມູນນິທິມໍລະດົກທີ່ນິຍົມແນວທາງເດີມ ກ່ຽວກັບການທີ່ສະຫະລັດ
ຈະຖອນຕົວອອກຈາກສະພາສິດທິມະນຸດອົງການສະຫະ
ປະຊາຊາດ ໃນວໍຊິງຕັນ , 18 ກໍລະກົດ 2018.
ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາ ຊາດ ທ່ານນາງນິກກີ ເຮລີ ກ່າວຖະແຫຼງ ໃນພິທີງານຂອງ ມູນນິທິມໍລະດົກທີ່ນິຍົມແນວທາງເດີມ ກ່ຽວກັບການທີ່ສະຫະລັດ ຈະຖອນຕົວອອກຈາກສະພາສິດທິມະນຸດອົງການສະຫະ ປະຊາຊາດ ໃນວໍຊິງຕັນ , 18 ກໍລະກົດ 2018.

ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ
ນິກກີ ເຮລີ ກ່າວປົກປ້ອງການຕັດສິນໃຈຂອງລັດຖະບານຂອງທ່ານທຣຳ
ໃນເດືອນມິຖຸນາ ຜ່ານມາ ທີ່ໄດ້ຖອນສະຫະລັດ ອອກຈາກສະພາສິດທິມະນຸດ
ອົງການສະຫະປະຊາຊາດ ໂດຍກ່າວວ່າ ອົງການສະຫະປະຊາຊາດ “ແມ່ນ
ຄວາມລົ້ມແຫຼວທີ່ຍິ່ງໃຫຍ່.”

ການກ່າວຖະແຫຼງ ໃນພິທີງານຂອງມູນນິທິມໍລະດົກທີ່ນິຍົມແນວທາງເດີມ ໃນວໍ
ຊິງຕັນໃນວັນພຸດວານນີ້ ທ່ານນາງເຮລີ ຜູ້ຊຶ່ງເປັນເອກອັກຄະລັດຖະທູດາະຫະລັດ ປະຈຳອົງການສະຫະປະຊາຊາດ ແລະເປັນສະມາຊິກຜູ້ນຶ່ງຂອງລັດຖະບານ
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ບອກກັບພວກທີ່ເຂົ້າຮ່ວມງານວ່າ “ສະພາດັ່ງກ່າວ ບໍ່ໄດ້ແມ່ນບ່ອນ ທີ່ມີຈິດສຳນຶກ, ແຕ່ກັບເປັນເວທີທາງການເມືອງ.”

“ແຕ່ສິດໃນການປາກເວົ້າຢ່າງເສລີ ທີ່ພົວພັນກັບການປະຕິບັດສາສະໜາກິດ
ຢ່າງເສລີ, ການຊີ້ຊະຕາກຳຂອງຕົນເອງໃນອະນາຄົດ ການມີສິດເທົ່າທຽມກັນ
ຕໍ່ໜ້າກົດໝາຍ -- ນີ້ແມ່ນສິດພິເສດ,”
ຊຶ່ງທ່ານນາງເຮລີ ໄດ້ກ່າວໄວ້ ແລະໄດ້
ກ່າວຕໍ່ໄປວ່າ “ພວກເຮົານັບຖືສິດທັງຫຼາຍນີ້ ຢ່າງເຄັ່ງຄັດ ແລະເຄັ່ງຄັດຫຼາຍ ທີ່ຈະອະນຸຍາດໃຫ້ພວກສິດເຫຼົ່ານີ້ ຕົກລາຄາຕ່ຳ ໂດນສະຖາບັນດັ່ງກ່າວ
ໂດຍສະເພາະ ແມ່ນອັນທີ່ເອີ້ນຕົວເອງວ່າ ‘ສະພາສິດທິມະນຸດ.’”

ທ່ານນາງ ໄດ້ກ່າວວ່າ ວໍຊິງຕັນ ບໍ່ເຫັນພ້ອມ ກັບອົງປະກອບຂອງສະພາສິດທິ
ມະນຸດ ທີ່ຮວມທັງ ພວກທີ່ລະເມີດສິດທິມະນຸດຮ້າຍແຮງທີ່ສຸດໃນໂລກ ອັນມີ
ຈີນ, ເວເນຊູເອລາ, ຂາອຸດີ ອາຣາເບຍ ແລະອີຈິບ.

“ມີຢູ່ເປັນປະຈຳ” ທີ່ສະພາດັ່ງກ່າວ ໄດ້ກ່າວປົກປ້ອງ ບໍ່ແມ່ນການປະນາມ ຕໍ່ອຳນາດ
ການປົກຄອງ ທີ່ໄຮ້ມະນຸດສະທຳທີ່ສຸດໃນໂລກ,” ນັ້ນຄືຄຳເວົ້າຂອງທ່ານນາງເຮລີ
ໄດ້ກ່າວໄວ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ສະພາສິດທິມະນຸດອົງການສະຫະປະຊາຊາດ ເຂົ້າຮ່ວມ ໃນການການນຳສະເໜີລາຍງານ ໂດຍ ສະພາທີ່ວ່າຈ້າງເພື່ອເຮັດລາຍງານກ່ຽວກັບຊີເຣຍ, 13 ມີນາ 2018, ໃນເຈນີວາ.
ສະພາສິດທິມະນຸດອົງການສະຫະປະຊາຊາດ ເຂົ້າຮ່ວມ ໃນການການນຳສະເໜີລາຍງານ ໂດຍ ສະພາທີ່ວ່າຈ້າງເພື່ອເຮັດລາຍງານກ່ຽວກັບຊີເຣຍ, 13 ມີນາ 2018, ໃນເຈນີວາ.

XS
SM
MD
LG