ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີໄນຈີເຣຍ ປະກາດ ສະພາວະສຸກເສີນ ຢູ່ໃນ 3 ແຂວງ (ວີດິໂອ)


ປ້າຍນໍາຈັບຫົວໜ້າກຸ່ມ Boko Haram ທ້າວ Abubakar Shekau
ປ້າຍນໍາຈັບຫົວໜ້າກຸ່ມ Boko Haram ທ້າວ Abubakar Shekau
ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan
ໄດ້ປະກາດສະພາວະສຸກເສີນ ຢູ່ໃນ 3 ແຂວງ ທາງພາກ
ຕາ​ເວັນອອກສຽງເໜືອຂອງ​ປະ​ເທດ ລຸນ​ຫລັງ​ທີ່​ໄດ້​ມີ​ການ​
ກໍ່ຄວາມຮຸນແຮງເພີ້​ມຂຶ້ນ ທີ່ກ່ຽວຂ້ອງກັບກຸ່ມຕໍ່ສູ້ຫົວຮຸນ
ແຮງອິສລາມ.

ໃນຄໍາ​ຖະ​ແຫລ​ງອອກອາກາດທາງໂທລະພາບ ​ໄປທົ່ວປະ
ເທດໃນວັນອັງຄານວານນີ້ ທ່ານ Jonathan ກ່າວວ່າ ທ່ານ
ໄດ້ສັ່ງ​ໃຫ້​ສົ່ງກໍາລັງທະຫານ ​ໄປ​ຍັງແຂວງ Borno, Yobe
ແລະ Adamawa ເພີ່ມຂຶ້ນ ໃນອັນທີ່ທ່ານເອີ້ນວ່າ ເປັນການ
ປະຕິບັດ​ງານ​ເພື່ອຄວາມໝັ້ນຄົງ ພາຍໃນປະເທດ.

ຜູ້ນໍາຂອງໄນຈີເຣຍ ກ່າວວ່າ ທະຫານ​ເຫລົ່ານັ້ນໄດ້ຮັບ​ຄໍາສັ່ງ​ໃຫ້ “ກະທໍາທຸກຢ່າງທີ່
ຈໍາເປັນ”
​ເພື່ອ​ຢຸດພວກກຸ່ມກະບົດແລະກຸ່ມກໍ່ການຮ້າຍ​ ແລະວ່າ ​ເຂົາ​ເຈົ້າ​ມີອໍານາດ
ທີ່ຈະທໍາ​ການຈັບກຸມ ແລະຍຶດເອົາຕຶກອາຄານໃດໆກໍຕາມ ທີ່ຖືກ​ນໍາໃຊ້ໃນການກໍ່
ການຮ້າຍນັ້ນ.

ທ່ານ Jonathan ໄດ້ຕັດເວລາການຢ້ຽມຢາມພາກ​ໃຕ້ອັຟຣິກາ ໃຫ້ສັ້ນລົງໃນອາທິດ
ແລ້ວນີ້ ເພື່ອກັບ​ຄືນ​ມາຮັບມືກັບ ຄວາມຮຸນແຮງທີ່​ເພີ້​ມທະວີ​ຂຶ້ນ​ນັບ​ມື້​ ຢູ່ໄນຈີເຣຍນັ້ນ.

ກຸ່ມຫົວຕໍ່ສູ້ຮຸນແຮງ Boko Haram ໄດ້ທໍາ​ການໂຈມຕີເມືອງ Bama ທາງພາກຕາເວັນ
ອອກ ສຽງເໜືອ ໃນວັນທີ 5 ຕົ້ນ​ເດືອນພຶດສະພານີ້ ທີ່​ເຮັດໃຫ້ 55 ຄົນເສຍຊີວິດ
ຮວມທັງຕໍາຫຼວດ ແລະພວກນາຍຍາມຄຸກຫລາຍ​ຄົນ.

2 ອາທິດກ່ອນໜ້ານັ້ນ ມີຫຼາຍກ່ວາ 180 ຄົນ​ເສຍ​ຊີວິດ ຈາກການປະທະກັນລະຫວ່າງ
ພວກກຸ່ມຫົວຕໍ່ສູ້ແລະກອງກໍາລັງຂອງລັດທະບານ ໃນ​ເມືອງ Baga ຢູ່ໃກ້ໆກັນນັ້ນ.
ພວກທີ່ເຫັນເຫດການຖິ້ມໂທດການ​ຕາຍ​ຂອງຫລາຍໆ​ຄົນ ໃສ່ພວກ​ທະຫານທີ່​ທໍາ​ການ
ຈຸດ​ໄຟ​ເຜົາ ຊຶ່ງເປັນການກ່າວຫາທີ່​ ຝ່າຍທະຫານໄດ້ປະຕິ​ເສດ​.

ໃນວັນຈັນ ຜູ້ນໍາຂອງກຸ່ມ Boko Haram ທ້າວ Abubakar Shekau ໄດ້ກ່າວ
ໃນ​ວີ​ດີ​ໂອວ່າ ​ພວກ​ຕົນ​ໄດ້​ເລີ່​ມລັກ​ພາ​ຕົວ​ພວກ​ແມ່ຍິງ​ແລະ​ເດັກນ້ອຍ ອັນ​ເປັນ​ສ່ວນ​ນຶ່ງ​
ໃນການປຸກລະດົມຕໍ່ຕ້ານລັດຖະບານ.

ກຸ່ມ Boko Haram ໄດ້ທໍາການຕໍ່ສູ້ກັບ ລັດຖະບານໄນຈີເຣຍ ມາຕັ້ງແຕ່ປີ 2009. ກຸ່ມ
ດັ່ງກ່າວ​ເວົ້າວ່າ ຕົນຕ້ອງການທີ່ຈະ​ບັງຄັບ​ໃຊ້ກົດຂອງສາສະໜາອິສລາມຢ່າງ​ເຄ່ງ​ຄັດ
ຢູ່ໃນພາກເໜືອຂອງປະເທດ ບ່ອນທີ່ປະຊາຊົນສ່ວນໃຫຍ່ ນັບຖືສາສະໜາອິສລາມນັ້ນ.

Military 'Cover-up' in Nigeria Violence says HRW
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ
XS
SM
MD
LG