ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເບິ່ງໂລກໃນແງ່ດີ ຂອງຊາວໄນເຈີ ແລະຄວາມສົງໄສ ກ່ຽວກັບການຢ້ຽມຢາມ ຂອງ ທ່ານບລິງເກັນ


ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ (ຊ້າຍ), ພົບປະກັບລັດຖະມົນຕີການຕ່າງປະເທດຂອງປະເທດໄນເຈີ ທ່ານຮັສຊູມີ ມາສຊູດູ (Hassoumi Massoudou) ຢູ່ທີ່ເດີນບິນສາກົນ Diori Hamani ໃນນະຄອນຫຼວງນິອາເມ, ປະເທດໄນເຈີ, ວັນທີ 16 ມີນາ 2023.
ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ (ຊ້າຍ), ພົບປະກັບລັດຖະມົນຕີການຕ່າງປະເທດຂອງປະເທດໄນເຈີ ທ່ານຮັສຊູມີ ມາສຊູດູ (Hassoumi Massoudou) ຢູ່ທີ່ເດີນບິນສາກົນ Diori Hamani ໃນນະຄອນຫຼວງນິອາເມ, ປະເທດໄນເຈີ, ວັນທີ 16 ມີນາ 2023.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ເດີນທາງໄປຢ້ຽມຢາມປະເທດໄນເຈີ ພ້ອມດ້ວຍການໃຫ້ຄໍາໝັ້ນ ທີ່ຈະໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທໍາ ສໍາລັບປະຊາຊົນທີ່ພັດພາກຈາກຖິ່ນຖານ ແລະຊ່ວຍເຫຼືອຄວາມພະຍາຍາມ ເພື່ອ​ປາບ​ປາມ​ພວກຫົວຮຸນແຮງຈັດ.

ປະຊາຊົນທີ່ອາໄສຢູ່ໃນນະຄອນຫຼວງນິອາເມທີ່ຖືກສໍາພາດໂດຍ VOA ສ່ວນຫຼາຍມີຄວາມຄິດໃນ​ແງ່ບວກກ່ຽວກັບການຢ້ຽມຢາມຄັ້ງທໍາອິດນີ້ຂອງລັດຖະມົນ ຕີການຕ່າງປະເທດສະຫະລັດ.

“ປັດຈຸບັນນີ້ ພວກເຮົາເຫັນວ່າ ກອງກໍາລັງທາງທະຫານຂອງສະຫະລັດເປັນແນວໃດ, ເຊິ່ງປະຕິບັດງານຢູ່ໃນດິນແດນຂອງປະເທດໄນເຈີ ໂດຍກໍາລັງ​ໃຫ້ ການຝຶກແອບ ໃນ​ດ້ານປ້ອງ​ກັນ ແລະ​ກຳ​ລັງ​ຮັກ​ສາຄວາມໝັ້ນຄົງ,” ແມ່ຍິງຄົນນຶ່ງ ທີ່ອາໄສຢູ່ໃນນະຄອນຫຼວງນິອາເມ ໄດ້ບອກກັບລາຍ​ການພາສາຝຣັ່ງ​ ໄປ​ຍັງອາຟຣິກາຂອງ VOA. ແຕ່ນາງກ່າວວ່າ ການດໍາເນີນງານຮ່ວມກັນບໍ່ຄວນ ຈໍາກັດຢູ່ພຽງແຕ່ດ້ານຄວາມໝັ້ນຄົງເທົ່ານັ້ນ.

Blinken Announces Aid for Niger and Its Neighbors
please wait

No media source currently available

0:00 0:02:55 0:00

ນາງກ່າວວ່າ “ມີໂອກາດຫຼາຍດ້ານສໍາລັບການປະຕິບັດງານຮ່ວມກັນເຊັ່ນ ກ່ຽວກັບເລື້ອງການປ່ຽນແປງຂອງສະພາບອາກາດ, ພ້ອມກັນນັ້ນ ກໍຍັງມີເລື້ອງນໍ້າສະອາດ ແລະອື່ນໆອີກຢ່າງຫຼວງຫຼາຍ.”

ທ່ານບລິງເກັນ ໃຊ້ການເດີນທາງຄັ້ງນີ້ຂອງທ່ານສໍາລັບປະກາດການຊ່ວຍເຫຼືອ ໃໝ່ທາງດ້ານມະນຸດສະທໍາມູນ​ຄ່າ 150 ລ້ານໂດລາ ເພື່ອໃຫ້ບັນລຸຄວາມຕ້ອງ ການທີ່ຈໍາເປັນ ຢູ່ໃນຂົງເຂດພາກຕາເວັນຕົກແລະພາກ​ກາງ​ຂອງອາຟຣິກາພ້ອມ ດ້ວຍຊາແຮລ ທີ່ໄດ້ຮັບຜົນກະທົບມາຈາກຄວາມບໍ່ໝັ້ນຄົງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG