ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງໄນຈີເຣຍ ລະງັບຄວາມພະຍາຍາມ ໂຈມຕີກໍ່ການຮ້າຍ


ແຜນທີ່ ເມືອງໄມດູກູຣີ ປະເທດໄນຈີເຣຍ.
ແຜນທີ່ ເມືອງໄມດູກູຣີ ປະເທດໄນຈີເຣຍ.

ພວກ​ທະຫານ​ໄນ​ຈີ​ເຣຍ ​ໄດ້​ລະງັບຄວາມ​ພະຍາຍາມ​ທີ່ຈະ​ໂຈມ​ຕີ​ກໍ່​ການ​ຮ້າຍ ທີ່​ສົງ​ໄສ​
ວ່າ​ເປັນພວກ​ຫົວ​ຮຸນ​ແຮງ ​ໂບ​ໂກ ​ຮາຣາມ ຢູ່​ເມືອງ​ໄມ​ດູ​ກູຣີ ​ເຮັດ​ໃຫ້​ພວກ​ຊາວບ້ານ​ພາ
ກັນ​ແຕກ​ຕື່ນ​ເອົາ​ຊີ​ວິດ​ເຂົາ​ເຈົ້າ​ຫລົບໜີໄປ.

ພວກ​ເຈົ້າ​ໜ້າ​ທີ່​ທະຫານ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ ວ່າ​ມີຫຍັງ​ເກີດ​ຂຶ້ນ.

​ແຕ່​ວ່າ ຜູ້ນຳ​ທະຫານ​ບ້ານ​ຄົນ​ນຶ່ງ ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງວ່າ ພວກ​ຫົວ​ຮຸນ​ແຮງ
​ເຫຼົ່ານັ້ນ ໄດ້​ໃຊ້​ຂະ​ບວນພົນລະ​ເຮືອນ​ເປັນທີ່​ກຳ​ບັງ ​ເພື່ອ​ເຂົ້າ​ໄປ​ຫາ​ດ່ານ​ກວດ​ຢູ່​ນອກ​
ເມືອງ ​ແລະ​ໄດ້​ເລີ້ມ​ຍິງປືນຂຶ້ນ.

ພວກ​ທະຫານ​ໄດ້​ຕອບ​ໂຕ້ ດ້ວຍ​ການ​ຍິງປືນໃສ່​ເຂົາ​ເຈົ້າ. ກຳລັງ​ໜູນ​ຫລັງ​ຈາກ​ເມືອງ
ມາ​ດູ​ກູຣີ ​ໄດ້​ຮີບ​ຮ້ອນ ມາ​ບ່ອນ​ເກີດ​ເຫດ ຂັບ​ໄລ່ພວກ​ກໍ່​ການ​ຮ້າຍ​ນັ້ນ​ອອກ​ໄປ.

ຈຳນວນ​ຜູ້​ໄດ້​ຮັບ​ບາດ​ເຈັບ​ບໍ່​ເປັນ​ທີ່​ແຈ້ງຂາວ.

ພວກ​ກໍ່​ການ​ຮ້າຍ ​ໂບ​ໂກ ຮາຣາມ ​ໄດ້​ສັງຫານ​ປະຊາຊົນປະມານ 20,000 ຄົນ ​ໃນແປດ​ປີທີ່ມີມາຍາວ​ນານ​ຂອງການ​ກະບົດ ທີ່ີ​ແນ​ໃສ່​ການ​ຫັນປ່ຽນ​ໃຫ້ພາກສ່ວນຊາວໄນ​ຈີ​ເຣຍ
​ເຂົ້າ​ມາ​ຢູ່​ໃນ​ລັດ​ອິສ​ລາມ.

ຕຳຫລວດ ພົນລະ​ເຮືອນ ​ໂບດຕ່າງໆ ​ແລະ​ວັດມຸສລິ​ມ ​ໄດ້​ຮ່ວມ​ຢູ່​ໃນ​ເປົ້າ​ໝາຍຂອງພວກ
ເຂົາ ແລະ​ຄວາ​ມປອດ​ໄພ​ໄດ້​ມີເພີ້ິມທະວີຂຶ້ນ​ຢູ່ທົ່ວ​ໄນ​ຈີ​ເຣຍລະຫວ່າ​ງເທດສະການ
ບຸນຄຣິສມັສນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG