ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຊາວ​ໄນ​ຈີ​ເຣຍ ພາ​ກັນ​ປ່ອນ​ບັດ ເອົາ​ຜູ້​ປົກ​ຄອງ​ລັດ ທີ່​ມີ​​ອຳ​ນາດ ທ່າມ​ກາງ​ຄວາມ​ບໍ່​ສະຫງົບ


ແມ່​ຍິງ​ຄົນ​ນຶ່ງ​ກຳ​ລັງ​ປ່ອນ​ບັດ​ຢູ່​ສູນ​ເລືອ​ກຕັ້ງ ໃກ້​ກັບ​ເມືອ​ ລາກ​ສ໌, ປະ​ເທດ ໄນ​ຈີ​ເຣຍ. ວັນ​ທີ 9 ມີ​ນາ 2019.
ແມ່​ຍິງ​ຄົນ​ນຶ່ງ​ກຳ​ລັງ​ປ່ອນ​ບັດ​ຢູ່​ສູນ​ເລືອ​ກຕັ້ງ ໃກ້​ກັບ​ເມືອ​ ລາກ​ສ໌, ປະ​ເທດ ໄນ​ຈີ​ເຣຍ. ວັນ​ທີ 9 ມີ​ນາ 2019.

ຊາວ​ໄນ​ຈີ​ເຣຍ ໄດ້ພາ​ກັນ​ໄປ​ໜ່ວຍ​ປ່ອນ​ບັດ​ໃນ​ວັນ​ເສົາ​ວ​ານ​ນີ້ ເພື່ອ​ເລືອ​ກ​ເອົາ​ບັນ​ດາ
​ຜູ້​ປົກ​ຄອງ​ລັດ ໃນ 29 ລັດ​ຈາກຈຳ​ນວນ 36 ລັດ ຢູ່​ໃນ​ປະ​ເທດປະ​ຊາ​ທິ​ປະ​ໄຕທີ່ໃ​ຫຍ່
ທີ່​ສຸດໃນ ອາ​ຟ​ຣິ​ກາ ທ່າມ​ກາງ​ລາຍ​ງານ​ ກ່ຽວ​ກັບ ​ການ​ສົ່ງ​ທະ​ຫານໄປ​ຍາມ​ຢ່າງ​ໜາ​
ແໜ້ນ ແລະ​ ການໂຈມ​ຕີ​ຕ້ານ​ໜ່ວຍ​ເລືອ​ກຕັ້ງ​ຕ່າງໆຢູ່​ໃນ​ສອງ​ສາມ​ເຂດ.

ການ​ເລືອກ​ຕັ້ງ​ເກີດ​ຂຶ້ນ​ສອງ​ອາ​ທິດ ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີຄົນ​ປັດ​ຈຸ​ບັນທ່ານ ມູ​ຮຳ
​ມາ​ດູ ບູ​ຮາ​ຣີ ​ຊະ​ນະການ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ. ຄາດໄວ້​ວ່າຈະ​ມີ​ການ​ແຂ່​ງ​ຂັນ​
ກັນ​ຢ່າງ​ດຸ​ເດືອດຢູ່​ໃນບາງ​ຂົງ​ເຂດ ໃນ​ຂະ​ນະ​ທີ່​ສອງ​ພັກ​ການ​ເມືອງ​ສູງ​ສຸດ​ຂອງ​ປະ
​ເທດ ຕໍ່​ສູ້​ເພື່ອ​ຄວ​ບ​ຄຸມ​ລັດທີ່​ມີ​ອຳ​ນາດ​ຕ່າງໆ​ ເຊິ່ງໃນບາງກໍ​ລະ​ນີ ຈະ​ມີ​ງົບ​ປະ​ມານ​
ຫຼາຍກວ່າ ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ຈຳ​ນວນ​ນຶ່ງ.

ການ​ສົ່ງ​ທະ​ຫານ​ອອ​ກ​ໄປ​ຢ່າງ​ໜາ​ແໜ້ນຖືກ​ລາຍ​ງານ​ວ່າ​ມີຢູ່​ໃນ​ລັດ ​ຣີ​ເວີ​ຣ​ສ໌ ໃນ​
ເຂດ​ສອກ​ຫຼີກ​ທາງ​ພາກ​ໄຕ້​ຂອງ​ ໄນ​ຈີ​ເຣຍ.

ພວ​ກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໄດ້​ຢືນ​ຢັນ​ຕໍ່ ອົງ​ການ​ຂ່າວ​ເອ​ພີ (AP) ວ່າໄດ້​ມີ​ການ​ຈູດສະ
​ຖານ​ທີ່​ເລືອກ​ຕັ້ງຫຼາຍ​ແຫ່ງຢູ່​ທາງ​ພາກ​ໄຕ້​ລັດ ​ເບີ​ນຸຍ ແລະ​ ອີ​ໂບ​ນີ​ອີ.

ລັດ​ຖະ​ກອນ​ທ່ານ​ນາງ ​ເອ​ລິ​ຊາ​ເບັ​ຕ ອູ​ກາໄດ້ກ່າວ​ເຖິງ​ໜ່ວຍ​ປ່ອນ​ບັດ​ຢູ່​ໃນ​ເຂດ​ຕາ​
ເວັນ​ອອກ ກວາ​ຣ (Gwar East) ທີ່​ເປັນ​ເຂດ​ລັດ​ຖ​ະ​ບານ​ທ້ອງ​ຖິ່ນ​ຂອງ​ລັດ​ເບີ​ນຸຍ
ວ່າ “ພວກຄົນ​ຮ້າຍ​ໄດ້​ຍິງ​ປືນ​ຂຶ້ນ​ຟ້າ​ໃນ​ຕອນ​ເຊົ້າ​ມື້​ນີ້ ເພື່ອ​ເຮັດ​ໃຫ້​ຄົນ​ຢ້ານ​ກົວ​ໜີ
​ອອກໄປ ກ່ອນ​ຈູດ​ໄຟ​ເຜົາຕຶກ​ໂຮງ​ຮຽນ. ແຕ່​ບໍ່​ໃຜ​ໄດ້​ຮັບ​ບາດ​ເຈັບ. ອຸ​ປະ​ກອນ​ການ
ເລືອກ​ຕ້ອງທັງ​ໝົດສຳ​ລັບ​ເຂດ​ດັ່ງ​ກ່າວ​ແມ່ນໄດ້​ຖືກ​ທຳ​ລາຍ.”

ຢູ່​ໃນ​ລັດ​ ອີ​ໂບ​ນີ​ອີ ຜູ້​ນຳປະ​ຊາ​ຄົມ​ຊາວ​ໜຸ່ມ ນາງ ​ຊູ​ມາ ອີ​ເດ ໄດ້​ຢືນ​ຢັນ​ວ່າ​ສູນ​ກາງ​
ເຂດ​ທົ​ງ​ທະ​ບຽນ​ໄດ້​ຖືກ​ຈູດໂດຍຜູ້​ທີ່​ຖືກສົງ​ໄສວ່າ​ເປັນພວກ​ອັນ​ຕະ​ພານ. ຄະ​ນະ​ກຳ
​ມາ​ທິ​ການ​ເລືອກ​ຕັ້ງ​ ໄນ​ຈີ​ເຣຍ ໃຊ້​ສູນ​ຕ່າງໆ​ເປັນ​ບ່ອນ​ແຈກ​ຢາ​ຍ​ວັດ​ຖຸ ແລະ​ ການກຳ
​ກັບຕ່າງໆ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG