ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ.ໄນຈີເຣຍ ຢືນຢັນ ອີກຄັ້ງນຶ່ງ ທີ່ຈະນຳເອົາ ນັກຮຽນຍິງ 200 ກວ່າ​ຄົນ ກັບຄືນ ມາສູ່ຄອບຄົວ ເຂົາເຈົ້າ


ປະທານາທິບໍດີ Goodluck Jonathan ແຫ່ງໄນຈີເຣຍ
ປະທານາທິບໍດີ Goodluck Jonathan ແຫ່ງໄນຈີເຣຍ
ປະທານາທິບໍດີ Goodluck Jonathan ​ແຫ່ງ​ໄນ​ຈີ​ເຣຍ
ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ສືບ​ຕໍ່​ເຮັດ​ “ທຸກ​ສິ່ງ​ທຸກ​
ຢ່າງທີ່​ເປັນ​ໄປ​ໄດ້”
ເພື່ອ​ນຳ​ເອົາພວກເດັກນ້ອຍນັກ​ຮຽນ​
ຍິງ​ຈຳນວນ​ຫຼາຍກວ່າ 200 ຄົນ​ທີ່​ໄດ້ຖືກພວກ​ກໍ່​ການ​ຮ້າຍ
Boko Haram ລັກ​ພາໂຕ​ໄປ​ໃນ​ເດືອນ​ແລ້ວ​ນີ້ ກັບຄືນມາ
ສູ່ຄອບຄົວເຂົາເຈົ້າ.

​ໃນ​ຄຳ​ປາ​ໄສ​ທີ່​ບັນທຶກ​ສຽງ​ໄວ້ ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ພະຫັດ
​ມື້​ນີ້ ທ່ານ Jonathan ​ໃຫ້​ຂໍ້​ສັງ​ເກດ​ວ່າ ມັນ​ໄດ້​ເປັນ​ເວລາ 45
ມື້​ມາ​ແລ້ວ​ ນັບ​ຕັ້ງ​ແຕ່​ “ການລັກພາ​ໂຕທີ່​ໜ້າ​ຢ້ານ​ກົວ​ໄດ້​ເກີດ​
ຂຶ້ນ.”

ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ “ທຳ​ສົງຄາມ​ຢ່າງ​ເຕັມ​ທີ່ ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ” ​ແລະ
ກ່າວ​ຕໍ່​ໄປ​ວ່າ ທ່ານ​ໄດ້​ສັ່ງ​ໃຫ້​ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທ່ານ​ ​ໃຊ້​ວິທີ​ການທຸກ​ຢ່າງ ​ທີ່ຖືກຕ້ອງ​ຕາມ​ກົດໝາຍ​ທີ່​ຈຳ ເປັນ​ເພື່ອ​ຍຸດຕິ​“ການ​ບໍ່ໄດ້ຖືກລົງ​ໂທດ” ຂອງພວກກໍ່ການຮ້າຍ ໃນດິນ ດອນຕອນຫຍ້າຂອງໄນຈີເຣຍ.

ປະທານາທິບໍດີ Jonathan ໃຫ້ຄຳເຫັນດັ່ງກ່າວ ໃນການກ່າວປາໄສ ເພື່ອເປັນຂີດ
ໝາຍວັນປະຊາທິປະໄຕ ຊຶ່ງເປັນວັນພັກແຫ່ງຊາດຂອງໄນ ຈີເຣຍ. ທ່ານກ່າວຕື່ມ
ວ່າ ລັດຖະບານຂອງທ່ານໄດ້ເປີດໂອກາດສຳລັບການໂອ້ລົມສົນທະນາກັນກັບ
ພວກພົນລະເມືອງທີ່ໄດ້ໃຫ້ການສະໜັບສະໜຸນແກ່ເຄືອຂ່າຍ Al-Qaid ຫຼື ກຸ່ມ
ອື່ນໆຄ້າຍຄືກັນນັ້ນ ຖ້າຫາກພວກ ເຂົາປະກາດເລີກການກໍ່ການຮ້າຍນັ້ນ.

ໃນວັນຈັນຜ່ານມານີ້ ຜູ້ບັນຊາການທະຫານທ່ານນຶ່ງກ່າວວ່າພວກທະຫານໄດ້ຮູ້
ຈັກບ່ອນທີ່ພວກເດັກນັກຮຽນຍິງເຫຼົ່ານີ້ຖືກກັກຂັງໄວ້ນັ້ນ ແຕ່ ກ່າວວ່າ ມັນຈະຫຍຸ້ງ
ຍາກທີ່ຈະໃຊ້ກຳລັງເພື່ອເຂົ້າໄປຊ່ອຍກູ້ເອົາພວກ ເດັກຍິງເຫຼົ່ານີ້ອອກມາ.

ພົນໂທ Alex Badeh ຫົວໜ້າເສນາທິການກອງທັບ ກ່າວຕໍ່ບັນດານັກຂ່າວທີ່ນະ
ຄອນ Abuja ວ່າ ການອອກປະຕິບັດງານທາງທະຫານສາມາດເປັນອັນຕະລາຍ
ໄດ້ສຳລັບພວກເດັກຍິງເຫຼົ່ານີ້ແລະທ່ານຕື່ມວ່າ “ພວກເຮົາບໍ່ສາມາດຈະສັງ
ຫານພວກເດັກຍິງຂອງພວກເຮົາໄດ້ໂດຍຈະທຳຄວາມພະຍາຍາມເພື່ອ
ນຳພວກເຂົາເຈົ້າກັບຄືນມານັ້ນ”.
XS
SM
MD
LG