ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄນຈີເຣຍ ອອກຄຳສັ່ງ ໃຫ້ເຮັດທຸກຢ່າງ ເພື່ອໃຫ້ມີການປ່ອຍໂຕ ພວກເດັກນັກຮຽນຍິງ ທີ່ຖືກ ລັກພາໂຕໄປ (ວີດີໂອ/ສະໄລດ໌)


NIGERIA KIDNAPPINGS CNPK
please wait

No media source currently available

0:00 0:02:05 0:00

ເບິ່ງວີດີໂອເລື້ອງນິ້

ປະທານາທິບໍດີ Goodluck Jonathan ​ແຫ່ງ​ໄນ​ຈີ​ເຣຍ
​ໄດ້​ສັ່ງ​ໃຫ້ພວກ​ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ​ລະດັບ
​ສູງ​ສຸດດຳ​ເນີນ​ການ​ທຸກ​ສິ່ງທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້​ເພື່ອ​ຮັບ
ປະກັນ​ໃຫ້​ມີ​ການ​ປ່ອຍ​ໂຕ​ພວກ​ເດັກນ້ອຍແມ່ຍິງ​ຈຳນວນ
​ຫຼາຍ​ກວ່າ 200 ຄົນທີ່​ຖືກ​ລັກ​ຈັບ​ໂຕ​ໄປ​ໃນ​ເດືອນ​ແລ້ວ​ນີ້
​ໂດຍ​ພວກ​ທີ່​ສົງ​ໄສ​ວ່າ​ເປັນ​ພວກມຸສລິ​ມຫົວ​ຮຸນ​ແຮງ​ຈັດນັ້ນ.

​ໃນ​ການ​ປາກົດ​ໂຕ​ອອກ​ອາກາດໃນ​ວັນ​ອາທິດ​ວານ​ນີ້ ທ່ານ
Jonathan​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ “ບໍ່​ວ່າພວກ​ເດັກນ້ອຍ​
ແມ່ຍິງ​ເຫຼົ່າ​ນີ້​ຈະຢູ່​ໃສ​ກໍ​ຕາມ ​ພວກ​ເຮົາແມ່ນຈະ​ເອົາ​
ພວກ​ເຂົາ​ເຈົ້າ​ອອກ​ມາ​ໃຫ້​ໄດ້ ຢ່າງແນ່ນອນ.”


ປະທານາທິບໍດີ Jonathan ກ່າວ​ເຖິງ​ຊ່ວງ​ເວລາ​ນີ້​ວ່າ“​ເປັນ​ເວລາ​ທີ່​ຕ້ອງທຳ​
ຄວາມ​ພະຍາຍາມ​ ແລະ​ເວລາ​ທີ່​ເຈັບ​ປວດ”
​ແລະຮ້ອງ​ຂໍ​ຄວາມຮ່ວມ​ໄມ້​ຮ່ວມ
​ມື​ຂອງ​ພວກ​ພໍ​ແມ່ ພວກ​ຜູ້​ດູ​ແລ​ເດັກ ​ແລະ​ພວກ​ປະຊາ​ຄົມ​ໃນທ້ອງ​ຖິ່ນ​ໃນ​ຄວາມ​
ພະຍາຍາມຕ່າງໆ​ ເພື່ອ​ຊ່ອຍ​ກູ້​ຊີວິດພວກ​ເດັກຍິງ​ເຫຼົ່າ​ນີ້ ທີ່ໄດ້​ຖືກ​ລັກພາໂຕໄປ
​ໃນ​ວັນ​ທີ 15 ເມສາ​ຜ່ານ​ມາ​ ​ໃນ​ເມືອງ Chibok ​ລັດ Borno. ​ເວລາ​ນີ້ ຍັງ​ມີເດັກ
ນັກຮຽນຍິງ 276 ຄົນ​ ທີ່​ຫາຍ​ສາບ​ສູນ​ໄປ.​

ແມ່ຍິງໄນຈີເຣຍ ພາກັນເດີນຂະບວນປະທ້ວງ ເລື້ອງເດັກນັກຮຽນຍິງ ຖືກລັກພາໂຕໄປ:

ໄດ້​ມີ​ການຖິ້ມ​ໂທດ​ການ​ລັກພາ​ໂຕ​ດັ່ງກ່າວ​ນີ້ ໃສ່​ກຸ່ມ​ມຸສລິ​ມຫົວ​ຮຸນ​ແຮງ Boko
Haram ທີ່​ໄດ້​ສັງຫານ​ຜູ້​ຄົນ​ໄປ​ແລ້ວ​ຫຼາຍ​ພັນ​ຄົນ ໃນ​ຊ່ວງ​ຫ້າ​ປີ​ທີ່​ພວກ​ເຂົາ​ໄດ້
ທຳ​ການ​ກະບົດມາ. ​ແຕ່​ກຸ່ມ​ດັ່ງກ່າວ​ບໍ່​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​.

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ​ເດັກ​ນ້ອຍ​ແມ່ຍິງ​ບາງ​ຄົນ
​ໄດ້​ຖືກ​ຍົກຍ້າຍ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ປະ​ເທດ Cameroon ​ແລະ Chad ​ແລ້ວ.
XS
SM
MD
LG