ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮອງປະທານາທິບໍດີໄນຈີເຣຍ ສັນຍາວ່າ ຈະນໍາເອົາຄວາມຍຸດຕິທຳ ມາໃຫ້ແກ່ພວກປະທ້ວງ ທີ່ຖືກຕໍາຫລວດຍິງຕາຍ


ທ້າວ Alister, ຜູ້ປະທ້ວງທີ່ອ້າຍຂອງລາວເສຍຊີວິດຍ້ອນຖືກປືນຂອງເຈົ້າໜ້າທີ່ທະຫານກ່າວຕໍ່ພວກນັກຂ່າວຂອງອົງການຂ່າວເອພີ (Associated Press) ຢູ່ໃກ້ປະຕູເຂົ້າທາງດ່ວນ Lekki ໃນ Lagos ຂອງໄນຈີເຣຍ ໃນວັນອັງຄານ ທີ 20 ຕຸລາ, 2020
ທ້າວ Alister, ຜູ້ປະທ້ວງທີ່ອ້າຍຂອງລາວເສຍຊີວິດຍ້ອນຖືກປືນຂອງເຈົ້າໜ້າທີ່ທະຫານກ່າວຕໍ່ພວກນັກຂ່າວຂອງອົງການຂ່າວເອພີ (Associated Press) ຢູ່ໃກ້ປະຕູເຂົ້າທາງດ່ວນ Lekki ໃນ Lagos ຂອງໄນຈີເຣຍ ໃນວັນອັງຄານ ທີ 20 ຕຸລາ, 2020

ຮອງປະທານາທິບໍດີໄນຈີເຣຍ, ທ່ານເຢມີ ອອສຊິນບາໂຈ (Yemi Osinbajo) ສະແດງຄວາມເສົ້າສະຫລົດໃຈ ແລະສັນຍາວ່າ ຈະນໍາເອົາຄວາມຍຸດຕິທຳມາໃຫ້ແກ່ພວກປະທ້ວງຢ່າງສະຫງົບ 12 ຄົນທີ່ຖືກຍິງຕາຍໂດຍກອງກໍາລັງຮັກສາຄວາມປອດໄພຂອງໄນຈີເຣຍທີ່ບ່ອນຈ່າຍເງິນທາງດ່ວນເລັກກີພລາຊາ (Lekki plaza) ນັ້ນ.

ຄຳເຫັນຂອງທ່ານ ອອສຊິນບາໂຈ (Osinbajo), ໂດຍຂຽນຢູ່ໃນທວີດເຕີທີ່ສົ່ງອອກຫລາຍຊຸດ ໃນຄືນວັນພຸດວານນີ້, ເປັນຄຳເຫັນຕໍ່ປວງຊົນຄັ້ງທຳອິດທີ່ມາຈາກຜູ້ນຳຂອງປະເທດ ທີ່ເອີ່ຍເຖິງການຍິງກັນ ໃນວັນອັງຄານຜ່ານມາຢູ່ທີ່ລັດລາກົສ (Lagos).

ປະທານາທິບໍດີມູແຮມມາດູ ບູຮາຣີ (Muhammadu Buhari), ຜູ້ທີ່ໄດ້ເວົ້າພຽງແຕ່ເລັກນ້ອຍກ່ຽວກັບການປະທ້ວງທີ່ກໍາລັງເກີດຂຶ້ນໃນທົ່ວປະເທດນັ້ນ ບໍ່ ໄດ້ກ່າວເຖິງການຍິງກັນທີ່ເລັກກີ (Lekki) ເລີຍຢູ່ໃນຄໍາຖະແຫຼງໃນວັນພຸດວານນີ້, ແຕ່ໄດ້ອອກຄໍາຮຽກຮ້ອງໃຫ້ມີຄວາມສະຫງົບ ແລະໃຫ້ສັນຍາວ່າຈະທໍາການປະຕິຮູບຕໍາຫຼວດ.

ອົງການນີລະໂທດກໍາສາກົນ ຫລື Amnesty International ຊຶ່ງເປັນກຸ່ມສິ້ງຊອມສິດທິມະນຸດນາໆຊາດ ກ່າວໃນລາຍງານໃນວັນພຸດວານນີ້ວ່າ ມີຜູ້ເສຍຊີວິດທັງໝົດ 38 ຄົນໃນວັນອັງຄານຜ່ານມາ ແລະຢ່າງໜ້ອຍມີ 56 ຄົນເສຍຊີວິດຢູ່ໃນໄລຍະສອງອາທິດຜ່ານມາຢູ່ໃນການປະທ້ວງທີ່ແນໃສ່ຕຳຫຼວດພິເສດຕ້ານການປຸ້ນຈີ້ ທີ່ເອີ້ນວ່າ SARS, ເຊິ່ງອົງການນີລະໂທດກໍາກ່າວຫາວ່າທໍາການທໍລະມານແລະການຄາດຕະກຳນັ້ນ.

ລັດຖະບານໄດ້ຍຸບ SARS ໃນອາທິດແລ້ວນີ້ ແຕ່ວ່າມັນບໍ່ໄດ້ເຮັດໃຫ້ຄວາມໂກດແຄ້ນຢຸດລົງເລີຍ, ໂດຍທີ່ມີຜູ້ປະທ້ວງບາງຄົນໄດ້ຝ່າຝືນລະບຽບຫ້າມອອກ ເຮືອນໃນວັນພຸດວານນີ້, ເຊິ່ງມີລາຍງານວ່າ ໄດ້ເຮັດໃຫ້ມີການຍິງກັນຫຼາຍຂຶ້ນ, ແຕ່ວ່າກໍຍັງບໍ່ມີລາຍງານກ່ຽວກັບຜູ້ບາດເຈັບລົ້ມຕາຍ ໃນທັນທີທັນໃດເທື່ອ.

ອົງການນີລະໂທດກຳ ຍັງອ້າງຢູ່ໃນລາຍງານຂອງຕົນວ່າ ກ້ອງວົງຈອນປິດຮັກ ສາຄວາມປອດໄພຢູ່ທີ່ປະຕູເກັບປີ້ເຂົ້າຫລາຍແຫ່ງຊຶ່ງເປັນບ່ອນທີ່ຜູ້ປະທ້ວງໄປເຕົ້າໂຮມກັນນັ້ນ ຖືກເຈົ້າໜ້າທີ່ລັດຖະບານປົດອອກກ່ອນຈະທໍາການຍິງໃສ່ຄົນ.

ທ່ານອອສຊາຍ ໂອຈີໂກ (Osai Ojigho), ຜູ້ອຳນວຍການອົງການນີລະໂທດກໍາສາກົນຢູ່ໄນຈີເຣຍກ່າວວ່າ ນອກເໜືອໄປຈາກການສືບສວນສິ່ງທີ່ເກີດຂຶ້ນໃນຄືນວັນອັງຄານຜ່ານມາແລ້ວນີ້, ພວກເຂົາເຈົ້າຍັງຢາກຮູ້ວ່າແມ່ນໃຜເປັນຜູ້ອອກຄຳສັ່ງໃຫ້ທະຫານໄປຢູ່ທີ່ນັ້ນ.

ທະຫານຂອງໄນຈີເຣຍໄດ້ປະຕິເສດບໍ່ຮັບເອົາຄວາມຮັບຜິດຊອບຕໍ່ການຍິງກັນຢູ່ໃກ້ກັບປະຕູເຂົ້າທາງດ່ວນ Lekki.

ມີລາຍງານວ່າໄດ້ມີການຍິງກັນໃນຂະນະທີ່ມີການປະທ້ວງຢູ່ໃນເມືອງອື່ນໆຂອງໄນຈີເຣຍ, ລວມທັງຢູ່ໃນເມືອງຫລວງອາບູຈານໍາ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າມີຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດຫຼືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG