ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ເລີ້ມປະຕິບັດການ ທາງພາກພື້ນດິນ ໃນມາລີ (ສະໄລດ໌)


ຊາວມາລີ ພາກັນໂບກມືໃຫ້ແກ່ ຂະບວນລົດຖັງ ທະຫານຝຣັ່ງ ຈາກເມືອງ Bamako ເດິນທາງເຂົ້າສູ່ພາກເໜືອ ຂອງ ມາລີ
ຊາວມາລີ ພາກັນໂບກມືໃຫ້ແກ່ ຂະບວນລົດຖັງ ທະຫານຝຣັ່ງ ຈາກເມືອງ Bamako ເດິນທາງເຂົ້າສູ່ພາກເໜືອ ຂອງ ມາລີ
ກອງທະຫານ​ຝຣັ່ງ​ໄດ້​ເລີ້ມ​ປະຕິບັດ​ການ​ທາງ​ພາກ​ພື້ນ​ດິນ ຢູ່​
ໃນ​ປະ​ເທດ​ມາລີ​ແລ້ວ ​ໂດຍ​ໄດ້​ເຄື່ອນ​ກໍາລັງ​ເຂົ້າ​ໄປ​ໃນ​ເມືອງ
Niono ຢູ່​ທາງ​ທິດ​ໃຕ້​ຂອງ​ເຂດ​ນຶ່ງ ທີ່​ຖືກ​ຍຶດ​ເອົາ​ເມື່ອ​ຕົ້ນ​ອາ
ທິດນີ້ ​ໂດຍ​ພວກ​ຫົວ​ຕໍ່ສູ້​ອິສ ລາມ ທີ່​ຄວບ​ຄຸມ​ພາກ​ເໜືອ​ຂອງ​
ປະ​ເທດ​ຢູ່​ນັ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຝຣັ່ງ ທ່ານ Jean-Yves Le Drian ກ່າວ​ວ່າ ການ​ສູ້​ລົບ​ຢູ່​ໃນ​ມາລີ​ແມ່ນ​ຈະ ”​ຍາວນານ” ​ແລະ​ວ່າ ທະຫານ ຂອງ​ທ່ານ ພວມ​ເຄື່ອນ​ກໍາລັງ​ອອກ​ຈາກ​ນະຄອນຫລວງ ມຸ້ງ​ໜ້າ​ໄປ​ຍັງ ​ເຂດ​ທີ່​ພວກ​ກະບົດ​ຍຶດຄອງ​ຢູ່.

ຜູ້​ສື່​ຂ່າວ​ວີ​ໂອ​ເອ ນາງ Anne Look ກໍ​ກ່າວ​ວ່າ ລົດ​ຖັງ​ຂະ​ບວນນຶ່ງ​ໄດ້​ເຄື່ອນ​ອອກ​ຈາກ​ນະຄອນຫລວງບາ​ມາ​ໂກ ​ໄປ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດ​ບມຸ້ງ​ໜ້າ​ໄປ​ທາງ​ທິດ​ເໜືອ.

ຝຣັ່ງ​ໄດ້​ສົ່ງ​ທະຫານ​ໄປ​ຍັງ​ມາລີ​ເທື່ອ​ທໍາ​ອິດ ​ໃນ​ວັນ​ສຸກ​ອາທິດ​ແລ້ວ​ນີ້ ຕາມ​ຄໍາ​ຮ້ອງ​ຂໍ​ຂອງ​ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ຂອງ​ມາລີ ​ແລະ​ກໍ​ຍັງ​ສືບ​ຕໍ່​ລໍາລຽງ​ອຸບປະກອນ​ຕ່າງໆ​ເຂົ້າ​ໄປ ​ເພື່ອ​ຮັບ​ໃຊ້​ກອງ​ກໍ​າລັງ​ທີ່ ຈະ​ມີ​ຈໍານວນ​ພົນ​ຮອດ 2.500 ຄົນ​ໃນ​ທີ່​ສຸດ. ລັດຖະບານ​ຝຣັ່ງກ່າວ​ວ່າ ທະຫານ​ຝຣັ່ງຈະ​ຢູ່ທີ່​ນັ້ນ ຈົນ​ກ່ວາ​ສະຖານ​ນະ​ການ​ໃນ​ມາລີຈະ​ທຸ່ນ​ທ່ຽງ.

​ຄາດ​ກັນວ່າໄນ​ຈີ​ເຣຍ ຈະ​ສົ່ງທະຫານ 190 ຄົນ ​ໄປ​ຍັງ​ມາລີ​ໃນ​ວັນ​ພຸດ​ມື້​ນີ້ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ທະຫານ​ທີ່​ໄນ​ຈີ​ເຣຍ​ໄດ້​ຮັບປາກ​ວ່າ ຈະ​ສົ່ງ ໄປປະກອບສ່ວນ​ໃນ​ກອງ​ກໍາລັງ ຈໍານວນ 3.300 ຄົນ ຂອງ​ກຸ່ມ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ ທີ່​ສະຫະ​ປະຊາ​ຊາດ​ໄດ້​ອະນຸມັດ​ໃຫ້​ສົ່ງ​ເຂົ້າ​ໄປ​ໃນ​ມາລີ ​ເພື່ອ​ຊ່ວຍ​ປາບ​ພວກ​ກະບົດ​ອິສລາມ​ນັ້ນ.

XS
SM
MD
LG