ປະທານາທິບໍດີ ໄນຈີເຣຍ ທ່ານ Goodluck Jonathan ໄດ້ປົດລັດຖະມົນຕີປ້ອງກັນ
ປະເທດ ແລະທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່າມກາງທີ່ມີຄວາມເປັນຫ່ວງ
ກ່ຽວກັບຄວາມວຸ້ນວາຍບໍ່ສະຫງົບຢູ່ໃນພາກເໜືອຂອງປະເທດ ທີ່ດຳເນີນມາເປັນ
ລຳດັບ.
ໂຄສົກຂອງປະທານາທິບໍດີ ທ່ານ Reuben Abati ປະກາດໃນມື້ວັນສຸກວານນີ້ວ່າ
ທ່ານ Bello Mohammed ແລະທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ
Owoye Azazi ໄດ້ຖືກປົດອອກຈາກຕໍາແໜ່ງ.
ທ່ານກ່າວວ່າ ທ່ານ Sambo Dasuki ພັນເອກເບ້ຍບໍານານ ທີ່ໃກ້ຊິດກັບຜູ້ນໍາທະຫານ
ຂອງປະເທດ ນາຍພົນ Ibrahim Babangida ຈະເຂົ້າຮັບໜ້າທີ່ແທນ ທ່ານ Azazi.
ຜູ້ທີ່ຈະມາຮັບໜ້າທີ່ແທນລັດຖະມົນຕີປ້ອງກັນປະເທດ ຍັງບໍ່ທັນໄດ້ປະກາດໃຫ້ຊາບເທື່ອ.
ການສັບປ່ຽນທີ່ວ່ານີ້ໄດ້ມີຂື້ນ ໃນຂະນະທີ່ພາວະສຸກເສີນແລະການປະຕິບັດງານທາງ
ທະຫານ ບໍ່ສາມາດເຮັດໃຫ້ການກໍ່ກະບົດຂອງພວກມຸສລິມງຽບສະຫງົບລົງໄດ້ ຊຶ່ງພາ
ໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 90 ຄົນ ໃນຮອບອາທິດທີ່ຜ່ານມາ.