ໄນຈີເຣຍ ໄດ້ລໍຖ້າສຳລັບຜົນຂອງການເລືອກຕັ້ງໃນວັນອາທິດວານນີ້ ໃນຂະນະທີ່
ການນັບຄະແນນນັ້ນຍັງສືບຕໍ່ໄປ ຈາກການແຂ່ງຂັນຊິງເອົາຕຳແໜ່ງປະທານາທິບໍດີ
ຂອງປະເທດຢ່າງດຸເດືອດນັ້ນ.
ການປ່ອນບັດລົງຄະແນນນັ້ນຍັງໄດ້ດຳເນີນຕໍ່ໄປ ໃນບາງຂົງເຂດທີ່ຫ່າງໄກສອກຫຼີກ
ແລະຄະນະກຳມາທິການ ການເລືອກຕັ້ງແຫ່ງຊາດເອກະລາດຂອງ ໄນຈີເຣຍ
ຫຼື (INEC) ໄດ້ກ່າວວ່າ ກຳນົດການເລືອກຕັ້ງໃໝ່ ໃນບາງພາກສ່ວນຂອງເມືອງ ລາກົສ,
ຣີເວີຣ໌ສ ແລະ ລັດອານຳບຣາ ບ່ອນທີ່ການເລືອກຕັ້ງຖືກລົບກວນ ໃນວັນເສົາຜ່ານມານີ້.
ມັນຍັງບໍ່ທັນເປັນທີ່ກະຈ່າງແຈ້ງໃນທັນທີ່ວ່າ ແມ່ນຂົງເຂດໃດກັນແທ້ ທີ່ໄດ້ຖືກກະທົບ.
ທ່ານ Peter Clottey ນັກຂ່າວຂອງວີໂອເອ ພາສາອັງກິດຂອງພະແນກອາຟຣິກາ
ໃນນະຄອນຫຼວງ ອາບູຈາ ໄດ້ລາຍງານວ່າ ຄະນະກຳມາທິການ INEC ຄາດວ່າ
ຈະປະກາດຜົນຂອງການເລືອກຕັ້ງ ໃນວັນຈັນມື້ນີ້.
ສອງທ່ານຜູ້ທີ່ເຄີຍດຳລົງຕະແໜ່ງປະທານາທິບໍດີ ມາກ່ອນນັ້ນ ທັງທ່ານ Muhammadu Buhari ແລະຝ່າຍຄ້ານຄົນສຳຄັນ ທ່ານ Atiku Abubakar ແມ່ນໄດ້ຄາດວ່າ ຕົນຈະໄດ້
ຮັບໄຊຊະນະແລ້ວ.
“ສະບາຍດີຕອນເຊົ້າ ຊາວໄນຈີເຣຍ ທັງຫຼາຍ, ອີກຄັ້ງນຶ່ງ ຂອບໃຈສຳລັບການລົງ
ຄະແນນສຽງເອົາປະທານາທິບໍດີ @MBuhari ໃນການເລືອກຕັ້ງຂອງມື້ວານນີ້.
ຜົນຂອງການນັບບັດ ແມ່ນໄດ້ເຂົ້າມາແລ້ວ, ພວກມັນມີຈຳນວນຫຼວງຫຼາຍແທ້ໆ.
ປະທານາທິບໍດີ Muhammadu Buhari ໄດ້ຖືກເລືອຕັ້ງໂດຍສຽງສ່ວນຫຼາຍ ແລະ#BuhariIsWinning!” ຊຶ່ງທ່ານ ບາເຊຍ ອາເມດ ຜູ້ຊ່ອຍທ່ານບູຮາຣີ ໄດ້ຂຽນ
ລົງໃນທວິດເຕີຣ໌ ໃນເຂົ້າວັນອາທິດວານນີ້.
ພັກປະຊາທິປະໄຕປະຊາຊົນຂອງທ່ານ ອາບູບາກາ ໄດ້ກ່າວວ່າ ເຂົາເຈົ້າເຮັດໄດ້ດີໃນຫຼາຍຂົງເຂດ ຊຶ່ງຮວມທັງເມືອງ ລາກົສ ທີ່ເປັນເມືອງຫຼວງທາງການຄ້າ ແລະ ທ່ານ ອາບູ
ບາກາ ກໍໄດ້ເປີດເຜີຍຖະແຫຼງການສະບັບນຶ່ງທີ່ເວົ້າວ່າ “ໃນເວລາອັນໃກ້ໆນີ້ ການອາໄສ
ຢູ່ໃນຝັນຮ້າຍຂອງ 4 ປີ ທີ່ຜ່ານມານັ້ນ ກໍຈະສິ້ນສຸດລົງແລ້ວ ສະນັ້ນ ພວກເຮົານຳກັນ
ຈະເຮັດໃຫ້ ໄນຈີເຣຍ ກັບຄືນມາເຮັດວຽກໄດ້ອີກ.”
ກອງກຳລັງຮັກສາຄວາມປອດໄພ ໄດ້ຢືນຢັນວ່າ ມີ 16 ຄົນ ຖືກສັງຫານ ໃນວິກິດການ
ທີ່ພົວພັນກັບການເລືອກຕັ້ງນີ້.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ