ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວໄນຈີເຣຍ ຊະນະລາງວັນ ກຽດຕິຍົດ ຍ້ອນການຊ່ວຍເຫລືອ ຜູ້ເຄາະຮ້າຍ ຈາກກຸ່ມ ຫົວຮຸນແຮງ ໂບໂກຮາຣັມ


ຜູ້ຊາຍຄົນນຶ່ງຂີ່ລົດຈັກຜ່ານ ເຮືອນຊານ ໃນເມືອງ Chibok, ປະເທດໄນຈີເຣຍ.
ຜູ້ຊາຍຄົນນຶ່ງຂີ່ລົດຈັກຜ່ານ ເຮືອນຊານ ໃນເມືອງ Chibok, ປະເທດໄນຈີເຣຍ.

ນັກ​ເຄື່ອ​ນ​ໄຫວ​ໄນ​ຈີ​ເຣຍ ທ່ານ​ນາງ Rebecca Dali ​ໄດ້​ຊະນະ​ລາ​ງວັນ​ກຽດ ຕິຍົດຈາກ
ມູນ​ນິທິ Sergio Vieira de Mello ສຳລັບ​ວຽກ​ງານ​ຂອງ​ທ່ານນາງ ທີ່ໄດ້ເອົາພວກ​ແມ່
ຍິງ ​ແລະ​ພວກ​ລູກ​ກໍ່າພ້າເຂົ້າ​ຫາ​ກັນ ທີ່​ຖືກ​ລັກພາ​ໂຕ​ໄປ​ໂດຍ ພວກ​ຫົວ​ຮຸນ​ແຮງ Boko
Haram ​ກັບ​ຄືນ​ເຂົ້າ​ສູ່ປະຊາ​ຄົມ​ຂອງ​ເຂົາ​ເຈົ້າ.

ລາ​ງວັນ​ໄດ້​ຖືກ​ມອບ​ໃຫ້ ​ຢູ່​ພິທີ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ລະນຶກ​ເຖິງ​ວັນ​ມະນຸດສະທຳ​ຂອງ
ໂລກວັນ​ທີ 19 ສິງຫາ ຢູ່​ທີ່ ຫ້ອງການໃຫຍ່​ຢູ​ໂຣບສະຫະ​ປະຊາ​ຊາດ ​ໃນ ນະຄອນ
Geneva.

ລາງວັນ​ນີ້ມ​ອບ​ໃຫ້ທຸກໆ​ສອງ​ປີ ​ເພື່ອ​ລະ​ນຶກ​ເຖິງ​ທ່ານ Sergio Vieira de Mello ຜູ້​ທີ່​
ໄດ້​ຖືກ​ຂ້າ​ຕາຍ ຈາກ​ການ​ໂຈມ​ຕີ​ຂອງພວກ​ກໍ່​ການ​ຮ້າ​ຍ​ໃນ ວັນ​ທີ 19 ​ເດືອນສິງຫາ ປີ
2003 ​ໃນ​ນະຄອນ Bagdad ປະ​ເທດ​ອີຣັກ ພ້ອມ​ດ້ວຍ​ຄົນ​ອື່ນໆອີກ 12 ຄົນ. ລາງວັນ​
ດັ່ງກ່າວ​ເປັນ​ການ​ດືງດູດ​ຄວາມ​ສົນ​ໃຈ​ຂອງ​ໂລກ​ເຖິງ​ຄວາມ​ກ້າຫານ ທີ່​ບໍ່​ມັກ​ມີຄົນສົນ
ໃຈ​ເຖິງ​ການ​ປະຕິບັດ​ງານ​ດ້ານ​ມະນຸດສະທຳ​ຂອງ​ສ່ວນ​ບຸກຄົນ ກຸ່ມ ຫລື​ອົງການ​ຢູ່​ໃນ​
ເຂດ​ທີ່​ມີ​ການ​ໂຕ້​ແຍ້​ງກັນ.

ທະຫານບຣາຊີນ ຢືນຄຳນັບຫີບສົບ ທູດພິເສດສະຫະປະຊາຊາດ ຢູ່ອີຣັກ ທ່ານ Sergio Vieira de Mello ທີ່ກຳລັງນຳເຈົ້າເຮືອບິນ.
ທະຫານບຣາຊີນ ຢືນຄຳນັບຫີບສົບ ທູດພິເສດສະຫະປະຊາຊາດ ຢູ່ອີຣັກ ທ່ານ Sergio Vieira de Mello ທີ່ກຳລັງນຳເຈົ້າເຮືອບິນ.

ທ່ານ​ນາງ Anne Willem Bijleveld ປະທານ​ຄະນະ​ກຳມະການ​ມູນ​ນິທິ Mello ກ່າວ​
ວ່າ “ທ່ານ​ນາງ Rebecca Dali ເປັນແມ່ຍິງ​ທີ່​ກ້າຫານ​ທີ່​ສຸດ ຢູ່​ແຈ​ນຶ່ງ​ຂອງ​ອາ​ຟຣິກາ
ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ ຜູ້​ທີ່​ກຳລັງ​ເຮັດ​ວຽກ​ຢູ່​ພາຍ​ໃຕ້​ສະພາບ​
ການ​ທີ່ຍາກ​ລຳ​ບາກທີ່​ສຸດ.”

ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ ​ແມ່ຍິງ​ຈຳນວນ​ນຶ່ງ ​ແລະ​ເດັກນ້ອຍ​ແມ່​ຍິງຜູ້​ທີ່​ໄດ້​ຖືກ​ກອບ​
ກູ້​ຕ້ອງການ​ຢາກ​ກັບ​ຄືນຫາ​ປະຊາ​ຄົມຂອງ​ເຂົາເຈົ້າ ​ແຕ່​ວ່າ ປະຊາ​ຄົມ​ຂອງ​ເຂົາ​ເຈົ້າ ​
ແລະ​ຄອບຄົວ​ເຂົາ​ເຈົ້າ ​ບໍ່​ຢາກເອົາເຂົາ​ເຈົ້າ​ຄືນ​ມາ ​ເພາະວ່າ ​ເຂົາ​ໄດ້​ຖືກ​ຂົ່ມ​ຂືນ ​ໄດ້​ມີ​
ລູກ​ເຕົ້າ ​ແລະ​ໄດ້​ຖືກ​ລວນ​ລາມຢ່າງ​ຮ້າຍ​ແຮງ​ທາງ​ເພດຈາກພວກ Boko Haram

ຮູບພາບພວກແມ່ຍິງ ທີ່ເຜີຍແຜ່ໂດຍ ພວກຫົວຮຸນແຮງ Boko Haram ທີ່ພາກເໜືອຂອງ ໄນຈີເຣຍ ທີ່ເມືອງ Chibok.
ຮູບພາບພວກແມ່ຍິງ ທີ່ເຜີຍແຜ່ໂດຍ ພວກຫົວຮຸນແຮງ Boko Haram ທີ່ພາກເໜືອຂອງ ໄນຈີເຣຍ ທີ່ເມືອງ Chibok.

ທ່ານ​ນາງ Bijleveld ກ່າວ​ວ່າ “ທ່ານ​ນາງ Rebecca Dali ​ໄດ້​ເຮັດ​ວຽກ​ຢ່າງ​ຫລວງ
ຫລາຍ ​ໃນ​ການ​ສ້າງ​ການ​ສົນທະນາ ​ແລະການ​ປະນີປະນອມ​ເພື່ອ​ນຳ​ເອົາ​ພວກ​ແມ່​ຍິງ
​ເຫລົ່າ​ນີ້​ກັບ​ຄືນ​ສູ່​ປະຊາ​ຄົມ​ ​ເອົາ​ເຂົາ​ເຈົ້າ​ຄື​ນມາ​ບ່ອນ​ ທີ່​ເຂົາ​ເຂົ້າ​ໜີ​ອອກ​ມາ ​ແລະ​ເພື່ອ
​ໃຫ້​ເຂົາ​ເຈົ້າ​ສາມາດ​ດຳ​ເນີນ​ກັບ​ຊີວິດ​ຂອງ​ເຂົາ​ເຈົ້າ​ຕໍ່​ໄປ​ອີກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG