ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາ​ຊິກ ກຳລັງ​ປ້ອງກັນໂຕຊາວ​ໜຸ່ມ ລາຍງານການໂຈມຕີ ຂອງກຸ່ມ Boko Haram


ແຜນທີ່ໄນຈີເຣຍ ທີ່ສະແດງໃຫ້ເຫັນລັດ Borno ແລະດົງ Sambisa.
ແຜນທີ່ໄນຈີເຣຍ ທີ່ສະແດງໃຫ້ເຫັນລັດ Borno ແລະດົງ Sambisa.

ບັນດາ​ສະມາ​ຊິກກຳລັງ​ປ້ອງກັນໂຕຊາວ​ໜຸ່ມ​ ຢູ່​ພາກ​ເໜືອ​ຂອງ
ໄນ​ຈີ​ເຣຍ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ Boko Haram ​ໄດ້​ຈູດ
ເຜົາ​ໃໝ້ຫົກ​ໝູ່​ບ້ານ ​ແລະ​ສັງ ຫານ 37 ຄົນ​ໃນ​ການ​ໂຈມ​ຕີ​ຄັ້ງ​
ໃໝ່ ​ໃກ້​ກັບ​ທີ່​ໝັ້ນ​ຂອງ​ພວກກະບົດ ຢູ່​ໃນ​ປ່າ Sambisa.

ກຳລັງປ້ອງກັນໂຕ​ຊາວ​ໜຸ່ມ​ ທີ່ເປັນພັນທະມິດກັບລັດຖະບານ
ກ່າວ​ຕໍ່​ບັນດານັກ​ຂ່າວໃນ​ວັນ​ສຸກ​ມື້​ນີ້​ວ່າ ການ​ໂຈມຕີ​ໄດ້​ເກີດ​
ຂື້ນ​ໃນ​ຕອນ​ແລງ​ວັນ​ພຸດທີ່​ຜ່ານ​ມາ. ໜັງສືພິມ The Nation
​ຂອງໄນ​ຈີ​ເຣຍ ​ໄດ້ລາຍ​ງານ​ວ່າ ບັນດາໝູ່​ບ້ານທີ່ຖືກ ໂຈມຕີ
ທັງ​ໝົດ ແມ່ນ​ຢູ່​ໃນ​ລັດ Borno ປະກອບມີ Koshifa,
Matangle, Buraltuma, Darmanti, Almeri ​ແລະ
Burmari.

ທ່ານ Ahmed Ajimi ຂອງກຳລັງ​ປ້ອງກັນໂຕຊາວ​ໜຸ່ມ ກ່າວ​ຕໍ່ອົງ​ການ​ຂ່າວ ເອພີວ່າ
ບັນດາ​ຜູ້​ເຄາະ​ຮ້າຍ​ເປັນ​ຊາວນາ ​ທີ່​ຫາ​ກໍກັບ​ຄືນ​ສູ່​ໝູ່​ບ້ານ​ຂອງ​ເຂົາ​ເຈົ້າ ຫລັງ​ຈາກ
ທະຫານ ໄນຈີ​ເຣຍ ​ໄດ້ຂັບ​ໄລ່ພວກ Boko Hamram ອອກ​ຈາກ​ຂົງ​ເຂດດັ່ງກ່າວ ​ໃນ
​ຕົ້ນ​ປີນີ້.

​ໃນ​ວັນ​ພະຫັດ ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ຈາກ Nigeria Niger Chad Cameroon ​ແລະ Benin ໄດ້ພົບປະກັນຢູ່ນະຄອນຫລວງ Abuja ຂອງ ໄນຈີເຣຍ ເພື່ອຫາລືກ່ຽວກັບຂໍ້ສະ
ເໜີ ເພື່ອຮວມກຳລັງສູ້ລົບກັບກຸ່ມ Boko Haram.

ຢູ່ໃນການຖະແຫລງເປີດປະຊຸມນັ້ນ ປະທານາທິບໍດີ ໄນຈີເຣຍ ທ່ານ Muhammadu
Buhari ກ່າວວ່າ ປະເທດຂອງທ່ານ ຄວນເປັນຜູ້ບັນຊາ ກຳລັງທະຫານ ເພາະວ່າ ຈະ
ສະໜອງກຳລັງຢ່າງຫລວງຫລາຍ ແລະບ່ອນສູ້ລົບທີ່ສຳຄັນ ແມ່ນຢູ່ໃນດິນແດນຂອງ
ໄນຈີເຣຍ.

Nigiria Boko Haram
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG