ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງ ໄນເຈີ ຢ່າງໜ້ອຍ 12​ ຄົນໄດ້ຖືກຂ້າຕາຍ ໃນການໂຈມຕີ ຄັ້ງຫຼ້າສຸດ


ແຜນທີ່ນະຄອນຫຼວງ ເນຍເມ ຂອງປະເທດ ໄນເຈີ.
ແຜນທີ່ນະຄອນຫຼວງ ເນຍເມ ຂອງປະເທດ ໄນເຈີ.

ບັນດາເຈົ້າໜ້າທີ່ໃນປະເທດ ໄນເຈີ ກ່າວວ່າ ກອງກຳລັງຕຳຫຼວດໄດ້ຖືກຂ້າຕາຍ ໃນ
ການໂຈມຕີທີ່ຄ້າຍຄືກັນກັບທີ່ໄດ້ສັງຫານທະຫານ ກອງກຳລັງພິເສດ ສະຫະລັດ ສີ່ຄົນ
ແລະ ກອງກຳລັງ ໄນເຈີ 4 ຄົນ ໃນວັນທີ 4 ຕຸລາທີ່ຜ່ານມາ.

ບັນດາເຈົ້າໜ້າທີ່ກ່າວວ່າ ການໂຈມຕີໃນວັນເສົາວານນີ້ ໄດ້ເກີດຂຶ້ນໃນບໍລິເວນດຽວ
ກັນ. ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນໃນເມືອງ ອາໂຢຣູ, ຕັ້ງຢູ່ປະມານ 200 ກິໂລແມັດ
ທາງພາກຕາເວັນຕົກສຽງເໜືອ ຫ່າງຈາກນະຄອນຫຼວງ ເນຍເມ.

ລາຍງານນັ້ນ ໄດ້ກ່າວວ່າ ພວກຜູ້ໂຈມຕີ ມີອາວຸດຢ່າງຫຼວງຫຼາຍ ພ້ອມກັບປືນຕ່າງໆ
ແລະ ເຄື່ອງຍິງຈະຫຼວດນຳ. ພວກເຂົາ ໄດ້ເດີນທາງໄປ ໃນລົດ 5 ຄັນ ເພື່ອເປີດການ
ໂຈມຕີຂອງພວກເຂົາ ໃສ່ຖານທັບຂອງຕຳຫຼວດ ຊັອງດາມ. ພວກນັກໂຈມຕີເຫຼົ່າ
ນັ້ນໄດ້ຫຼົບໜີໄປ ເມື່ອທະຫານ ໄນເຈີ ໄປເຖິງ.

ບໍລິເວນດັ່ງກ່າວຕັ້ງຢູ່ ໃກ້ໆກັບເຂດຊາຍແດນຕິດກັບປະເທດ ມາລີ, ບ່ອນທີ່ຖືກຄິດວ່າ
ພວກນັກໂຈມຕີອາໄສຢູ່. ພາກພື້ນທີ່ວ່ານີ້ ເປັນທີ່ປາກົດວ່າ ມີການໂຈມຕີໂດຍພວກ
ຈີຮາດ ເມື່ອບໍ່ດົນມານີ້.

ການຕາຍຂອງກອງກຳລັງ ສະຫະລັດ ໃນວັນທີ​ 4 ຕຸລາທີ່ຜ່ານມາ ໄດ້ກໍ່ໃຫ້ເກີດບັນຫາ
ຄັ້ງໃຫຍ່ໃນນະຄອນຫຼວງ ວໍຊິງຕັນ, ເຊິ່ງບັນດາສະມາຊິກສະພາໄດ້ພະຍາຍາມຫາຂໍ້ມູນ
ເພີ່ມເຕີມ ກ່ຽວກັບ ເຫດການນັ້ນ.

ໃນເມືອງ ຄູເປີ ລັດ ຟລໍຣິດາ ເມື່ອວັນເສົາວານນີ້, ບັນດາຜູ້ໄວ້ອາໄລ ໄດ້ເຂົ້າຮ່ວມ
ໃນພິທີສົ່ງສະການ ສິບເອກ ລາ ເດວິດ ຈອນສັນ, ຜູ້ທີ່ໄດ້ເສຍຊີວິດໃນການໂຈມຕີ
ນັ້ນ. ການຕາຍຂອງທ້າວ ຈອນສັນ ໄດ້ດຶງດູດຄວາມສົນໃຈເປັນພິເສດ ຫຼັງຈາກປະທາ
ນາທິບໍດີ ດໍໂນລ ທຣຳ ໄດ້ໂທຫາແມ່ໝ້າຍຂອງທ້າວ ຈອນສັນ, ນາງ ມາຍຊາ
ຈອນສັນ ແລະ ໄດ້ກ່າວວ່າ ທ້າວ ຈອນສັນ “ຮູ້ວ່າລາວໄດ້ລົງທະບຽນໄປເພື່ອຫຍັງ,
ແຕ່ຂ້າພະເຈົ້າຮູ້ດີວ່າ ແນວໃດມັນກໍເປັນການເຈັບປວດຢູ່.”

ເຫດການດັ່ງກ່າວໄດ້ກໍ່ໃຫ້ເກີດຄວາມຂັດແຍ້ງລະຫວ່າງທ່ານ ທຣຳ ກັບ ສະມາຊິກສະ
ພາຍິງ ທ່ານນາງ ເຟຣເດຣິກາ ວິລສັນ, ຜູ້ທີ່ໄດ້ຟັງການລົມທາງໂທລະສັບຈາກລຳໂພງ
ໂທລະສັບ.

ເຖິງແມ່ນຈະມີບັນຫາໃນສາທາລະນະກໍຕາມ, ແຕ່ຜູ້ທີ່ໄດ້ໄປພິທີສົ່ງສະ ການບາງຄົນ
ໃນວັນເສົາວານນີ້ກໍກ່າວວ່າ ເຂົາເຈົ້າດີໃຈທີ່ບໍ່ໄດ້ເຫັນພຽງແຕ່ຮູບຂອງທ້າວ ຈອນສັນ
ເທົ່ານັ້ນ ຢູ່ໃນພິທີສົ່ງສະການ, ແຕ່ກໍຍັງໄດ້ເຫັນທະຫານອີກ 3 ຄົນ ຜູ້ທີ່ໄດ້ເສຍຊີວິດຢູ່
ໃນການໂຈມຕີດຽວກັນນັ້ນນຳ. ເຈົ້າໜ້າທີ່ຕຳຫຼວດທີ່ອອກບຳນານແລ້ວ ທີ່ເຂົ້າຮ່ວມໃນ
ພິທີນັ້ນໄດ້ກ່າວຕໍ່ອົງການຂ່າວ AP ວ່າ ການເຄື່ອນໄຫວດັ່ງກ່າວ “ແມ່ນທ່າທີທີ່ດີໃນ
ພາກສ່ວນຂອງທຸກຄົນ.”

ໃນຂະນະດຽວກັນ, ທຳນຽບຫ້າແຈ ກໍໄດ້ປະເຊີນໜ້າກັບການວິພາກວິ ຈານ ສຳລັບ
ການບໍ່ເປີດເຜີຍຂໍ້ມູນເພີ່ມເຕີມ ກ່ຽວກັບ ການໂຈມຕີນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG